ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 12 ມີນາ 2026

  

​ສສຊ ຊຸດ​ທີ X ເຂດ​ເລືອກ​ຕັ້ງ​ທີ 9 ລົງ​ພົບ​ປະ​ຫາ​ສຽງ ຢູ່​ ກອງພັນ​ໃຫຍ່ 643
ເວລາອອກຂ່າວ: 2026-02-13 09:17:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 149 | ຄວາມນິຍົມ:



  ພິທີ​ພົບ​ປະ​ລະຫວ່າງ ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ (​ສສຊ) ຊຸດ​ທີ X ເຂດ​ເລືອກ​ຕັ້ງ​ທີ 9 ກັບ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ ເຊິ່ງ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ກຸມພາ 2026 ທີ່​ຜ່ານ​ມາ​ນີ້, ນຳພາ​ຄະນະ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ໂດຍ ທ່ານ ບຸນ​ໂຮມ ເທດ​ທານີ ປະທານ​ສະພາ​ປະຊາຊົນແຂວງ​ຮອງ​ປະທານ​ຄະນະ​ກຳມະການ​ເລືອກ​ຕັ້ງ​ຂັ້ນ​ແຂວງ, ພ້ອມ​ດ້ວຍ​ຄະນະ​ຜູ້​ລົງ​ສະໝັກ​ຮັບ​ເລືອກ​ຕັ້ງ ຈຳນວນ 10 ທ່ານ, ຍິງ3 ທ່ານ,ມີ​ຄະນະ​ພັກ-ຄະນະ​ບັນຊາ​ບັນຊາ, ພະນັກງານ​ຫຼັກ​ແຫຼ່ງ​ຢູ່​ກອງພັນ​ໃຫຍ່ 643, ກອງພັນ​ໃຫຍ່702 ແລະ​ ໂຮງໝໍ​ບໍລິເວນ 101 ໃຫ້ການ​ຕອນ​ຮັບ ແລະ ​ເຂົ້າ​ຮ່ວມ​. ໃນ​ພິທີ ໄດ້​ດຳເນີນ​ໄປ​ດ້ວຍ​ບັນຍາກາດ​ຄຶກຄື້ນ ບັນດາ​ທ່ານ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ ກໍ​ໄດ້​ຜັດປ່ຽນ​ກັນ​ຂຶ້ນ​ນຳ​ສະເໜີ​ຊີວະ​ປະຫວັດ​ຫຍໍ້, ຜົນງານ​ການເຄື່ອນ ໄຫວ​ທີ່​ພົ້ນ​ເດັ່ນ ແລະ ພ້ອມ​ທັງ​ສະເໜີ​ຈຸດປະສົງ​ແນວທາງ​ການ​ພັດທະນາ​ໃນຕໍ່ໜ້າ​ຫາກ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ ​ສສຊ ເພື່ອ​ໃຫ້​ຜູ້​ມີ​ສິດ​ປ່ອນ​ບັດ​ໄດ້​ຮັບ​ຊາບ​ແລະ ເປັນ​ບ່ອນ​ອີງ​ໃນ​ການ​ຕັດສິນ​ໃຈ​ເລືອກ​ເອົາ​ຕົວ​ແທນ​ທີ່​ເໝາະ​ສົມ ເຂົ້າ​ໄປ​ເຮັດ​ໜ້າທີ່​ປົກ​ປ້ອງ​ສິດ ແລະ ຜົນ​ປະໂຫຍດ​ຂອງ​ປະຊາຊົນ​ຢ່າງ​ແທ້​ຈິງ, ພ້ອມ​ທັງແນໃສ່​ເຮັດ​ໃຫ້​ພະນັກງານ​ນາຍ​ ແລະ​ພົນທະຫານ ​ກໍ​ຄື​ປະຊາຊົນ​ບັນດາເຜົ່າ​ສາມາດ​ຕັດສິນ​ໃຈ​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຕົວ​ແທນ​ທີ່​ຄົບ​ຕາມ​ມາດຖານ, ມີ​ຄວາມ​ຮູ້, ຄວາມ​ສາມາດ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ ແລະ ຮັກ​ຊາດ ຮັກ​ປະຊາຊົນ​ຢ່າງ​ແທ້​ຈິງ ເຂົ້າ​ໄປ​ເຮັດ​ໜ້າທີ່​ເປັນກະບອກ​ສຽງ​ປົກ​ປ້ອງ​ສິດ ແລະ ຜົນ​ປະໂຫຍດ ຂອງ​ປະຊາຊົນ ຢູ່​ໃນ​ສະພາ​ແຫ່ງ​ຊາດ ແລະ ສະພາ​ປະຊາຊົນ​ແຂວງ ໃຫ້​ມີ​ຄວາມ​ເຂັ້ມແຂງ ພ້ອມ​ດຽວ​ກັນ​ນີ້​, ຍັງ​ໄດ້​ເປີດ​ໂອກາດ​ໃຫ້​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ ມີ​ຄຳ​ຄິດ​ຄຳ​ເຫັນ ແລະ ຄຳ​ສະເໜີ​ຕ່າງໆ ເພື່ອ​ໃຫ້​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ ​ສສຊ ນຳໄປ​ພິຈາລະນາ ແລະ ປັບປຸງ​ໃນຕໍ່ໜ້າ ໂອ​ກາດ​​ດ​ຽວ​ກັນ​ນີ້, ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ ​ສສຊ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ ຈົ່ງ​ພ້ອມ​ກັນ​ໄປ​ໃຊ້​ສິດ​ຂອງ​ຕົນ ໃນ​ການ​ເລືອກ​ຕັ້ງ​ໃນ​ວັນ 22 ກຸມພາ 2026 ທີ່​ຈະ​ມາ​ເຖິງ​ນີ້ ໃຫ້​ບັນລຸ​ຜົນສຳເລັດ​ຕາມ​ລະດັບ​ຄາດໝາຍ​ທີ່​ວາງ​ໄວ້. ພາບ+ຂ່າວ: ຄຳ​ໝັ້ນ ຄົງ​ວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ