ໂຮງຮຽນເລກ 2 ວຽງໄຊ ຈັດຕັ້ງເຄົາລົບທຸງຊາດ ປະຈຳເດືອນກຸມພາ 2026
ເວລາອອກຂ່າວ: 2026-02-06 09:45:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 161 | ຄວາມນິຍົມ: ![]()
ໃນວັນທີ 2 ກຸມພາ 2026, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳເດືອນກຸມພາ 2026, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສຳລີ ຈັນທະວົງ ຫົວໜ້າການເມືອງໂຮງຮຽນ, ມີຄະນະພັກ-ຄະນະບັນຊາ, ພະນັັກງານ-ນັກຮົບ, ຄູ-ອາຈານ ພ້ອມດ້ວຍ ນັກຮຽນ- ນັກສຶກສາ ເຂົ້າຮ່ວມ.
ສະຫາຍ ພັນເອກ ສຳລີ ຈັນທະວົງ ໄດ້ສະຫຼຸບຕີລາຄາຄືນກ່ຽວກັບການເຄື່ອນໄຫວໜ້າທີ່ວຽກງານ ໂດຍປິ່ນອ້ອມ 4 ໜ້າທີ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ; ເຊິ່ງໄດ້ປະຕິບັດລະບອບປະຈຳ ການກຽມພ້ອມສູ້ຮົບແຕ່ລະຂັ້ນ ແລະ ກວດກາສາລະເວຕາມຂອບເຂດຄວາມຮັບຜິດຊອບເປັນປົກກະຕິ, ທົ່ວກົມກອງມີຄວາມສະຫງົບປອດໄພ 100% ແລະ ການຫັນລົງກໍ່ສ້າງຮາກຖານປະຊາຊົນ ເກັບກຳສະພາບການຕ່າງໆ ເພື່ອພ້ອມກັນແກ້ໄຂໃຫ້ທວງທັນກັບເວລາ ມີຄວາມສະຫງົບໂດຍພື້ນຖານ, ການປະຕິບັດຫຼັກສູດ ການຮຽນ-ການສອນ, ການອົບຮົມ-ຫັດແອບ ປະຕິບັດໄດ້ຕາມກຳນົດເວລາ ແລະ ການປະຕິບັດ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ ຂອງນັກຮຽນ ແມ່ນມີຄວາມເຂັ້ມງວດ, ສຳເລັດການສອບເສັງພາກຮຽນທີ I ສົກຮຽນ 2025-2026 ແລະ ຄະນະອຳນວຍການໂຮງຮຽນ ກໍໄດ້ລົງອວຍພອນ ອະດີດການນຳໂຮງຮຽນ, ພ້ອມທັງ ຕ້ອນຮັບການເຂົ້າອວຍພອນຂອງຫຼາຍພາກສວ່ນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ແລະ ວຽກງານຂະບວນການຕ່າງໆຂອງກົມກອງ ກໍເຫັນວ່າ ເປັນຂະບວນຟົດ ຟື້ນສົມຄວນ.
ສະຫາຍ ພັນເອກ ສຳລີ ຈັນທະວົງ ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ, ພະນັກ ງານ-ນັກຮົບ, ໃນທົ່ວໂຮງຮຽນ ເປັນເຈົ້າການ ປະຕິບັດ ມະຕິຄຳສັ່ງ, ຂໍ້ກຳນົດກົດລະບຽບ ຂອງກອງທັບ ຂອງໂຮງຮຽນ ໃຫ້ເຂັ້ມງວດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການຕ່າງໆຂອງກົມກອງ, ສະເພາະນັກຮຽນ-ນັກສຶກສາ ອອກແຮງແຂ່ງຂັນກັນ ຄົ້ນຄວ້າຮໍ່າຮຽນ, ອົບຮົມ-ຫັດແອບ ສ້າງຕົນເອງໃຫ້ເປັນນັກຮຽນດີ-ຮຽນເກັ່ງ ເສັງໃຫ້ໄດ້ຄຸນນະພາບດີ.
ໂດຍ: ຄຳແປງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















