ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ໂຮງຮຽນເຫຼົ່າຮົບສື່ສານ 205 ສະຫຼຸບວຽກງານຮອບດ້ານ ປະຈໍາປີ 2025
ເວລາອອກຂ່າວ: 2026-02-02 10:37:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1065 | ຄວາມນິຍົມ:



ໃນວັນທີ 29 ມັງກອນ 2026ນີ້, ໂຮງຮຽນເຫຼົ່າຮົບສື່ສານ 205 ໄດ້ຈັດກອງປະຊຸມ ສະຫຼຸບວຽກງານຮອບດ້ານ ປະຈໍາປີ 2025 ແລະ ທິດທາງແຜນການປີ 2026, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ອູລາລອນ ສີສຸນາມ ຮອງຫົວໜ້າກົມສື່ສານ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການໂຮງຮຽນ ແລະ ພະນັກງານ-ນັກຮົບ ທົ່ວກົມກອງເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ຄຳແກ້ວ ລຸນໄທສານ ຫົວໜ້າພະແນກບໍລິຫານ ໂຮງຮຽນເຫຼົ່າຮົບສື່ສານ 205 ໄດ້ລາຍງານໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາ ຄະນະພັກ - ຄະນະບັນຊາ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳພະແນກການ - ກອງພັນ ໂດຍຖືເອົາການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ - ນັກຮົບ ເພື່ອໃຫ້ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ - ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບກອງທັບ ເວົ້າລວມເວົ້າສະເພາະ 7 ລະບອບ 18 ວຽກ ແລະ ຂໍ້ກໍານົດຂອງໂຮງຮຽນເປັນແຕ່ລະໄລຍະ, ເປີດບັ້ນເຝິກອົບຮົມຂອງກົມສື່ສານ ປະຈໍາປີ ໃນນັ້ນ, ມີວຽກງານການເມືອງ, ການທະຫານ ແລະ ພະລາທິການເຕັກນິກ ແລະ ເອກະສານຕ່າງໆ ກ່ຽວກັບໂຄງການຫຼັກສູດໃນໂຮງຮຽນໄດ້ຈັດຕັ້ງສະພາຄົ້ນຄ້ວາວິທະຍາສາດກ່ຽວກັບວຽກງານການຮຽນ-ການສອນໃນປັດຈຸບັນ ແລະ ອະນາຄົດ ເພື່ອຍົກຂຶ້ນເປັນມະຫາວິທະຍາໄລ ໂດຍປະຕິບັດຕາມຄໍາ ສັ່ງຂອງກົມໂຮງຮຽນ ແລະ ກົມສື່ສານ ໃນສົກຮຽນ 2025-2026 ພາຍຫຼັງ ມີຂໍ້ຕົກລົງຂອງຂັ້ນເທິງຄູອາຈານໄດ້ກຽມຄວາມພ້ອມທຸກດ້ານ ເພື່ອອໍານວຍຄວາມສະດວກໃຫ້ໄດ້ເປີດສົກຮຽນໃໝ່ຕາມກຳນົດເວລາ, ຜູ້ຮັບຜິດຊອບທຸກຂະແໜງການທີ່ກ່ຽວຂ້ອງກໍໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຊິ່ງມີນັກຮຽນທັງໝົດ 235 ສະຫາຍ, ແບ່ງອອກເປັນ 3 ລະບົບ ຄື: ລະບົບຊັ້ນກາງ 3 ປີ 1 ສາຂາ, ລະບົບຊັ້ນກາງ 2 ປີ 2 ສາຂາ, ຊັ້ນຕົ້ນ 1 ປີ ແລະ ບໍາລຸງ 6 ເດືອນ ເຊິ່ງສະແດງອອກຄື: ສ້າງຕາຕະລາງ 4 ຊຸດ, ສ້າງບົດຂຶ້ນຫ້ອງສອນ, ຕິດຕາມການຮຽນ-ການສອນ, ນໍາພານັກຮຽນລົງເຝິກແອບຢູ່ພາກສະໜາມໄລຍະສັ້ນ - ໄລຍະຍາວ, ໄປຖອດຖອນບົດຮຽນນໍາສະຖາບັນອະຊີວະສຶກສາ, ບໍລິສັດ ລາວແຊດ, ສ້າງແຜນ ແລະ ຈັດຕັ້ງເຝິກແອບ ແລະ ຍິງລູກປືນແທ້ປະຈຳປີ 2025 ສໍາເລັດຕາມແຜນການ, ຈັດຕັ້ງສິດສອນຫັດແອບສວນສະໜາມ ເພື່ອສະເຫຼີມສະຫຼອງວັນຊາດຄົບຮອບ 50 ປີ, ຈັດ ແລະ ເປັນສະຖານທີ່ໃນການສອບເສັງຄັດເລືອກນັກຮຽນໄປຮຽນຢູ່ໂຮງຮຽນວຽງໄຊ, ມອບ-ຮັບ ໃບປະກາດຄະແນນນັກຮຽນ ສົກປີ 2024-2025 240 ໃບ. ພ້ອມນີ້, ໃນພິທີຍັງໄດ້ມອບ ໃບຢັ້ງຢືນກອງ 3 ປອດ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ໃບຍ້ອງຍໍກົມກອງຕື່ມອີກ. ໂອກາດນີ້, ສະຫາຍ ພັນເອກ ອູລາລອນ ສີສຸນາມ ໄດ້ຊົມເຊີຍຜົນງານຕະຫຼອດໄລຍະ 1 ປີຜ່ານມາ, ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຕົນ, ປັບປຸງວິທີການເຮັດວຽກ, ເອົາໃຈໃສ່ອົບຮົບການເມືອງແນວຄິດໃຫ້ພະນັກງານ-ນັກຮົບ, ຄວາມເປັນລະບຽບຮຽບຮ້ອຍພາຍໃນກົມກອງຂອງຕົນ, ມີຄວາມສາມັກຄີ ເປັນໝູ່ຄະນະ, ມີຄຸນສົມບັດ ສິນທຳປະຕິວັດ , ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ແລະ ເຮັດສຳເລັດໜ້າທີ່ການເມືອງ ກໍາແໜ້ນວິຊາສະເພາະຂອງຕົນ ເພື່ອເຮັດສໍາເລັດໜ້າທີ່ຕາມການມອບໝາຍໃຫ້. ໂດຍ: ສຸກສົງການ ຫຼ້າບຸນມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ