ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ງານບຸນມະໂຫລານ ອຸຍມານິເຕ ຄັ້ງທີ 84
ເວລາອອກຂ່າວ: 2019-09-19 09:12:53 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 112 | ຄວາມນິຍົມ:



ວັນທີ 13 ກັນຍາ 2019, ໄດ້ມີພິທີເປີດງານບຸນມະໂຫລານ ອຸຍມານິເຕ ຄັ້ງທີ 84 ຂຶ້ນທີ່ປາຣີ ເຊິ່ງໃນໂອກາດດັ່ງກ່າວສະຖານ ທູດລາວ ທີ່ ປາຣີ ໂດຍການປະ ສານສົມທົບຂອງສຳພັນຄົນ ລາວທີ່ປະເທດຝຣັ່ງ ໄດ້ມີການ ເປີດຮ້ານວາງສະແດງມູນເຊື້ອຂະ ບວນການປະຕິວັດຕໍ່ສູ້ກູ້ຊາດ ຂອງປະຊາຊົນລາວ, ໂດຍຜ່ານ ການໂຄສະນາໃນໜ້າໜັງສືພິມ ປະຊາຊົນສະບັບທໍາອິດ, ກະບອກ ສຽງຂອງແນວລາວອິດສະຫຼະ ກໍ່ຄື ສູນກາງພັກປະຊາຊົນປະຕິວັດ ລາວ ໃນປັດຈຸບັນ. ງານບຸນມະ ໂຫລານອຸຍມານິເຕ ໃນຄັ້ງນີ້ໂດຍ ການເຂົ້າຮ່ວມຂອງທ່ານ ຢົງ ຈັນທະລັງສີ, ເອກອັກຄະລັດຖະ ທູດ ແຫ່ງ ສປປ ລາວ ປະຈຳ ສ ຝຣັ່ງ; ທ່ານ ຫງວຽນ ທຽບ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສ ຝຣັ່ງ; ທ່ານ ເລ ຄາຍ ຮ່ວນ, ຮອງບັນນາ ທິການໜັງສືພິມເຢິນເຊີນຫວຽດ ນາມ; ທ່ານ ວາດິມ ກາເມນກາ,ປະທານຄະນະຈັດຕັ້ງບຸນມະ ໂຫລານ ອຸຍມານິເຕ; ທ່ານ ເດນິສ ໂຣສປີແອ, ກຳມະການກົມການ ເມືອງສູນກາງພັກຄອມມູນິດ ຝຣັ່ງ; ທ່ານ ຈູມຄຳ ເລືອງວັນ, ປະທານສໍາພັນຄົນເຊື້ອຊາດ ລາວທີ່ປະເທດຝຣັ່ງ; ພະນັກງານ ສະຖານທູດລາວທີ່ປາຣີ ພ້ອມ ດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ ຈຳນວນ 100 ກວ່າຄົນ. ໃນງານບຸນດັ່ງກ່າວ, ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ກ່າວຈຸດປະສົງ ແລະ ປະ ຫວັດຄວາມເປັນມາ ໃນການເຂົ້າ ຮ່ວມງານໃນຄັ້ງນີ້, ພ້ອມທັງ ໄດ້ເລົ່າຄືນປະຫວັດມູນເຊື້ອການ ກຳເນີດ ແລະ ການເຕີບໃຫຍ່ຂະ ຫຍາຍຕົວຂອງຂະບວນການຕໍ່ສູ້ ກູ້ຊາດຂອງປະຊາຊົນລາວ ໂດຍການນຳພາຂອງພັກປະຊາ ຊົນປະຕິວັດລາວ ຕະຫຼອດໄລຍະ ຜ່ານມາ, ໂດຍຍົກໃຫ້ເຫັນມູນ ເຊື້ອອັນປີຊາສາມາດສະຫຼາດ ສ່ອງໃສຂອງພັກທີ່ໄດ້ນຳພາ ກອງທັບ ແລະ ປະຊາຊົນລາວ ບັນດາເຜົ່າລຸກຂຶ້ນຕໍ່ສູ້ຕ້ານແອກ ຄອບຄອງຂອງຕ່າງຊາດ ແລະ ຍາດເອົາເອກະລາດ, ອຳນາດ ອະທິປະໄຕ ແລະ ຄວາມມີອິດສະຫຼະພາບມາສູ່ປະຊາຊົນລາວ ບັນດາເຜົ່າ. ງານບຸນມະໂຫລານ ອຸຍມາ ນິເຕ ໄດ້ຈັດຂຶ້ນທຸກໆປີໂດຍການ ເຊື້ອເຊີນເອົາບັນດາຜູ້ຕາງໜ້າສຳ ນັກຂ່າວສານ, ໜັງສືພິມຄອມມູ ນິດ ແລະ ໜັງສືພິມກ້າວໜ້າທີ່ ເປັນກະບອກສຽງຂອງຊົນຊັ້ນ ກຳມະກອນ ແລະ ຊາວຜູ້ອອກ ແຮງງານຈາກທົ່ວໂລກ ລວມທັງບັນດາອົງການຈັດຕັ້ງທີ່ກ້າວໜ້າທີ່ໃຫ້ການສະໜັບສະໜູນລະບອບການເມືອງຄອມມູນິດ ເຊິ່ງ ສປປ ລາວ ແມ່ນໄດ້ເຂົ້າຮ່ວມໃນນາມ ໜັງສືພິມປະຊາຊົນ ທີ່ເປັນກະ ບອກສຽງຂອງພັກປະຊາຊົນປະຕິ ວັດລາວ. ສຳລັບປີນີ້, ສະຖານທູດ ລາວໄດ້ນຳຜະລິດຕະພັນເຊິ່ງເປັນ ສີມືຂອງຄົນລາວຫຼາຍຢ່າງມາ ວາງສະແດງເຊັ່ນ: ຮູບພາບການ ເຄື່ອນໄຫວຂອງພັກໃນໄລຍະຕໍ່ສູ້ ກູ້ຊາດ ແລະ ໄລຍະປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດ, ເຄື່ອງຫັດຖະກຳຈັກ ສານ ແລະ ແຜ່ນແພບັນດາເຜົ່າ, ບັນດາເອກະສານສົ່ງເສີມການ ລົງທຶນ ແລະ ແຜ່ນພັບໂຄສະນາ ການທ່ອງທ່ຽວລາວ. ນອກຈາກ ນັ້ນ, ກໍໄດ້ມີການຈໍາໜ່າຍອາຫານ ພື້ນເມືອງຂອງລາວຈຳນວນໜຶ່ງ ຊຶ່ງເປັນການສ້າງສີສັນ ແລະ ໄດ້ຮັບຄວາມນິຍົມສົນໃຈຈາກຜູ້ເຂົ້າຮ່ວມງານຢ່າງຫຼວງຫຼາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ