ພະແນກບໍລິຫານ ກອງພັນໃຫຍ່ 497 ສ້າງໄດ້ຜົນງານທີ່ພົ້ນເດັ່ນ
ເວລາອອກຂ່າວ: 2026-02-06 09:56:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 161 | ຄວາມນິຍົມ: ![]()
ສະຫາຍ ພັນໂທ ສົມນຶກ ວິໄລຄຳ ຮອງຫົວໜ້າພະແນກບໍລິຫານ ກອງພັນໃຫຍ່ 497 ໃຫ້ຮູ້ວ່າ: ການເຄື່ອນໄຫວວຽກງານການເມືອງ ແລະ ວິຊາສະເພາະໃນໄລຍະ 1 ປີຜ່ານມາແມ່ນມີຜົນ ສຳເລັດຫຼາຍດ້ານ, ເປັນຕົ້ນແມ່ນ ວຽກງານສຶກສາອົບຮົມການ ເມືອງ-ນຳພາແນວຄິດໃຫ້ພະ ນັກງານ-ນັກຮົບພາຍໃນພະແນກ ໃນການເປັນເສນາທິການໃຫ້ຄະ ນະພັກກອງພັນໃຫຍ່ດ້ານວຽກ ງານບໍລິຫານ-ສັງລວມເອກະ ສານຂາເຂົ້າ-ຂາອອກ ແລະ ບົດໂອ້ລົມຕ່າງໆ; ຕິດຕາມກວດກາເອກະສານຕາມຫຼັກການວິຊາສະເພາະໃນການເຂົ້າເລກທີເອ ກະສານ, ເພື່ອຄຸ້ມຄອງປົກປັກຮັກສາບໍ່ໃຫ້ເອກະສານຕົກເຮ່ຍເສຍຫາຍ ແລະ ຮັກສາຄວາມລັບຢ່າງເດັດຂາດ ໃນ 1 ປີຜ່ານມາ, ສາມາດເຂົ້າເລກທີເອກະສານ ເຂົ້າ-ອອກກອງພັນໃຫຍ່ 497 ຈຳນວນ 1.104 ສະບັບ, ວຽກງານການເງິນໄດ້ຮັບເບີກ-ຈ່າຍເງິນເດືອນໃຫ້ພະນັກງານ-ນັກຮົບເປັນປົກກະຕິ, ວຽກງານປະຫັວດສາດ ໄດ້ລົງເກັບກຳຂໍ້ມູນຢູ່ກົມກອງຮາກຖານ ເພື່ອເປັນບ່ອນອີງໃນການຂຽນບົດມູນເຊື້ອ, ວຽກງານອຸປະໂພກ-ບໍລິໂພກໄດ້ຮັບເຂົ້າກິນປີ 2025 ຈຳນວນ 151.851 ກິໂລກຼາມ, ຮັບເຄື່ອງ ປະຈຳປີ 1 ຄັ້ງ, ຈຳນວນ 563 ຊຸດ, ເຄື່ອງຍາວນານ 580 ຊຸດ, ເຄື່ອງປະດັບຊັ້ນ 35 ຊຸດ ແລະ ຈ່າຍເຂົ້າອັດຕາກິນໃຫ້ພະນັກງານ-ນັກຮົບ 5 ພະແນກການ 3.500 ຄັ້ງ, ຂັບລົດຮັບໃຊ້ຄະນະບັນຊາກອງພັນໃຫຍ່ ແລະ ຂະແໜງການອື່ນໆທີ່ພົວພັນເຮັດວຽກງານນຳຂັ້ນເທິງ ຈຳນວນ 400 ຖ້ຽວ, ຮັບແຂກພາຍໃນ 35 ຄັ້ງ, ແຂກຕ່າງປະເທດ 5 ຄັ້ງ ແລະ ຮັບໃຊ້ ງານຕ່າງໆ ພາຍໃນກົມກອງຈຳນວນ 40 ຄັ້ງ; ພ້ອມນັ້ນກໍໄດ້ເອົາໃຈໃສ່ວຽກງານຮັບປະກັນການຕົ້ມຫຸ່ງປຸງແຕ່ງຮັບໃຊ້ເຮືອນ ຄົວລວມເຂົ້າສຸກແກ້ງຮ້ອນຕິດພັນກັບການອະນາໄມ, ຕັດແຕ່ງ ດອກໄມ້ປະດັບປະດາຕາມສະ ຖານທີ່ຄ້າຍຄູ່ສຳນັກງານກອງ ພັນໃຫຍ່ ແລະ ວຽກງານອື່ນໆ ທີ່ປິ່ນອ້ອມ ເຫັນວ່າມີຜົນສຳເລັດ, ນອກນັ້ນ; ຍັງໄດ້ເອົາໃຈໃສ່ປຸກ ລະດົມຊຸກຍູ້ພະນັກງານ-ນັກຮົບ ເຮັດວຽກງານປູກຝັງ-ລ້ຽງສັດບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ສະຫາຍ ພັນໂທ ສົມນຶກ ວິໄລຄຳ ຍັງກ່າວຕື່ມອີກວ່າ: ໃນ ຕໍ່ໜ້າແມ່ນຈະໄດ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ເອົາສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບເປັນປົກກະຕິຕໍ່ເນື່ອງ, ເພີ່ມ ທະວີຄວາມສາມັກຄີພາຍໃນໃຫ້ ແໜ້ນແຟ້ນ ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນດ້ວຍຄວາມບຸກບືນ ຫ້າວຫັນ ແລະ ມີຄວາມຮັບຜິດ ຊອບສູງ, ເສີມຂະຫຍາຍທ່າແຮງບົມຊ້ອນຂອງກົມກອງດ້ວຍການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນເປັນກ້າວໆ
ໂດຍ: ຄັນທະມູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















