ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ມີນາ 2026

  

ຫ້ອງການ​ຊາວ​ໜຸ່ມ​ກອງທັບ ລົງ​ເຄື່ອນ​ໄຫວ​ຊຸກຍູ້​ກວດກາ​ ຂະ​ບວນ​ການ​ວຽກ​ງານ​ຊາວ​ໜຸ່ມ ຢູ່​ກອງ​ບັນຊາ​ການ​ທະຫານ​ອາກາດ
ເວລາອອກຂ່າວ: 2026-02-06 09:54:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 154 | ຄວາມນິຍົມ:



ວັນ​ທີ 4 ກຸມພາ 2026 ນີ້, ຫ້ອງການ​ຊາວ​ໜຸ່ມ​ກອງທັບ ໄດ້​ລົງ​ເຄື່ອນ​ໄຫວ​ຊຸກຍູ້​ກວດກາ​ຂະ​ບວນ​ການ​ວຽກ​ງານ​ຊາວ​ໜຸ່ມ ຢູ່​ກອງ​ບັນຊາ​ການ​ທະຫານ​ອາກາດ ແລະ ຕິດຕາມ​ການຈັດຕັ້ງ​ຜັນ​ຂະຫຍາຍມະຕິ​ກອງ​ປະຊຸມ​ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ກອງທັບ ຄັ້ງ​ທີ IX, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຫົງ​ທອງ ສີ​ຊາ​ນົນ ຄະນະເລຂາທິການສູນກາງຊາວ ໜຸ່ມປະຊາຊົນປະຕິວັດລາວ, ຫົວໜ້າ ​ຫ້ອງການ​ຊາວ​ໜຸ່ມ​ກອງທັບ, ມີ​ຄະນະ​ຫ້ອງ, ແຂກ​ຖືກ​ເຊີນ ແລະ ພະ​ນັກງ​​ານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ພຸດ​ທະ​ວົງ ລັດຕະນະ ຮອງ​ຫົວໜ້າ​ພະ​ແນກ​ຊາວ​ໜຸ່ມ ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ອາກາດ ໄດ້​ຜ່ານ​ບົດ​ລາຍ​ງານ​ຫຍໍ້​ການເຄື່ອນໄຫວ​ວຽກ​ງານ​ຊາວ​ໜຸ່ມ​ໃນ​ໄລຍະ​ຜ່ານ​ມາ ເປັນຕົ້ນ​ແມ່ນ​ວຽກ​ງານ​ດ້ານ​ເຕັກນິກ-ການບິນ ແມ່ນ​ວຽກ​ງານ​ໜຶ່ງ​ທີ່​ສຳຄັນ ເປັນ​ໜ້າທີ່​ໃຈກາງ ຂອງ​ກອງ​ບັນຊາ​ການ​ທະຫານ​ອາກາດ, ຊາວ​ໜຸ່ມ ໄດ້​ເປັນ​ກຳລັງ​ແຮງ ແລະ ມີ​ຄວາມ​ຮັບ ຜິດຊອບ​ສູງ ເຮັດ​ໃຫ້​ວັດຖຸ ອຸປະກອນ​ຕ່າງໆ ນຳ​ໃຊ້​ໄດ້​ຍາວ​ນານ, ເຮັດ​ໃຫ້​ວຽກ​ງານ​ວິຊາ​ສະເພາະ​ການບິນ ມີ​ຜົນສຳເລັດ ແລະ ປອດ​ໄພ 100%, ວຽກ​ງານ​ດ້ານ​ວິຊາ​ສະເພາະ ຊາວ​ໜຸ່ມ ຍັງ​ມີໜ້າ​ທີ່​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ ວິຊາ​ສະເພາະ​ຫຼາຍ​ຢ່າງ ເຊັ່ນ: ສ້ອມແປງ​ພາຫະນະ​ພາກ​ພື້ນ​ທີ່​ເປ່​ເພ, ສ້ອມແປງ​ເຄຫາ​ສະຖານ-ອາຄານ, ຂັບ​ລົດ​ຮັບ​ໃຊ້​ວຽກ​ງານ​ຕ່າງໆ ຂອງ​ກົມ​ກອງ, ເບີກ​ຈ່າຍ​ນ້ຳມັນ​ເຊື້ອ​ໄຟ, ເບີກ​ຈ່າຍ​ງົບປະມານ​ຕ່າງໆ ແລະ ຮັບແຂກ​ທີ່​ມາ​ຢ້ຽມຢາມ, ເຮັດ​ວຽກ​ນຳ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງປະເທດ. ໃນ​ໂອກາດ​ນີ້, ສະຫາຍ​ ພັນ​ເອກ ຫົງ​ທອງ ສີ​ຊາ​ນົນ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ ຕໍ່​ຄະນະ​ພັກ-ຄະນະ​ບັນຊາ​ວ່າ: ຈົ່ງ​ສຸ່ມ​ໃສ່​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ​ໃຫ້​ແກ່ ​ຊາວ​ໜຸ່ມ-ໄວ​ໜຸ່ມ​ເຊື່ອມ​ຊຶມ​ແນວທາງ​ນະໂຍບາຍ​ຂອງ​ພັກ​ໃນ​ແຕ່​ໄລຍະ, ເສີມ​ຂະຫຍາຍ​ນ້ຳ ໃຈ​ຮັກ​ເຊື້ອ​ແພງ​ຊາດ, ອຸທິດ​ຕົນ​ເພື່ອ​ປົກ​ປັກ​ຮັກສາ​ປະເທດ​ຊາດ, ຮັກແລະ ຫ່ວງ​ແຫນ​ວັດ​ທະ​ນະ​​​ທຳອັນ​ດີງາມ​ຂອງ​ຊາດ ແລະ ເຊື່ອ​ໝັ້ນ​ຢ່າງ​ຕາຍໃຈ​ຕໍ່​ອຸດົມ​ການ​ຂອງ​ພັກ, ເອົາໃຈໃສ່​ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ, ແບບແຜນ​ນຳພາ ຕາມ​ຫຼັກການ​ລວມ ສູນ​ປະຊາທິປະໄຕ ຕາມ​ທິດ​ຫັນ​ເປັນ​ດີ​ຈິ​ຕອ່ນ ການ​ປັບປຸງ​ຕ້ອງ​ຖື​ເອົາ​ຄຸນ​ນະ​ພາບ​ເປັນຕົ້ນ​ຕໍ, ປະລິມານ ເປັນ​ສຳຄັນ, ການ​ປັບປຸງ​ການຈັດຕັ້ງ ຕ້ອງ​ບົນ​ພື້ນຖານ ກ້າ​ຄິດ, ກ້າ​ເຮັດ, ກ້າ​ທຳ ແລະ ກ້າ​ຮັບຜິດຊອບ ແລະ ຮູ້​ໝູນ​ໃຊ້ 5 ຫຼັກການ​ສັດຈະ​ວິພາກ ຈາກ 2 ຫຼັກ​ມູນ, 3 ກົດເກນ, 6 ຄູ່​ມາດ​ຕະ​ການ ຂອງ ພື້ນຖານ​ທິດ​ສະ​ດີ​ມາກ-ເລ​ນິນ, ເພີ່ມ​ທະວີ​ການເຄື່ອນໄຫວ ແລະ ສ້າງ​ຂະ​ບວນ​ການ​ວຽກ​ງານ​ຊາວ​ໜຸ່ມ ໂດຍ​ສະເພາະ ການ​ສ້າງ​ຂະ​ບວນ ຕາມ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 4 ບຸກ ຂອງ​ຊາວ​ໜຸ່ມການ​ຕ້ອງ​ຕິດ​ພັນ​ກັບ ຂໍ້​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ, ຕິດພັນ ກັບ 4 ໜ້າທີ່​ໃຫຍ່ 26 ແຜນ​ກ​ງານ ຂອງ​ກະຊວງ​ປ້ອງ​ກັນ​ປະເທດວາງອອກ, ລະບຽບ​ວິ​ໃນແມ່ນ​ຄວາມ​ເຂັ້ມ ແຂງ​ຂອງ​ກອງທັບ, ສະນັ້ນ​ການຈັດຕັ້ງ ແລະສະມາຊິກ​ຊາວ​ໜຸ່ມຕ້ອງ​ໄດ້ ເຝິກ​ຜົນ​ຫຼໍ່​ຫຼອມ​ຕົນ​ເອງ, ເປັນ​ເຈົ້າ​ການ, ເປັນ​ແບບຢ່າງ ໃນ​ການຈັດຕັ້ງ​ປະຕິບັດ ຂໍ້​ກຳນົດ 7 ລະບອບ 18 ວຽກ​ຂອງ​ກອງທັບ​ປະຊາຊົນ​ລາວ, ຂໍ້​ກຳນົດ ວ່າ​ດ້ວຍຄຳ​ປະຕິຍານ 8 ຂໍ້, ວິ​ໃນ 8 ຂໍ້ ແລະ ກົດ​ລະບຽບ 12 ຂໍ້​ຕໍ່​ປະຊາຊົນ, ເອົາໃຈໃສ່ຍົກ​ສູງ​ລະດັບ​ຊີວິດ​ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ, ສ້າງ​ແຫຼ່ງ​ລາຍ​ຮັບ​ທີ່​ບໍ່​ຜິດ ​ກັບ​ລະບຽບ, ກົດໝາຍ ຕາມ​ທິດເສດຖະກິດ​ເອກະລາດ ເປັນ​ເຈົ້າ​ຕົນ​ເອງ, ຍົກ​ສູງ​ຄຳ​ຂວັນ ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ, ເພີ່ມ​ຜະລິດຜົນ 4 ປູກ 4 ລ້ຽງ ຕາມ​ທ່າແຮງ ແລະ ເງື່ອນໄຂ​ຕົວ​ຈິງ​ຂອງ ກົມ​ກອງ ແລະ ພັດທະນາ​ກອງ​ທຶນ​ຊາວ​ໜຸ່ມ​ໃຫ້​ມີ​ທ່າ​ຂະຫຍາຍຕົວ​ຕື່ມ​ອີກ. ນອກ​ນີ້, ຫ້ອງການ​ຊາວ​ໜຸ່ມ​ກອງທັບ​ຍັງ​ໄດ້​ມອບ​ເຄື່ອງ​ບໍລິໂພກ​ໃຫ້ ​ກທອ ເຊັ່ນ​ວ່າ: ນ້ຳ​ດື່ມ ຈຳນວນ 30 ແພັກ, ຢາ​ປົວ​ພະຍາດ​ຈຳນວນ​ໜຶ່ງ ລວມ​ມູນ​ຄ່າ 5.214.000ກີບ. ກ່າວ​ມອບ​ໂດຍສະຫາຍ ພັນ​ເອກ ຫົງ​ທອງສີ​ຊາ​ນົນ ຫົວໜ້າ​ຫ້ອງການ​ຊາວ​ໜຸ່ມ​ກອງທັບ ກ່າວ​ຮັບ​ໂດຍ ສະຫາຍ ພັນ​ໂທ ທອງ​ສະ​ຫວັດ ສີ​ສົງຄາມ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ​ກທອ. ໂດຍ: ນາງ ໜູ​ແດງ ພົມ​ມະ​ສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ