ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ມີນາ 2026

  

ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ຍົກ​ສູງ​ວຽກ​ງານ​ການ​ນຳພາ-ຊີ້​ນຳ
ເວລາອອກຂ່າວ: 2026-02-13 09:27:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 178 | ຄວາມນິຍົມ:



ສະຫາຍ ພົນ​ຈັດຕະວາ ຕຸ້ຍ ພົມ​ມີ​ໄຊ ກຳມະການ​ຄະນະ​ປະ ຈຳ​ພັກ​ແຂວງ, ເລຂາ​ຄະນະ​ພັກ, ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ໃຫ້​ຮູ້​ວ່າ: ການ​ນຳພາ-ຊີ້​ນຳ​ວຽກ​ງານ​ຮອບດ້ານ​ຂອງ​ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ເຊິ່ງ​ໄລຍະ​ຜ່ານ​ມາ​ແມ່ນ​ໄດ້​ນຳພາ-ຊີ້​ນຳ​ຄະນະ​ພັກ​ແຕ່​ລະ​ຂັ້ນ​ໄດ້​ເອົາໃຈໃສ່​ປະຕິບັດ​ວຽກ​ງານ​ຂອງ​ຕົນ​ຢ່າງຮອບດ້ານ​ໂດຍ​ຖື​ເອົາ 5 ຫຼັ້ກ​ການ 3 ທິດ​ນຳ​ຂອງ​ພັກ​ວາງ​ອອກ​ກໍ​ຄື​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XII ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວາງ​ອອກ ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ, ສາມາດ​ເຮັດ​ໃຫ້​ສະພາບ​ໃນ​ທົ່ວ​ແຂວງ​ມີ​ຄວາມ​ສະຫງົບ, ສັງຄົມ​ມີ​ຄວາມ ​ເປັນ​ລະບຽບ​ຮຽບ​ຮ້ອຍ, ເສດຖະກິດ​ໄດ້​ຮັບ​ການ​ພັດທະນາ. ຍ້ອນ​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ​ໄດ້​ຖື​ສຳຄັນ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ ເຊື່ອມ​ຊຶມ​ກຳ​ແໜ້ນ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ, ປະຕິບັດ​ກົດໝາຍ​ຂອງ​ລັດ ແລະ ຂໍ້​ກຳນົດ ​ກົດ​ລະບຽບ​ຂອງ​ກອງທັບ​ໄດ້​ເປັນ​ຢ່າງ​ດີ. ພ້ອມ​ນັ້ນ, ຍັງ​ໄດ້​ຈັດ​ຕັ້ງ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ພັດທະນາ​ຊົນນະບົດ​ຢ່າງຮອບດ້ານ​ຕາມ​ມູນເຊື້ອ​ຂອງ​ກອງທັບ, ໄດ້​ຈັດ​ຕັ້ງ​ກຳລັງ​ອອກ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ຮັບຜິດຊອບ​ເປັນ​ປົກກະຕິ, ຊີ້​ນຳ​ແຕ່​ລະ​ກົມ​ກອງ​ຍົກ​ສູງ​ສະຕິ​ລະວັງ​ຕົວ​ກຽມພ້ອມ​ສູ້​ຮົບ​ໃຫ້​ເຂັ້ມ​ງວດ, ປັບປຸງ​ກໍ່ສ້າງ​ກຳລັງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ, ເຂັ້ມແຂງ​ທາງ​ດ້ານ​ການຈັດຕັ້ງ, ເຊິ່ງ​ສະແດງ​ອອກ ໄດ້​ສຸມ​ໃສ່​ກໍ່ສ້າງ​ພັກ 4 ດ້ານ, ໂດຍ​ຕິດ​ພັນ​ກັບ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ຂະຫຍາຍ​ພັກ​ໂດຍ​ຖື​ເອົາ​ຄຸນ​ນະ​ພາບ​ເປັນ​ກົກ​ເຮັດ​ໃຫ້​ການຈັດຕັ້ງ​ພັກ ແລະ ສະມາຊິກ​ພັກ​ມີ​ຈຳນວນ​ເພີ່ມ​ຂຶ້ນ, ທຽບໃສ່​ປີ 2025 ຜ່ານ​ມາ ມີ​ຄະນະ​ພັກ​ເພີ່ມ​ຂຶ້ນ 1 ຄະນະ​ພັກ​ຮາກ​ຖານ, 3 ໜ່ວຍ​ພັກ, ສະມາຊິກ​ພັກ​ເພີ່ມ​ຂຶ້ນ 70 ສະຫາຍ, ຍິງ 5 ສະຫາຍ. ທົ່ວ​ອົງຄະ​ນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ໄດ້​ຮັບຮອງ​ເປັນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະເພດ​ແຂງ 22 ໜ່ວຍ​ພັກ, ກາງ 1 ໜ່ວຍ​ພັກ. ວຽກ​ງານ​ການ​ນຳພາ-ຊີ້​ນຳ​ສ້າງ​ພະລາທິການ ແລະ ຮັບ​ປະ​ກັບ​ດ້ານ​ເຕັກນິກ ໄດ້​ກໍ່ສ້າງ, ສ້ອມແປງ​ເຄຫາ​ສະຖານ, ເສ​​ັ້ນ​ທາງ​ເຂົ້າ-ອອກ, ກຳແພງ, ຫ້ອງການ, ເຮືອນຄົວ​ລວມ, ຫ້ອງ​ອາຫານ ແລະ ບຳລຸງ​ຮັກສາ​ພາຫະນະ​ເຕັກນິກ, ອາວຸດ​ກະສຸນ ແລະ ອື່ນໆ ຕາມ​ແຜນການ​ທີ່​ກຳນົດ​ເອົາ​ໄວ້; ວຽກ​ງານ​ອົງ​ການຈັດຕັ້ງ​ມະຫາ ຊົນ​ໄດ້​ຊີ້​ນຳ​ຊາວ​ໜຸ່ມ-ແມ່ຍິງ​ເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ​ຂອງ​ຕົນ​ໃນ​ການ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ຕ່າງໆ​ທີ່​ຂັ້ນ​ເທິ່ງ​ຈັດ​ຂຶ້ນ​ເປັນຕົ້ນ​ແມ່ນ​ຂະ​ບວນ​ການ​ແຂ່ງຂັນ​ກິລາ, ສິລະ​ປະ, ວັນນະຄະດີ ໃຫ້​ມີ​ບັນຍາກາດ​ຟົດຟື້ນ​ມ່ວນ​ຊຶ່ນ; ວຽກ​ງານ ​ການ​ພົວພັນ​ຮ່ວມ​ມື​ກັບ​ຕ່າງປະເທດ​ໄດ້​ພົວພັນ​ຮ່ວມມື​ກັບ​ປະເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ​ເປັນຕົ້ນ​ແມ່ນ ​ສສ ຫວຽດນາມ ແລະ ​ສປ ຈິນ. ສະຫາຍ ພົນ​ຈັດຕະວາ ຕຸ້ຍ ພົມ​ມີ​ໄຊ ຍັງ​ກ່າວ​ຕື່ມ​ອີ​ກວ່າ: ໃນຕໍ່ໜ້າ​ແມ່ນ​ຈະ​ໄດ້​ສືບຕໍ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ ມີ​ແນວ​ຄິດ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ, ເອົາໃຈໃສ່​ກຳ​ແໜ້ນ​ແນວ​ຄິດ​ຂອງ​ພະນັກງານ-ນັກຮົບ, ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ທີ່​ຈະ​ເກີດ​ຂຶ້ນ​ໃຫ້​ທັນ​ກັບ​ສະ ພາບ​ການ, ເຊື່ອມ​ຊຶມ​ກຳ​ແໜ້ນ​ແນວທາງ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ, ເສີມ​ຂະຫຍາຍ​ຄວາມ​ສາມັກຄີ​ພາຍ​ໃນ​ພັກ​ໃຫ້​ໜັກ​ແໜ້ນ, ເຮັດ​ວຽກ​ເປັນ​ໝູ່​ຄະນະ, ແບ່ງ​ບຸກຄົນ​ຮັບຜິດຊອບ​ຢ່າງ​ຈະແຈ້ງ, ສ້າງ​ພະນັກງານ​ໃຫ້​ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ແກ້​ໄຂ​ໜໍ່​ແໜງ​ທີ່​ກໍ່ໃຫ້ເກີດ​ຄວາມ​ບໍ່​ສະຫງົບ, ຮັບປະກັນ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ​ພາຍ​ໃນ​ແຂວງ​ໃຫ້​ມີ​ຄວາມ​ສະຫງົບ​ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ແຂວງ, ຫັນ​ເອົາ​ພະ ນັກງານ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ພັດທະນາ​ຊົນນະບົດ​ຮອບດ້ານ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ, ຍົກ​ສູງ​ລະບົບ​ປະຈຳການ​ມີ​ສະຕິ​ໃນ​ການ​ກຽມພ້ອມ​ສູ້​ຮົບ, ການ​ກອບ​ກູ້​ໄພພິບັດ​ທີ່​ຈະ​ເກີດ​ຂຶ້ນ, ປະສານ​ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ​ເຄື່ອນ​ໄຫວ​ຂອບ​ເຂດ​ຮັບຜິດຊອບ​ໃຫ້​ມີ​ຄວາມ​ສະຫງົບ ແລະ ເປັນ​ລະບຽບ​ຮຽບ​ຮ້ອຍ, ປັບປຸງ​ກໍ່ສ້າງ​ກຳລັງ​ໃຫ້​ເຂັ້ມແຂງ, ເອົາໃຈໃສ່​ຄຸ້ມ​ຄອງ​ວຽກ​ງານ​ພະລາທິການ, ຄຸ້ມ​ຄອງ​ລາຍ​ຮັບ-ລາຍ​ຈ່າຍ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ​ໃຫ້​ດີ​ຂຶ້ນ ຕາມ​ທິດ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ, ປັບປຸງ​ສະຖານທີ່​ຄ້າຍ​ຄູ​ໃຫ້​ແໜ້ນໜາ​ຖາວອນ​ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ, ຮັບປະກັນ​ຄຸ້ມ​ຄອງ​ພາຫະນະ, ເຕັກນິກ, ອາວຸດ-ກະສຸນ​ໃຫ້​ນຳ​ໃຊ້​ໄດ້​ຍາວ​ນານ ແລະ ຮັບປະກັນ​ການ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຕາມ​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ໂດຍ: ວັນ​ໄຊ ໄຊ​ສະ​ຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ