ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະທານ ຄຄຊ ເນັ້ນໃຫ້ນຳບໍລິສັດເຂົ້າຈົດທະບຽນຕາມແຜນ
ເວລາອອກຂ່າວ: 2019-09-16 08:59:35 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 136 | ຄວາມນິຍົມ:



ກອງປະຊຸມຄະນະກໍາມະ ການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ III ປະຈໍາປີ 2019 ໄດ້ສຳ ເລັດລົງໃນວັນທີ 13 ກັນຍາ 2019 ທີ່ນະຄອນຫຼວງວຽງຈັນ ເຊິ່ງໄດ້ດຳເນີນມາເປັນເວລາເຄິ່ງວັນ ພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການເງິນ, ປະທານ ຄຄຊ; ພ້ອມ ນີ້, ຍັງມີທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮອງປະທານ-ຜູ້ປະຈຳ ການ, ບັນດາຄະນະກຳມະການ ຄຄຊ ແລະພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມໃນເທື່ອນີ້ ໄດ້ເປີດ ຂຶ້ນທ່າມກາງທີ່ທົ່ວທັງຊາດ ພວມ ສຸມໃສ່ຜັນຂະຫຍາຍໄລຍະທ້າຍສະໄໝຂອງມະຕິ ຄັ້ງທີ X ຂອງ ພັກ ດ້ວຍຄວາມຈົດຈໍ່ ແລະ ກໍ່ຢູ່ ທ່າມກາງທີ່ຫຼາຍພື້ນທີ່ຂອງປະ ເທດ ໄດ້ຮັບຜົນກະທົບຢ່າງຮ້າຍ ແຮງຈາກໄພພິບັດນ້ຳຖ້ວມ ໂດຍ ສະເພາະແຂວງສະຫວັນນະເຂດ, ແຂວງຄຳມ່ວນ ແລະ 4 ແຂວງ ພາກໃຕ້ ອັນໄດ້ເຮັດໃຫ້ເສດຖະ ກິດກໍຄືຊັບສິນຂອງຊາດ, ຂອງ ປະຊາຊົນເສຍຫາຍຢ່າງຫຼວງ ຫຼາຍ ລວມທັງການສູນເສຍຊີ ວິດ; ແຕ່ເຖິງຢ່າງໃດກໍ່ຕາມ, ດ້ວຍການນຳພາ-ຊີ້ນຳຂອງສູນ ກາງພັກ-ລັດຖະບານ ແລະ ດ້ວຍ ການເອົາໃຈໃສ່ບຸກບືນຜ່ານຜ່າ ຂອງປະຊາຊົນເຮົາ ອັນຈະເຮັດ ໃຫ້ການແກ້ໄຂບັນຫາວິກິດດັ່ງກ່າວກັບຄືນສູ່ປົກກະຕິ ໂດຍໄວ. ກອງປະຊຸມຄັ້ງນີ້ ໄດ້ມີການປຶກ ສາຫາລືບາງໜ້າວຽກທີ່ສຳຄັນ ເປັນຕົ້ນໄດ້ມີການລາຍງານຜົນ ການຈັດຕັ້ງປະຕິບັດມະຕິກອງ ປະຊຸມ ຄຄຊ ຄັ້ງທີ II ປີ 2019; ຮັບຮອງເອົາຮ່າງນິຕິກຳໃຕ້ກົດ ໝາຍວ່າດ້ວຍຫຼັກຊັບສ້າງໃໝ່ ຈຳນວນ 2 ສະບັບ ໂດຍມີຮ່າງຂໍ້ ຕົກລົງວ່າດ້ວຍການສ້າງຕັ້ງ ແລະ ການເຄື່ອນໄຫວຂອງບໍລິ ສັດບໍລິຫານກອງທຶນ ເພື່ອການ ລົງທຶນ ແລະ ຮ່າງຂໍ້ຕົກລົງວ່າ ດ້ວຍກອງທຶນຮ່ວມ. ພ້ອມດຽວ ກັນນັ້ນ, ຍັງໄດ້ສະເໜີໃຫ້ມີການ ປັບປຸງເງື່ອນໄຂການຈົດທະບຽນ ຫຸ້ນຢູ່ຕະຫຼາດຫຼັກຊັບລາວ;ລາຍ ງານສະພາບການຊື້-ຂາຍຫຸ້ນ; ຜົນການດຳເນີນງານ ປະຈຳ 6 ເດືອນຕົ້ນປີ 2019 ຂອງບໍລິສັດ ຈົດທະບຽນ 1 ແຫ່ງ ແລະ ວິທີແກ້ ໄຂ; ແຜນປັບປຸງ ແລະ ພັດທະນາ ຕະຫຼາດຫຼັກຊັບລາວ. ທ່ານຮອງນາຍົກລັດຖະມົນຕີ, ປະທານ ຄຄຊ ໄດ້ເນັ້ນວ່າ: ໃນຂະ ນະນີ້ທຸກພາກສ່ວນເສດຖະກິດ ກໍ່ໄດ້ຂຸ້ນຂ້ຽວແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ ໂດຍ ສະເພາະຄວາມຫຍຸ້ງຍາກທາງ ດ້ານງົບປະມານ ແນໃສ່ເຮັດໃຫ້ ມີງົບປະມານພຽງພໍກັບຄວາມ ຈຳເປັນໃຊ້ຈ່າຍ ແລະ ພັດທະນາ ເສດຖະກິດ. ສຳລັບຂົງເຂດວຽກ ງານຕະຫຼາດທຶນ ໄດ້ສຸມໃສ່ປະຕິ ບັດໜ້າທີ່ວຽກງານທີ່ໄດ້ຮັບມອບ ໝາຍດ້ວຍຄວາມຮັບຜິດຊອບ ສູງພໍສົມຄວນ ແຕ່ເນື່ອງຈາກວ່າ ມີຫຼາຍເງື່ອນໄຂບໍ່ທັນເອື້ອອຳ ນວຍແທ້ ຈຶ່ງເຮັດໃຫ້ບາງວຽກຍັງບໍ່ທັນເປັນໄປຕາມແຜນການ ໂດຍສະເພາະການກະກຽມບໍລິ ສັດເຂົ້າຈົດທະບຽນຍັງຊັກຊ້າ, ຜົນການດຳເນີນງານຂອງບໍລິສັດຈົດທະບຽນ ຍັງມີລັກສະນະບໍ່ທັນຄືບໜ້າເທົ່າທີ່ຄວນ ແລະການຊື້-ຂາຍໃນຕະຫຼາດຍັງບໍ່ທັນຟົດຟື້ນ. ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງຜູ້ ແທນກອງປະຊຸມ ໂດຍສະເພາະ ສຳນັກງານ ຄຄຊ ທີ່ເປັນກົງຈັກ ເສນາທິການຈົ່ງໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍຜົນຂອງກອງ ປະຊຸມຄັ້ງນີ້ໃຫ້ບັນລຸຜົນອີຫຼີ ແລະ ສາມາດດຳເນີນງານດີຂຶ້ນກວ່າ ເກົ່າ. ໂດຍ: ຣັດສະໝີ ດວງສັດຈະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ