ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ຫົວໜ້າການເມືອງກອງພົນທີ3 ພົບປະໂອ້ລົມ ແລະ ມອບເຄື່ອງໃຫ້ອ້າຍນ້ອງທີ່ກໍາລັງປະຕິບັດໜ້າທີ່
ເວລາອອກຂ່າວ: 2026-02-26 10:43:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 486 | ຄວາມນິຍົມ:



ໃນລະຫວ່າງວັນທີ21-23 ກຸມພາ 2026 ນີ້, ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ຫົວໜ້າການເມືອງ ກອງພົນທີ3 ໄດ້ລົງເຄື່ອນໄຫວພົບປະໂອ້ລົມອ້າຍນ້ອງທີ່ກໍາລັງປະຕິບັດໜ້າທີ່ຢູ່ເຂດຫາງໄກຊອກຫຼີກ ຢູ່ ກອງພັນ415, ກອງພັນ414, ກອງພັນ418 ແລະ ກອງຮ້ອຍກໍ່ສ້າງຮາກຖານການເມືອງ205, ໃນພິທີກໍ່ໄດ້ຮັບຟັ່ງການລາຍງານສະພາຍໂດຍຫຍໍ້ ຈາກຄະນະພັກ-ຄະນະນະບັນຊາແຕ່ລະກົມກອງໂດຍຍົກໃຫ້ເຫັນສະພາບໃນຂອບເຂດກົມກອງຮັບຜິດຊອບ, ດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກຂອງກົມກອງ. ໃນໂອກາດທີ່ໄດ້ລົງເຄື່ອນໄຫວພົບປະໂອ້ລົມໃນຄັ້ງນີ້, ສະຫາຍ ຫົວໜ້າການເມືອງ ກອງພົນທີ3 ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ທີ່ມີນໍ້າໃຈເສຍສະຫຼະທຸ່ມເທທັງກາຍ ແລະ ໃຈປະຕິດໜ້າທີ່ຢູ່ເຂດທຸລະກັນດ້ານເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນບັນດາເຜົ່າຕະຫຼອດໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ອ້າຍນ້ອງແຕ່ລະສະຫາຍມີແນວຄິດໜັກແໜ້ນອຸ່ນອຽນທຸ່ນທ່ຽງຕໍ່ໜ້າທີ່ວຽກງານຂອງຕົນ, ເຊື່ອໝັ້ນຕໍ່ແນວທາງຂອງພັກໃນໄລຍະໃໝ່, ເຄື່ອນໄຫວເຮັດໜ້າທີ່ຕິດຕາມກວດກາກຳແໜ້ນສະພາບພາຍໃນຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບເປັນພື້ນຖານ, ເຮັດສຳເລັດໜ້າທີ່ການເມືອງອັນມີກຽດສະຫງ່າທີພັກ-ລັດຂັ້ນເທິງກໍ່ຄືການຈັດຕັ້ງມອບໝາຍໃຫ້. ພ້ອມນີ້ສະຫາຍກໍຍັງໄດ້ມອບຂອງຂວັນໃຫ້ອ້າຍນ້ອງຜູ້ທີ່ກໍາລັງປະຕິບັດໜ້າທີ່ຢູ່ເຂດຫາງໄກຊອກຫຼີກຕື່ມອີກຈຳນວນໜຶ່ງ. ພາບ/ຂ່າວ: ບຸນເພັງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ