ກອງພັນ 793 ສະຫຼຸບວຽກງານປັບປຸງກໍ່ສ້າງກົມກອງ
ເວລາອອກຂ່າວ: 2026-02-13 09:18:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 149 | ຄວາມນິຍົມ: ![]()
ໃນບໍ່ດົນຜ່ານມານີ້, ກອງພັນ 793 ກອງພັນໃຫຍ່ 279 ໄດ້ສະຫຼຸບວຽກງານປັບປຸງກໍ່ສ້າງກົມກອງ ປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026 ໂດຍການເປັນປະທານຂອງສະຫາຍ ພັນເອກ ເມກສະຫວັນ ແກ້ວດວງດີ ຫົວໜ້າການເມືອງ ກອງພັນໃຫຍ່ 279 ມີຄະນະກອງຮ້ອຍ, ໝວດ, ສຳນັກງານ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກົມກອງເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນຖອຍ ທຳມະວົງ ຮອງຫົວໜ້າການ ເມືອງ ກອງພັນ 793 ໄດ້ສະຫຼຸບຕີລາຄາຄືນວຽກງານປັບປຸງກໍ່ ສ້າງກົມກອງໃນໄລຍະ 1 ປີຜ່ານ ມາ ເຫັນວ່າກົມກອງມີຄວາມສະຫງົບໂດຍພື້ນຖານ ນາຍ ແລະ ພົນທະຫານ ມີຄວາມອຸ່ນອ່ຽນທຸ່ນທ່ຽງ ປະຕິບັດໜ້າທີ່ການເມືອງຂອງຕົນໄດ້ເປັນຢ່າງດີ ຄຽງຄູ່ກັນນັ້ນ, ຍັງໄດ້ຈັດຕັ້ງພະນັກງານລົງກໍ່ສ້າງຮາກຖານການເມືອງນຳປະຊາຊົນ ຈຳນວນ 4 ໝູ່ບ້ານ, ໄດ້ຈັດຕັ້ງລະບົບປະຈຳການ, ກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ ເອົາໃຈໃສ່ປ້ອງກັນທີ່ຕັ້ງ, ປ້ອງກັນອົງການ ການນຳພັກ-ລັດ ປ້ອງກັນ
ຫ້ອງວ່າການສູນກາງພັກ, ປ້ອງກັນກອງປະຊຸມ ແລະ ປ້ອງກັນກິດຈະການຕ່າງໆ ຂອງກະຊວງປ້ອງກັນປະເທດ, ທີ່ຕັ້ງກອງຮ້ອຍ-ກອງພັນ, ກົມໃຫຍ່ພະລາ
ທິການກອງທັບ, ຈຸດໂຮງແຮມລາດສະວົງພຣາຊ່າ, ຈຸດກົມເສດຖະກິດ, ສູນອິນເຕີເນັດແຫ່ງຊາດ, ໂຮງຈັກໂຮງງານຕ່າງໆ ເຮືອນຮັບແຂກປ່າພ້າວ, ມະຫະກຳກິລາແຫ່ງຊາດ ຄັ້ງທີ XII ປ້ອງກັນງານສະເຫຼີມສະຫຼອງວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ, ປ້ອງກັນກອງປະຊຸມຕ່າງໆຢູ່ຫຼັກ 6 ແລະ ບຸນສຳຄັນຕ່າງໆ ໃນຂອບເຂດຕົນຮັບຜິດຊອບມີຄວາມສະຫງົບປອດໄພ. ນອກນັ້ນ, ຍັງໄດ້ຫັດແອບສິລະປະຍຸດ-ຍຸດທະວິທີ, ການນຳໃຊ້ອາວຸດປະຈຳກາຍ, ປະຈຳຍານເກາະ
ຕາມແຜນງານຮັບປະກັນພາຫະນະເຕັກນິກ, ເອົາໃຈໃສ່ບົວລະບັດພັດເຊັດ ແລະ ປົກປັກຮັກສາພາຫະນະເຕັກນິກ ບໍ່ໃຫ້ຕົກເຮ່ຍເສຍຫາຍ ຮັບປະກັນຄວາມປອດ
ໄພ, ວຽກງານນະໂຍບາຍກົມກອງ ມີກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຍາມຈຳເປັນ, ດ້ານວຽກງານປູກຝັງ-ລ້ຽງສັດ ໄດ້ເອົາໃຈໃສ່ປູກຜັກຕາມລະດູການ
ເຊັ່ນ: ປູກຜັດກາດ, ຜັກບົ້ງ, ສະລັດ, ກະລຳປີ ຫອມບົວ-ຫອມປ້ອມ, ໝາກເຂືອ, ໝາກເຜັດ, ບົວລະພາ, ໝາກອຶ, ໝາກນ້ຳ ສາມາດເກັບກູ້ໄດ້ທັງໝົດ 2.708 ກິໂລກຣາມ ມີງົວລ້ຽງ 25 ໂຕ ລ້ຽງສັດປີກ 469 ໂຕ, ລ້ຽງໝູ 7 ໂຕ ໃນ 1 ປີຜ່ານມາສາມາດສ້າງລາຍຮັບຈາກການປູກຝັງ-ລ້ຽງສັດໄດ້ທັງໝົດ 172.000.000 ກີບ, ໃນກອງປະຊຸມຍັງໄດ້ມອບໃບຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນປະຈຳປີ ເດັ່ນພິເສດ ມີ 4 ສະຫາຍ ແລະ ເດັ່ນປະເພດ 1 ມີ 10 ສະຫາຍ.
ໂດຍ: ມະນີວັນ ນິທະກອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















