ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ມີນາ 2026

  

ກອງບັນຊາການທະຫານແຂວງຜົ້ງສາລີ ປະກາດການແຕ່ງຕັ້ງໜ້າທີ່ຂັ້ນຕ່າງໆ
ເວລາອອກຂ່າວ: 2026-02-13 14:20:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1420 | ຄວາມນິຍົມ:



ວັນທີ 12 ກຸມພາ 2026 ນີ້, ກອງບັນຊາການທະຫານແຂວງຜົ້ງສາລີ, ໄດ້ຈັດພິທີປະກາດການແຕ່ງຕັ້ງໜ້າທີ່ຂັ້ນຮອງຫ້ອງ, ຫົວໜ້າພະແນກ, ຮອງພະແນກ. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ກໍາມະການພັກແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຜົ້ງສາລີ, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດນາຍ ແລະ ພົນທະຫານເຂົ້າຮ່ວມ. ສະຫາຍ ພັນເອກ ສົມຈັນ ລອດສຸລີ ຫົວໜ້າຫ້ອງການເມືອງ ຮອງກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ, ຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ແລະ ຂໍ້ຕົກລົງຂອງກອງບັນຊາການທະຫານແຂວງຜົ້ງສາລີ ໃນນີ້ໄດ້ ແຕ່ງຕັ້ງ ສະຫາຍ ພັນໂທ ຄໍາບາຍ ສຸລິວົງ ເປັນຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງຜົ້ງສາລີ, ແຕ່ງຕັ້ງ ສະຫາຍ ພັນໂທ ຄໍາພອນ ຈັນຍະທໍາ ເປັນຫົວໜ້າພະແນກແຜນການ-ສັງລວມ, ສະຫາຍ ພັນໂທ ໄມ່ແປງ ວິໄລຈັກ ເປັນຫົວໜ້າພະແນກໂຄສະນາອົບຮົມ, ສະຫາຍພັນໂທ ບຸນເກີດ ກົງແສງ ເປັນຫົວໜ້າພະແນກນະໂຍບາຍ, ສະຫາຍ ພັນໂທ ບຸນຍົງ ທິຍະລາດ ເປັນຫົວໜ້າພະແນກສູ້ຮົບ, ສະຫາຍ ພັນໂທ ບຸນສີ ຣືວາຍ ເປັນຫົວໜ້າພະແນກແຜນທີ່, ສະຫາຍ ພັນໂທ ສົມເພັດ ຈັນດາວົງ ເປັນຫົວໜ້າພະແນກວິທະຍາສາດ-ປະຫວັດສາດການທະຫານ, ສະຫາຍ ພັນໂທ ວິເລີດ ສອນມະນີ ເປັນຫົວໜ້າພະແນກບໍລິຫານ, ສະຫາຍ ພັນໂທ ສົມເພັດ ພັນໃຈ ເປັນຫົວໜ້າພະແນກບໍລິຫານ-ສັງລວມ ຫ້ອງເສນາທິຫານ, ສະຫາຍ ພັນຕີ ໄຊຄໍາພອນ ອິນທະວົງ ເປັນຮອງຫົວໜ້າພະແນກບໍລິຫານຫ້ອງການເມືອງ, ສະຫາຍ ພັນຕີ ວິໄຊ ພິມມຸງຄຸນ ເປັນຮອງຫົວໜ້າພະແນກແຜນທີ່, ສະຫາຍ ຮ້ອຍເອກ ຄໍາເຫຼັກ ສຸກມະນີແພງ ເປັນຮອງຫົວໜ້າພະແນກນະໂຍບາຍ, ສະຫາຍ ຮ້ອຍເອກ ວິສິດ ຫົງຄໍາຫຼ້າ ເປັນຮອງຫົວໜ້າພະແນກໂຄສະນາອົບຮົມ, ສະຫາຍ ພັນໂທ ຊາຍຄໍາ ສີທິວົງ ເປັນຫົວໜ້າພະແນກບໍລິຫານກອງບັນຊາການທະຫານເມືອງຍອດອູ ແຂວງຜົ້ງສາລີ, ສະຫາຍ ພັນໂທ ພຸດສາລີ ພັນລະປອນ ເປັນຫົວໜ້າພະແນກໂຮງຮຽນ, ສະຫາຍ ພັນຕີ ສີສົມໝາຍ ກອງວີໄຊ ເປັນຫົວໜ້າພະແນກອົບຮົມ ແລະ ສະຫາຍ ຮ້ອຍເອກ ບຸນສຸກເຮືອງ ຈັນທະວົງ ເປັນຮອງຫົວໜ້າພະແນກອົບຮົມ. ຂ່າວ-ພາບ: ທອງໄຊ ແສງອຸດົມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ