ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ມີນາ 2026

  

ມອບ-ຮັບ ຫົວໜ້າ​ຫ້ອງການ ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື
ເວລາອອກຂ່າວ: 2026-02-06 09:42:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 151 | ຄວາມນິຍົມ:



ໃນ​ວັນ​ທີ 3 ກຸມພາ 2026 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື, ໄດ້ ມອບ-ຮັບ ຫົວໜ້າ​ການ​ກອງ​ບັນຊາ​ການ​ທະຫານ ແຂວງ​ອັດ​ຕະ​ປື ລະຫວ່າງ ສະຫາຍ ພັນ​ເອກ ເກັດ​ສະໜາ ກົມ​ມະ​ເມືອງ ອະດີດ​ຫົວໜ້າ​ຫ້ອງ ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື (ຜູ້​ເກົ່າ) ແລະ ສະຫາຍ ພັນ​ໂທ ຄຳ​ຄິດ ຄຳ​ມະນີ, ຫົວໜ້າ​ຫ້ອງການ​ກອງ​ບັນຊາ​ການ​ທະຫານ ແຂວງ​ອັດ​ຕະ​ປື (ຜູ້​ໃໝ່), ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ບຸນ​ເຊີຍ ສີ​ປະເສີດ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະ ຫານ​ແຂວງ​ອັດ​ຕະ​ປື, ມີ​ຄະນະ​ພັກ-ຄະນະ​ບັນຊາ 5 ຫ້ອງ, ບັນ ດາ​ພະແນກການ ຕະຫຼອດ​ຮອດ​ພະນັກງານ​ໃນ​ຫ້ອງການ ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ເກັດ​ສະໜາ ກົມ​ມະ​ເມືອງ ໄດ້​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ການເມືອງ​ຂອງ​ພັກ-ລັດ ກໍ່​ຄື​ຂອງ​ກອງທັບ ອັນ​ລະ​ອິດ​ລະ​ອ້ຽວ​ຕະຫຼອດ​ໃນ​ໄລຍະ​ຜ່ານ​ມາ ເປັນຕົ້ນ​ແມ່ນ​ການ​ຊີ້​ນຳ-ນຳພາ ໃນ​ທຸກ​ຂົງເຂດ​ວຽກ​ງານ​ຂອງ​ຫ້ອງການ ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື. ພ້ອມ​ທັງ​ກ່າວ​ມອບ​ໜ້າທີ່​ໃຫ້​ສະຫາຍ ພັນ​ໂທ ຄຳ​ຄິດ ຄຳ​ມະນີ ຄະນະ​ພັກ​ກອງ​ບັນຊາ​ການ ຫົວໜ້າ​ຫ້ອງການ​ກອງ​ບັນຊາ​ການ (ຜູ້​ໃໝ່) ສຶບ​ຕໍ່​ຊີ້​ນຳ-ນຳພາ​ຕໍ່​ໄປ. ໂອກາດ​ດັ່ງກ່າວ, ສະຫາຍ ພັນ​ໂທ ບຸນ​ເຊີຍ ສີ​ປະເສີດ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ສະຫາຍ ຫົວໜ້າ​ຫ້ອງການ​ຜູ້​ໃໝ່ ຈົ່ງ​ຍົກ​ສູງ​ນ້ຳໃຈ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ ທີ່​ການຈັດຕັ້ງ​ມອບ​ໝາຍ​ໃຫ້ ເພີ່ມ​ທະວີ​ຄວາມ​ສາມັກຄີ​ພາຍ​ໃນ​ໃຫ້​ເປັນ​ປຶກ​ແຜ່ນ, ເປັນ​ເຈົ້າ​ການ​ໃນ​ການ​ຊີ້​ນຳ, ເອົາໃຈໃສ່​ປະຕິບັດ​ຕາມ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ, ເອກະ​ພາບ​ໃນ​ໝູ່​ຄະນະ, ຕັ້ງໜ້າ​ປັບປຸງ​ໃນ​ຂົງເຂດ​ວຽກ​ງານ​ຫ້ອງການ​ໃຫ້​ມີ​ຄວາມ​ຖືກຕ້ອງ​ໂປ່ງ​ໃສ, ຮັບປະກັນ​ທາງ​ ດ້ານ​ປະສິດທິພາບ, ອຳນວຍ ​ຄວາມ​ສະດວກ​ຕາມ​ຄວາມ​ຮຽກ ຮ້ອງ​ຕ້ອງການ​ຂອງ ພະນັກງານ-ນັກຮົບ ພາຍ​ໃນ​ຫ້ອງການ ກໍ່​ຄື​ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື ໃຫ້​ທັນ​ກັບ​ສະພາບ​ການ ແລະ ໜ້າທີ່​ວຽກ​ງານ​ຕົວ​ຈິງ. ໂດຍ: ຈັນ​ສະໝອນ ໄຊ​ຍະ​ພູມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ