ກອງພັນໃຫຍ່ 605 ມອບບັດສະມາຊິກພັກ ຊຸດທີ IX ແລະ ປະກາດການເລື່ອນຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2026-02-13 09:15:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 140 | ຄວາມນິຍົມ: ![]()
ຫວ່າງບໍ່ດົນມານີ້, ກອງພັນໃຫຍ່ 605 ໄດ້ມອບບັດສະມາຊິກພັກ ໃຫ້ສະມາຊິກພັກສົມບູນ ຊຸດທີ IX ແລະ ປະກາດເລື່ອນຊັ້ນໃຫ້ນາຍທະຫານ, ໂດຍການເປັນປະທານຂອງສະຫາຍ ພັນເອກ ໄມສີ ມາວັນດີ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ 605, ມີຄະນະພັກກອງພັນໃຫຍ່, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມ.
ສະຫາຍ ພັນໂທ ສີໃສ ວິໄລພັນ ຄະນະພັກ ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 605, ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງອອກບັດສະມາຊິກພັກສົມບູນ, ໂດຍປະຕິບັດຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ແລະ ບົດແນະນຳຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການ ອອກບັດ-ມອບບັດ ສະມາຊິກພັກ ໃຫ້ສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ, ຄະນະພັກກະຊວງປ້ອງກັນປະເທດຕົກລົງ ຮັບຮອງການອອກບັດ-ມອບບັດ ສະມາຊິກພັກ ຊຸດທີ IX ໃຫ້ສະມາຊິກພັກສົມບູນ ຢູ່ຄະນະພັກກອງພັນໃຫຍ່ 605 ຈຳນວນ 70 ສະຫາຍ. ຈາກນັ້ນ, ສະຫາຍ ພັນໂທ ທອງສອນ ທຳມະວົງ ຫົວໜ້າຂະແໜງພະນັກງານ ກອງພັນໃຫຍ່ 605 ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ໃນພາກທີ II ໝວດທີ 3 ມາດຕາ 23 ວ່າ
ດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຢູ່ກອງພັນໃຫຍ່ 605 ຈຳນວນ 49 ສະຫາຍ, ໃນນີ້ ເລື່ອນຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນຕີ 21 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນຊັ້ນ ຮ້ອຍເອກຈຳນວນ 14 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນຊັ້ນ ຮ້ອຍໂທ 10 ສະຫາຍ ແລະ ເລື່ອນຊັ້ນ ວາທີ ຂຶ້ນຊັ້ນ ຮ້ອຍຕີ 4 ສະຫາຍ ນອກນັ້ນຍັງໄດ້ຜ່ານຂໍ້ຕົກລົງ ຂອງກອງພັນໃຫຍ່ 605 ວ່າດ້ວຍການແຕ່ງຕັ້ງຫົວໜ້າການເມືອງສູນຜະລິດກະສິກຳ, ຊ່ວຍວຽກຂະແໜງ ແລະ ແຕ່ງຕັ້ງໜ້າທີ່ບັນຊາຂັ້ນໝວດ, ໝູ່ ຢູ່ກອງພັນທີ 1 ກອງພັນໃຫຍ່ 605 ຕື່ມອີກ.
ຂ່າວ: ໜູແດງ ລາດສະແກ້ວ
. ພາບ: ເພັງ ມະນີລະສິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















