ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ມີນາ 2026

  

ຄະນະອະນຸກຳມະການ ວຽກງານປ້ອງກັນຊາດ ລົງເຄື່ອນໄຫວຊຸກຍູ້ກະກຽມຄວາມພ້ອມວັນເລືອກຕັ້ງ ສສຊ ແລະ ສສຂ ຢູ່ແຂວງອັດຕະປື
ເວລາອອກຂ່າວ: 2026-02-13 10:34:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1214 | ຄວາມນິຍົມ:



ໃນວັນທີ 11 ກຸມພາ 2026 ນີ້, ຄະນະອະນຸກຳມະການວຽກງານປ້ອງກັນວັນເລືອກຕັ້ງລະດັບຊາດເຄື່ອນໄຫວຊຸກຍູ້ ຄວາມພ້ອມປ້ອງກັນວັນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ໃຫ້ກຳລັງຫຼວງ ແລະ ທ້ອງຖິ່ນ ຢູ່ແຂວງອັດຕະປື ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ແສງມະນີວອນ ຄໍາມະນີ ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ ກະຊວງປ້ອງກັນປະເທດ, ຕາງໜ້າຄະນະອະນຸກຳມະການວຽກງານ ປກຊ-ປກສ, ລົງຄື່ອນໄຫວຊຸກຍູ້ ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ເຂດເລືອກຕັ້ງທີ 17 ແຂວງອັດຕະປື, ໂດຍມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານ ແລະ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ພ້ອມບັນດາອະນຸກຳມະການ, ຄະນະຮັບຜິດຊອບ ວຽກງານ ປກສ-ປກຊ ເເລະ ພາກສ່ວນທີ່ກ້ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ສີສົມໃຈ ມະໂນລາ ຄະນະປະຈໍາພັກແຂວງ ເລຂາຄະນະພັກກອງບັນຊາການ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອັດຕະປື ໄດ້ລາຍງານຫຍໍ້ ສະພາບການກະກຽມເລືອກຕັ້ງ ສສຊ ຊຸດທີ X ແລະ ສສຊ ຊຸດທີ V ເຊິ່ງມີຫລາຍວຽກທີ່ເຮັດສໍາເລັດຕາມແຜນການທີ່ໄດ້ກໍານົດໄວ້, ໄດ້ກຳນົດບັນດາໜ້າວຽກຕ່າງໆ ໄດ້ຮັບການແຕ່ງຕັ້ງຈາກປະທານຄະນະຊີ້ນໍາການປ່ອນບັດເລືອກຕັ້ງຂັ້ນແຂວງ ແລະ ຄະນະກອງບັນຊາການທະຫານແຂວງ ໄດ້ມີຄວາມເປັນເອກະພາບ ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ແລະ ໜ່ວຍປ່ອນບັດເລືອກຕັ້ງ ເຊິ່ງມີ 9 ໜ່ວຍ, ໃນນັ້ນມີໜ່ວຍປ່ອນບັດຄົງທີ່ 1 ໜ່ວຍ, ໜ່ວຍເຄື່ອນທີ່ 8 ໜ່ວຍ ແລະ ກອງເລຂາ 1 ຄະນະ. ໄດ້ແບ່ງໜ້າທີ່ຄວາມຮັບຜິດຊອບແຕ່ລະພາກສ່ວນຢູ່ແຕ່ລະເຂດ ພາຍໃນແຂວງອັດຕະປື ເພື່ອຮັກສາຄວາມສະຫງົບປອດໄພ ພ້ອມນີ້, ຍັງໄດ້ເນັ້ນໜັກໃຫ້ກຳລັງ ປກຊ-ປກສ ທີ່ລົງຮາກຖານປະຈຳຢູ່ ກຸ່ມບ້ານ ລົງເລິກນຳບັນດາບ້ານ, ເພື່ອຮັບປະກັນ ຄວາມສະຫງົບ ຢູ່ໃນຂົງເຂດຄວາມຮັບຜິດຊອບບ້ານຂອງຕົນ, ພ້ອມທັງມີການກວດກາ ການພັກເຊົາຂອງພົນລະເມືອງລາວ ຫຼື ຊາວຕ່າງຊາດ ທີ່ມາພັກເຊົາ ຢູ່ພາຍໃນບ້ານ ເພື່ອຕິດຕາມ ແລະ ກຳໄດ້ບຸກຄົນ. ທັງນີ້ກໍເພື່ອແນ່ໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ພາຍແຂວງ, ເມືອງ ແລະ ບ້ານ ໃຫ້ມີຄວາມສະຫງົບປອດໄພ ໂດຍພື້ນຖານ. ເພື່ອປະກອບສ່ວນເຮັດໃຫ້ວັນເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃຫ້ມີບັນຍາກາດຟົດຟື້ນ ຮັກສາໄດ້ຄວາມສະຫງົບປອດໄພ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງຊຸມໄດ້ຜັດປ່ຽນກັນມີຄຳເຫັນໃສ່ເນື້ອໃນບົດວຽກງານປ້ອງກັນດັ່ງກ່າວໃຫ້ມີຄວາມສົມບູນຂຶ້ນພ້ອມກັນເປັນເຈົ້າການເຮັດໜ້າທີ່ວຽກງານປ້ອງກັນຄວາມສະຫງົບຮ່ວມກັນ, ມີສະຕິເຄົາລົບຕໍ່ລະບຽບກົດໝາຍ ຂອງບ້ານເມືອງ ກໍຄື ຂອງ ພັກ-ລັດ ວາງອອກຢ່າງເຂັ້ມງວດ. ແນໃສ່ເຮັດໃຫ້ວັນເລືອກຕັ້ງ ສສຊ ແລະ ສສຂ ທີ່ຈະມາເຖິງໃນມໍ່ໆນີ້ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ, ຮັກສາໄດ້ຄວາມສະຫງົບ, ໃຫ້ພໍ່-ແມ່ປະຊາຊົນ ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າໃຈເລິກເຊິ່ງກ່ຽວກັບການເລືອກຕັ້ງ ແລະ ຈັດຕັ້ງນຳພາຜູ້ມີສິດເລຶອກຕັ້ງ ນຳໃຊ້ສິດໄປບ່ອນບັດເລືອກຕັ້ງຢ່າງຄົບຖ້ວນ, ຖືກຕ້ອງ ແລະ ທັນເວລາ. ໂດຍ: ຕິ໋ມພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ