ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 07 ມີນາ 2026

  

ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ລົງໂຄສະນາຫາສຽງ ຢູ່ ກອງພົນທີ 2
ເວລາອອກຂ່າວ: 2026-02-06 09:39:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 858 | ຄວາມນິຍົມ:



ໃນວັນທີ 5 ກຸມພາ 2026 ນີ້, ຜູ້ຮັບສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ຈໍານວນ 13 ທ່ານ, ຍິງ 4 ທ່ານ ແລະ ຜູ້ຮັບສະໜັກເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຈຳນວນ 8 ທ່ານ, ຍິງ 3 ທ່ານ ໄດ້ລົງໂຄສະນາຫາສຽງ ແລະ ສະເໜີໂຕຕໍ່ຜູ້ມີສິດເລືອກຕັ້ງຢູ່ ກອງພົນທີ 2 ເຊິ່ງນໍາໂດຍທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ໄຊຍະບູລີ, ມີ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກຳມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ, ມີຄະນະພັກ ຄະນະບັນຊາກອງພົນ, ພະນັກງານນັກຮົບ ແລະ ປະຊາຊົນບ້ານໂພນໄຊ ເຂົ້າຮ່ວມ. ການລົງເຄື່ອນໄຫວ ສະເໜີໂຕຕໍ່ຜູ້ມີສິດເລືອກຕັ້ງຄັ້ງນີ້ ຜູ້ສະໝັກສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໄດ້ຜັດປ່ຽນກັນສະເໜີຊື່ ແລະ ປະຫວັດການເຄື່ອນໄຫວຂອງຕົນເອງ ພ້ອມທັງສະເໜີຈຸດປະສົງໃນການລົງເຄື່ອນໄຫວ. ເຊິ່ງໄດ້ເລີ່ມຈາກຜູ້ສະໝັກນໍ້າເບີ 1 ຫານໍ້າເບີ 13 ແລະ ຕໍ່ດ້ວຍຜູ້ຮັບສະໝັກເລືອກຕັ້ງ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈໍາເມືອງໄຊຍະບູລີ ເບີ 1 ຫາເບີ 8 ຕາມລໍາດັບ ຈາກນັ້ນຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຍັງໄດ້ຮຽກຮ້ອງໃຫ້ຜູ່ມີສິດເລືອກຕັ້ງ ຈົ່ງໄດ້ຮ່ວມຈິດຮ່ວມໃຈ ເຂົ້າຮ່ວມຂະບວນການເລືອກຕັ້ງໃນຄັ້ງນີ້ ໃຫ້ກາຍເປັນປາງບຸນໃຫຍ່ຂອງຊາດ, ເລືອກໄດ້ຜູ້ສະໝັກທີ່ມີມາດຖານເງື່ອນໄຂ, ມີຄວາມຮູ້ຄວາມສາມາດ, ມີວິໄສທັດທີ່ ກວ້າງໄກ ເພື່ອມາເປັນຕົວແທນໃຫ້ພໍ່-ແມ່ປະຊາ ຊົນບັນດາເຜົ່າ ແລະ ເຊີນຊ່ວນໃຫ້ຜູ້ມີສິດເລືອກຕັ້ງຈົ່ງພາກັນໄປໃຊ້ສິດຂອງຕົນ ເພື່ອເລືອກໄດ້ຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນສູງສຸດຂອງພໍ່-ແມ່ປະຊາຊົນບັນດາເຜົ່າ. ໂດຍ: ສຸວັນໂນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ