ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 12 ມີນາ 2026

  

ທະຫານ​ແຂວງ​ຜົ້ງ​ສາລີ ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ ເສຍ​ຊີວິດ
ເວລາອອກຂ່າວ: 2026-02-13 09:09:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 136 | ຄວາມນິຍົມ:



ວັນ​ທີ 11 ກຸມພາ 2026, ຢູ່​ທີ່ ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ໄດ້​ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ​ໃຫ້​ແກ່​ຄອບຄົວ​ຜູ້​ເສຍ​ຊີວິດ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ສົມ​ຈັນ ລອດ​ສຸ​ລີ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ, ມີ ຄະນະ​ພັກ-ຄະນະ​ບັນຊາ​ພະ ແນກການ​ທີ່​ກ່ຽວຂ້ອງ ພ້ອມ​ດ້ວຍ ພະນັກງານ​ວິຊາ​ການ ແລະ ຄອບຄົວ​ຂອງ​ຜູ້​ເສຍ​ຊີວິດ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ພັນ​ໄຊ ແກ້ວ​ບຸນ​ທີ ຫົວໜ້າ​ພະ​ແນກ​ປະ ກັນ​ສັງຄົມ ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ໄດ້​ຜ່ານ​ບົດ​ບັນທຶກ​ມອບ-ຮັບ​ເງິນ​ນະໂຍບາຍ​ອຸດ​ໜູນ​ໃຫ້​ແກ່​ນາຍ ແລະ ພົນທະຫານ​ຜູ້​ເສຍ​ຊີວິດ ແລະ ໄດ້​ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ​ໃຫ້​ແກ່​ຄອບຄົວ​ຜູ້​ເສຍ​ຊີວິດ ຈຳນວນ 4 ສະຫາຍ ລວມ​ເປັນ​ເງິນ​ທັງ​ໝົດ 186.435.893 ກີບ. ສະຫາຍ ພັນ​ເອກ ສົມ​ຈັນ ລອດ​ສຸ​ລີ ໄດ້​ຮຽກຮ້ອງ​ໃຫ້​ຄອບ ຄົວ​ຂອງ​ຜູ້​ເສຍ​ຊີວິດ ຈົ່ງ​ນຳ​ເອົາ​ເງິນ​ນະໂຍບາຍ​ດັ່ງກ່າວ​ໄປ​ນຳ​ໃຊ້​ໃຫ້​ຖືກ​ເປົ້າ​ໝາຍ, ເປັນ​ທຶນ​ໃນ​ການ​ສຶກ​ສາ​ໃຫ້​ລູກ​ຫຼານ ແລະ ນຳໄປ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຂອງ​ຄອບຄົວ​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ. ໂດຍ: ທອງ​ໄຊ ແສງ​ອຸດົມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ