ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະທານປະເທດຮັບສານຕາຕັ້ງ ຈາກທູດປະເທດເພື່ອນມິດ ແລະ ມອບແຕ່ງຕັ້ງທູດລາວປະຈຳຕ່າງປະເທດ
ເວລາອອກຂ່າວ: 2019-09-16 09:04:30 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 123 | ຄວາມນິຍົມ:



ຂປລ. ໃນວັນທີ 13 ກັນຍາ 2019 ທີ່ທໍານຽບປະທານປະ ເທດ, ທ່ານ ບຸນຍັງ ວໍລະຈິດ ປະ ທານປະເທດ ແຫ່ງ ສາທາລະນະ ລັດ ປະຊາທິ ປະໄຕປະຊາຊົນ ລາວ ໄດ້ຕ້ອນຮັບບັນດາທູດປະ ເທດເພື່ອນມິດເຂົ້າຍື່ນສານຕາ ຕັ້ງເພື່ອດໍາລົງຕໍາແໜ່ງເປັນ ເອກ ອັກຄະລັດ ຖະທູດຄົນໃໜ່ ປະຈໍາ ສປປ ລາວ ເຊິ່ງປະກອບ ດ້ວຍສາທາລະນະລັດສິງກະໂປ, ອັງກິດ ຍີ່ປຸ່ນ ແລະ ລຸກຊໍາບວກ. ໃນໂອກາດນີ້, ທ່ານບຸນຍັງ ວໍລະ ຈິດ ປະທານປະເທດແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງຕໍ່ບັນ ດາ ທ່ານທູດປະເທດເພື່ອນມິດຕ່າງໆທີ່ ໄດ້ຖືກແຕ່ງຕັ້ງມາດໍາລົງຕໍາ ແໜ່ງ ເປັນເອກອັກຄະລັດຖະທູດ ປະ ຈໍາຢູ່ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວໃນຄັ້ງນີ້, ພອ້ມທັງໄດ້ແຈ້ງສະພາບ ການພັດ ທະນາໃນດ້ານ ຕ່າງໆຂອງລາວ ໃຫ້ແກ່ບັນດາທ່ານທູດໄດ້ຮັບຊາບ ແລະ ຫວັງວ່າ ໃນຕະຫຼອດໄລຍະ ຂອງການປະຕິບັດໜ້າທີ່ການທູດ ຢູ່ລາວ ບັນດາທ່ານທູດຈະປະ ກອບສ່ວນເສີມສ້າງສາຍພົວພັນ ແລະ ການຮວ່ມມື ທີ່ມີຢູ່ແລ້ວໃຫ້ ນັບມື້ຂະຫຍາຍຕົວຂຶ້ນເລື້ອຍໆ. ລັດຖະບານລາວ ພ້ອມແລ້ວຈະ ໃຫ້ການຮ່ວມມື, ອໍານວຍຄວາມ ສະດວກໃຫ້ແກ່ທຸກທ່ານ ໃນການ ປະຕິບັດໜ້າທີ່ຢູ່ລາວ ໃຫ້ປະສົບ ຜົນສໍາເລັດ ເພື່ອເພີ່ມພູນຄູນສ້າງ ສາຍພົວພັນ ແລະ ການຮວ່ມມືທີ່ມີຢູ່ແລ້ວໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ໃນມື້ດຽວກັນ, ທ່ານປະທານ ປະເທດ ບຸນຍັງ ວໍລະຈິດ ກໍໄດ້ ມອບສານແຕ່ງຕັ້ງໃຫ້ ທ່ານ ແສງ ເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄປດໍາ ລົງຕໍາແໜ່ງເປັນ ເອກອັກຄະລັດ ຖະທູດ ແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ, ທ່ານ ນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄປດໍາ ລົງຕໍາແໜ່ງເປັນ ເອກອັກຄະລັດ ຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ, ທ່ານ ພົມມາ ສິດເສນາ ຫົວໜ້າກົມເອີຣົບ-ອາເມລິກາ, ຄະນະພົວພັນຕ່າງປະເທດສູນ ກາງພັກ ໄປດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ. ອິນໂດເນເຊຍ, ທ່ານ ອານຸພາບ ວົງໜໍ່ແກ້ວ ຫົວ ໜ້າກົມອົງການຈັດຕັ້ງສາກົນໄປ ດໍາລົງຕໍາແໜ່ງເປັນເອກອັກຄະ ລັດຖະທູດ, ຜູ້ຕາງໜ້າຖາ ວອນ ແຫ່ງ ສປປ ລາວ ປະຈຳອົງການ ສະຫະປະຊາຊາດ ທີ່ນີວຢອກ ແລະ ທ່ານ ບຸນລຽບ ຮຸ່ງວົງສອນ ຮອງຫົວໜ້າກົມອາຊີ, ປາຊີ ຟິກ ແລະ ອາຟຣິກກາ, ກະຊວງ ການຕ່າງປະເທດໄປດໍາລົງຕໍາ ແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຊູແອດ. ໂດຍ: ສິງຄຳ- ພາບ: ອ່າຍຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ