ກອງບັນຊາການທະຫານແຂວງຜົ້ງສາລີ ປະດັບທຽບຊັ້ນ ໃຫ້ຄູອາສາທີ່ເຂົ້າເປັນລັດຖະກອນປ້ອງກັນຊາດ
ເວລາອອກຂ່າວ: 2026-02-06 09:39:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 155 | ຄວາມນິຍົມ: ![]()
ໃນວັນທີ 2 ກຸມພາ 2026 ນີ້, ຢູ່ທີ່ສະໂມສອນໃຫຍ່ຂອງເມືອງບຸນເໜືອ, ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ປະດັບທຽບຊັ້ນຕາມວຸດທິການສຶກສາ
ໃຫ້ຄູອາສາ ທີ່ເຂົ້າເປັນລັດຖະ ກອນປ້ອງກັນຊາດ, ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ວິໄລ ແພງສົມເຮືອງ ຫົວໜ້າການທະຫານກອງບັນຊາການທະຫານແຂວງຜົ້ງສາລີ, ມີ ສະຫາຍ ໄຊຄຳ ຢິນສົມບັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ພະແນກສຶກສາທິການ ແລະ ກິລາ, ກອງບັນຊາການທະຫານເມືອງ 7 ເມືອງ, ພາກສ່ວນທີ່ກ່ຽວຂ້ອງ ແລະ ຄູອາສາ ທີ່ເຂົ້າເປັນລັດຖະກອນປ້ອງກັນຊາດທົ່ວແຂວງ ເຂົ້າຮ່ວມ.
ສະຫາຍ ພັນໂທ ທອງໄຫຼ ໄຊທະວົງ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະ ຫານແຂວງ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະດັບທຽບຊັ້ນໃຫ້ຄູອາສາທີ່ເຂົ້າເປັນລັດຖະກອນປ້ອງກັນຊາດ ຢູ່ແຂວງຜົ້ງສາລີ ໃນນີ້, ກົມໃຫຍ່ການເມືອງກອງ ທັບ ຕົກລົງປະດັບທຽບຊັ້ນຮ້ອຍໂທ ໃຫ້ພະນັກງານຄູອາສາເຂົ້າເປັນລັດຖະກອນປ້ອງກັນຊາດ ຈຳນວນ 179 ສະຫາຍ, ຊັ້ນຮ້ອຍຕີ 34 ສະຫາຍ, ພ້ອມນັ້ນ ສະຫາຍ ພັນໂທ ຄຳແພງ ອຸ່ນສະຫວັນ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ ຍັງໄດ້ຜ່ານບັນດາຂໍ້ກຳນົດວ່າດ້ວຍຄຳປະຕິຍານ 8 ຂໍ້, ລະບຽບວິໄນ 8 ຂໍ້ ແລະ 12 ຂໍ້ຕໍ່ປະຊາຊົນ, 4 ບໍ່ ແລະ 4 ຊ່ວຍ, ພ້ອມທັງອະທິບາຍບາງຂໍ້ໃຫ້ພະນັກງານລັດຖະກອນປ້ອງກັນຊາດ ໄດ້ຮັບຮູ້ເຂົ້າໃຈຕໍ່ເນື້ອໃນດັ່ງກ່າວ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ຖືກຕ້ອງເຂັ້ມງວດ.
ໂອກາດນີ້, ສະຫາຍ ພັນເອກ ວິໄລ ແພງສົມເຮືອງ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ໄດ້ເນັ້ນໜັກໃຫ້ຄູອາສາທີ່ເຂົ້າເປັນລັດຖະກອນປ້ອງກັນຊາດໃນທົ່ວແຂວງ ຈົ່ງເອົາໃຈໃສ່ຕັ້ງໜ້າປະຕິບັດໜ້າທີ່ຂອງຕົນ ໂດຍສະເພາະແມ່ນເອົາໃຈໃສ່ປະ ຕິບັດຂໍ້ກຳນົດກົດລະບຽບຂອງຂອງທັບ ແລະ ຂອງກະຊວງສຶກ ສາທິການ ແລະ ກິລາ ທີ່ໄດ້ກຳ ນົດໄວ້ຢ່າງເຂັ້ມງວດ, ພ້ອມກັນ
ເຮັດໜ້າທີ່ປ້ອງກັນຊາດ ໃຫ້ກາຍ ເປັນໜ້າທີ່ຂອງທົ່ວປວງຊົນຢ່າງແທ້ຈິງ, ມີຄວາມຫ້າວຫັນເຮັດສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ມີຜົນສຳເລັດ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.
ໂດຍ: ທອງສຸກ ຈັນຖະໜອມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















