ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ ໃນການຮັບໃຊ້ຜະລິດ ຕໍ່ປະກອບອົງຄະທຽມ
ເວລາອອກຂ່າວ: 2026-02-05 09:05:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 213 | ຄວາມນິຍົມ: ![]()
ສູນອົງຄະທຽມ ແລະ ຟື້ນຟູສະມັດຕະພາບ 686 ແມ່ນກົມ ກອງໜຶ່ງ ພາຍໃຕ້ການຊີ້ນຳໂດຍ ກົງຮອບດ້ານ ຈາກກົມໃຫຍ່ການ ເມືອງກອງທັບ, ໄດ້ຮັບການສ້າງ ຕັ້ງຂຶ້ນ ໃນວັນທີ 25 ພະຈິກ 1965 ທີ່ ສສ ຫວຽດນາມ ທ່າມກາງ ເສິກສົງຄາມຂອງຈັກກະພັດອາເມຣິກາ, ເພື່ອແນໃສ່ປະຕິບັດໜ້າ ທີ່ການເມືອງ ຮັບໃຊ້ຜະລິດ ຕໍ່ປະກອບອົງຄະທຽມ ໃຫ້ແກ່ພະ ນັກງານ-ນັກຮົບທີ່ຖືກບາດ ເຈັບ, ເສຍອົງຄະໃນສະໜາມຮົບ ໃນຂອບເຂດທົ່ວປະເທດໃນເວລານັ້ນ. ເຊິ່ງມີໜ້າທີ່ຕົ້ນຕໍແມ່ນການຮັບໃຊ້ນະໂຍບາຍໃນການຜະລິດ- ຕໍ່ປະກອບອົງຄະທຽມຕ່າງໆ, ຟື້ນຟູກາຍະພາບບຳບັດ ໃຫ້ພະ ນັກງານປະຕິວັດ-ອາວຸໂສບຳ ນານ, ພະນັກງານເສຍອົງຄະ ກໍຄື ພະນັກງານພາຍໃນສູນ 686. ສະຫາຍ ພັນໂທ ດວງໃຈ ສີສົງ ຄາມ ຫົວໜ້າການເມືອງ ສູນອົງ ຄະທຽມ ແລະ ຟື້ນຟູສະມັດຕະພາບ 686 ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ ສູນອົງຄະທຽມໄດ້ ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນວຽກງານສຶກສາອົບຮົມການເມືອງນຳພາແນວຄິດ ເຊິ່ງໄດ້ຈັດຕັ້ງຄົ້ນຄວ້າ, ເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ-ລັດ, ມະຕິ, ຄຳສັ່ງ, ກົດໝາຍຂອງລັດ, ລະ ບຽບວິໄນຂອງກອງທັບ ແລະ ຈັດຕັ້ງເຜີຍແຜ່ນິຕິກຳຕ່າງໆ ໃຫ້ພະນັກງານ-ນັກຮົບໄດ້ຮັບຮູ້, ເຂົ້າໃຈ ແລະ ມີສະຕິລະວັງຕົວ. ຜ່ານການເຄື່ອນໄຫວຕົວຈິງ ເຫັນວ່າ ສະພາບພາຍໃນກົມກອງ ມີຄວາມສະຫງົບ, ໜັກແໜ້ນທາງດ້ານການເມືອງ ແລະ ມີຄວາມສາມັກຄີເປັນເອກະພາບພາຍໃນ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງ ຕາມທີ່ໄດ້ຮັບມອບໝາຍ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ຊີ້ນຳວຽກງານວິ ຊາສະເພາະ ຕາມແຜນການທີ່ ໄດ້ວາງອອກ ຕົ້ນຕໍແມ່ນການ ປະຕິບັດນະໂຍບາຍຮັບໃຊ້ພະນັກ ງານເສຍອົງຄະ ທີ່ມີຜົນງານຄຸນງາມຄວາມດີຕໍ່ປະເທດຊາດ ໃນການຜະລິດ ຕໍ່ປະກອບອົງຄະທຽມ, ເຄື່ອງຄ້ຳຊູຮ່າງກາຍ ແລະ ຟື້ນຟູບຳບັດໃຫ້ເຂົາເຈົ້າ ຕາມແນວທາງນະໂຍບາຍຂອງພັກ-ລັດ. ໃນຊຸມປີຜ່ານມາ ສາມາດຜະລິດ ຕໍ່ປະກອບອົງຄະທຽມໃໝ່ ແລະ ສ້ອມແປງໄດ້ 100 ກວ່າຊຸດ, ຕັດເກີບຄົນພິການໄດ້ 35 ຄູ່, ຜະລິດອຸປະກອນຄ້ຳຊູໄດ້ 2 ຊຸດ, ຜະລິດເຄື່ອງຄຳຊູຕ່າງໆ ໄດ້ 20 ຊຸດ, ປິ່ນປົວ ຟື້ນຟູບຳບັດ 1.685 ເທື່ອຄົນ. ພ້ອມນີ້, ກໍໄດ້ຊີ້ນຳເຄື່ອນໄຫວວຽກງານອື່ນໆ ທີ່ປີ່ນອ້ອມ ເປັນຕົ້ນ ວຽກງານບໍລິຫານສັງລວມແຜນການ, ງົບປະມານດ້ານຕ່າງໆ ຂອງກົມກອງ ແລະ ເບິ່ງແຍງຊີວິດການເປັນຢູ່ຂອງພະນັກງານເສຍອົງຄະ ຈາກບັນດາກົມກອງ, ແຂວງ ແລະ ທ້ອງຖິ່ນ ທີ່ເຂົ້າມາໃຊ້ບໍລິການດ້ວຍຄວາມຮັບຜິດຊອບສູງ, ໄດ້ເອົາໃຈໃສ່ການປັບປຸງກໍ່ສ້າງກົມກອງ ໃຫ້ດີຂຶ້ນເທື່ອລະກ້າວ, ເພື່ອຮອງຮັບສະພາບການໃນປັດຈຸບັນ ກໍຄື ໃນສະເພາະໜ້າ, ເຊິ່ງໃນນີ້ ໄດ້ເອົາໃຈໃສ່ການກໍ່ສ້າງພະນັກງານນຳພາ-ບັນຊາ, ບຳລຸງຍົກລະດັບທາງດ້ານເຕັກນິກວິຊາການດ້ານຕ່າງໆ, ວຽກງານປັບປຸງກໍ່ສ້າງພັກ ໄດ້ຂະຫຍາຍສະມາຊິກພັກ ຮັບປະກັນດ້ານຄຸນນະພາບ, ຕັ້ງ ໜ້າກໍ່ສ້າງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ, ສ້າງກອງ 3 ປອດ ແລະ ນັກຮົບ-ກົມກອງວັດ ທະນະທຳ.
ສະຫາຍ ພັນຕີ ສຳລານ ວົງພະຈັນ ຮັບຜິດຊອບວຽກງານເຕັກນິກອົງຄະທຽມ ໄດ້ກ່າວວ່າ: ສຳລັບວຽກງານອົງຄະທຽມແມ່ນ ເພື່ອຄ້ຳຊູໃຫ້ມີຄວາມສຳເລັດ, ມີຄວາມຈົບງາມ, ມີຄຸນນະພາບ, ທົນທານຕໍ່ເວລາຂອງຜູ້ທີ່ຈະເຂົ້າມາຊົມໃຊ້, ສ່ວນຂັ້ນຕອນໃນການຜະລິດ ໃນເບື້ອງຕົ້ນແມ່ນຈະໄດ້ວັດແທກແຈ້ງປະຫວັດ ຈາກນັ້ນ, ແມ່ນກວດກາ, ພັນແປ້ງ, ສ້າງແມ່ພິມແລ້ວ ໄດ້ນຳມາໃຊ້ທົດລອງ, ມີການເຝິກແອບຫັດຍ່າງ, ເຊິ່ງຮູບແບບໃນການຜະລິດໃນເມື່ອກ່ອນ ແມ່ນຈະມີຫຼາຍຮູບແບບ ເປັນຕົ້ນ: ເຮັດດ້ວຍໄມ້, ໂລ ຫະ, ປຣາສະຕິກແຂງ, ມາຮອດ ປັດຈຸບັນ ແມ່ນເຮັດດ້ວຍຢາງເຕເປ ພຽງຢ່າງດຽວ ເພາະສາມາດໃຊ້ໄດ້ທຸກສະພາບການ ບໍ່ວ່າຈະເປັນຝົນຕົກ, ແດດອອກກໍສາມາດໃຊ້ງານໄດ້ປົກກະຕິ, ອາຍຸການນຳໃຊ້ແມ່ນ 2 ປີ ຫຼື ຂຶ້ນກັບສະ ພາບການໃຊ້ງານ.
ສະຫາຍ ຮ້ອຍໂທ ປຸ່ນ ແພງວົງພຽງສາ ພະນັກງານເສຍອົງ ຄະກ່າວວ່າ: ໃນໄລຍະຜ່ານມາ ໄດ້ປະກອບສ່ວນໃນ ການປະຕິບັດໜ້າທີ່ຮັບໃຊ້ຊາດ, ເຊິ່ງໃນເວລາປະຕິບັດໜ້າທີ່ ແມ່ນໄດ້ຮັບບາດເຈັບ ຈົນເຮັດໃຫ້ເສຍຂາ, ແຕ່ເຖິງຢ່າງໃດກໍຕາມ ພັກ-ລັດຖະບານ ເພິ່ນໄດ້ມີນະໂຍບາຍໃຫ້ມາໃສ່ຂາທຽມຢູ່ສູນອົງຄະທຽມ 686, ຂາທຽມທີ່ເປັນຢາງເປເຕ ແມ່ນມີຄວາມສະດວກສະ ບາຍໃນການໃຊ້ຊີວິດຫຼາຍຂຶ້ນ.
ສະຫາຍ ພັນໂທ ດວງໃຈ ສີສົງຄາມ ກ່າວຕື່ມວ່າ: ໄປຄຽງຄູ່ກັບວຽກງານວິຊາສະເພາະແລ້ວ, ຄະນະພັກ-ຄະນະບັນຊາສູນ ຍັງໄດ້ເອົາໃຈໃສ່ເປັນສຳຄັນຕໍ່ວຽກງານ ປກຊ-ປກສ ໄດ້ຈັດຕັ້ງກຳລັງປະຈຳການ ສົມທົບໝູ່ປ້ອງກັນທີ່ຕັ້ງສຳນັກງານແຕ່ລະວັນ ຕະຫຼອດ 24 ຊົ່ວໂມງ ເພື່ອຮັບປະກັນໃຫ້ຄ້າຍຄູຂອງກົມກອງ ມີຄວາມສະຫງົບເປັນລະບຽບຮຽບຮ້ອຍ. ນອກນີ້, ຍັງໄດ້ປະສານສົມທົບກັບອຳນາດການປົກຄອງບ້ານອ້ອມຂ້າງ ທີ່ກົມກອງຕັ້ງເພື່ອເຄື່ອນໄຫເກັບກຳສະພາບການ ຮ່ວມກັນສະກັດກັ້ນ ແລະ ແກ້ໄຂບາງປະກົດການຫຍໍ້ທໍ້ ເຮັດໃຫ້ສະພາບມີຄວາມສະຫງົບ ໂດຍພື້ນຖານ, ພ້ອມນີ້ ກໍໄດ້ເອົາໃຈໃສ່ຊຸກຍູ້ວຽກງານ ແກ້ໄຂຊີວິດການເປັນຢູ່ຂອງພະ ນັກງານ ໂດຍສະເພາະແມ່ນຕໍ່ພະ ນັກງານປະຕິວັດອາວຸໂສ, ເສຍ ອົງຄະບຳນານ, ຕິດຕາມເບິ່ງ ແຍງສຸຂະພາບ, ຊີວິດການເປັນຢູ່ຂອງເພິ່ນ ໃນຍາມຈຳເປັນສຸກເສີນຕ່າງໆ ໃຫ້ທັນເວລາ, ສ່ວນຄອບຄົວ ບຸກຄົນທີ່ມີເງື່ອນໄຂທຳການຜະລິດປູກຝັງ-ລ້ຽງສັດ ກໍໄດ້ອຳນວຍຄວາມສະດວກດ້ານຕ່າງໆ ຕາມເງື່ອນໄຂ ເຮັດໃຫ້ຊີວິດການເປັນຢູ່ ນັບມື້ດີຂຶ້ນເທື່ອລະກ້າວ ແລະ ໄດ້ເອົາໃຈໃສ່ປັບ ປຸງກໍ່ສ້າງສະຖານທີ່ຄ້າຍຄູຂອງກົມກອງ ໃຫ້ມີຄວາມເປັນລະບົບລະບຽບຈົບງາມ ແນໃສ່ສ້າງໃຫ້ເປັນກອງວັດທະນະທຳ ໃນຕໍ່ໜ້າ.
ໂດຍ: ນົກ ບຸນມາເລີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















