ທະຫານແຂວງອຸດົມໄຊສະຫຼຸບປິດຂະບວນການແຂ່ງຂັນ "ຮັກຊາດ ແລະ ພັດທະນາ" ປະຈຳປີ 2025
ເວລາອອກຂ່າວ: 2026-02-27 10:00:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 940 | ຄວາມນິຍົມ: ![]()
ໃນວັນທີ 26 ກຸມພາ 2026 ນີ້, ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ປິດຂະບວນການແຂ່ງຂັນ " ຮັກຊາດ ແລະ ພັດທະນາ" ປະຈຳປີ 2025 ແລະ ເປີດຂະບວນການ ແຂ່ງຂັນພາຍໃຕ້ ຫົວຂໍ້: ຮັກຊາດ ແລະ ພັດທະນາ ປະຈຳປີ 2026, ໂດຍການເຂົ້າ ຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະກອງບັນຊາການ, ອົງການ 5 ຫ້ອງ, ກອງບັນຊາການທະຫານເມືອງ 7 ເມືອງ, ກອງພັນ 414, ໂຮງຮຽນ, ໂຮງໝໍ, ກົມກອງເອກະລາດອ້ອມຂ້າງ ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພັນເອກ ໄຊພອນ ກໍຊົມພູ ຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ປະຈຳປີ 2025, ແຜນການເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈຳປີ 2026. ຜ່ານການເຄື່ອນໄຫວຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງກອງບັນຊາການທະຫານແຂວງ ໃນ 1 ປີຜ່ານມາມີຜົນງານພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ -ນັກຮົບ ໃນທົ່ວກອງບັນຊາການທະຫານແຂວງຮັບຮູ້, ເຊື່ອມຊຶມກຳແໜ້ນ ມະຕິ, ຄໍາສັ່ງແນະນໍາຕ່າງໆ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ. ເພື່ອປັບປຸງພັດທະນາ, ກໍ່ສ້າງກຳລັງ, ກໍ່ສ້າງກົມກອງມີທ່າກ້າວເປັນໄລຍະ ດ້ວຍຫຼາຍຮູບແບບ ໂດຍສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ຢ່າງເປັນຂະບວນຟົດຟື້ນ. ນອກນັ້ນ ຂະບວນການປັບປຸງກໍ່ສ້າງກອງ 3 ປອດ, ໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ກັບການສ້າງກົມກອງ ແລະ ນັກຮົບວັດທະນາທຳ ທົ່ວກອງບັນຊາການພວກເຮົາໄດ້ກາຍເປັນ ຂະບວນການໜຶ່ງທີ່ຟົດຟື້ນ, ກວ້າງຂວາງ ແລະ ໄດ້ຈັດຕັ້ງເປີດຂະບວນການເຝິກແອບຮໍ່າຮຽນການເມືອງ, ການທະຫານ, ພາລາທິການ ແລະ ເຕັກນິກໄດ້ຕາມຈຸດປະສົງລະດັບຄາດໝາຍ ແລະ ມີເນື້ອໃນຄົບຖ້ວນ ສາມາດຊຸກຍູ້ຂະບວນການຕ່າງໆ ເປັນຕົ້ນແມ່ນຄະນະຊີ້ນໍາ ແຕ່ລະຂັ້ນ ໄດ້ເອົາໃຈໃສ່ໃນການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດເຜີຍແຜ່ ແລະ ເຊື່ອມຊຶມ ບັນດານິຕິກຳກ່ຽວກັບວຽກງານ ແຂ່ງຂັນ ຮັກຊາດ ແລະ ພັດທະນາໃຫ້ແກ່ພະນັກງານ-ສະມາຊິກພັກທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບນິຕິກໍາດັ່ງກ່າວ ພ້ອມທັງໄດ້ຊຸກຍູ້ຂະບວນການສຶກສາອົບຮົມ, ປຸກລະດົມນາຍ ແລະ ພົນທະຫານ ຍົກສູງສະຕິລະວັງຕົວ, ຄວາມຮັບຜິດຊອບເຂົ້າໃນການເຄື່ອນໄຫວວຽກງານປ້ອງກັນຊາດມີຄວາມສະຫງົບປອດໄພ 100%. ເຊິ່ງສະແດງອອກ ສາມາດສະຫຼຸບຕີລາຄາ ແລະ ປະເມີນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 1 ປີ ຜ່ານມາສາມາດ ສະຫຼຸບສັງລວມຜົນການສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນໄດ້ 2 ກຸ່ມບ້ານ, ສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 60 ບ້ານ, ແບ່ງປະເພດຄຸນນະພາບສະມາຊິກພັກແຂງ 1.051 ສະຫາຍ, ຍິງ 166 ສະຫາຍ, ຮັບສະມາຊິກພັກສຳຮອງ 62 ສະຫາຍ, ເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ 40 ສະຫາຍ, ຂະຫຍາຍສະມາຊິກພັກໃໝ່ 50 ສະຫາຍ, ສົ່ງນາຍ ແລະ ພົນທະຫານໄປສຶກສາຢູ່ພາຍໃນ ແລະ ຕ່າງປະເທດ 11 ສະຫາຍ, ປະຕິບັດນະໂຍບາຍເລື່ອນ, ທຽບຊັ້ນໃໝ່ 268 ສະຫາຍ, ເລື່ອນຊັ້ນໃຫ້ນາຍສິບ 50 ສະຫາຍ, ສຳເລັດການອົບຮົມ-ຫັດແອບປະຈຳປີ 2025 ທັງໝົດ 16 ກົມກອງ, ອົບຮົມໃຫ້ນັກຮຽນມໍ 7 ໄດ້ 16 ຊຸດ, ສຳເລັດການເປີດອົບຮົມວຽກງານການເມືອງ-ແນວຄິດໄດ້ 2 ກົມກອງ ແລະ ໄດ້ຊີ້ນຳ-ຊຸກຍູ້ການຜະລິດໃຫ້ພະນັກງານ-ນັກຮົບທົ່ວກອງບັນຊາການປູກຝັງ-ລ້ຽງສັດ ປະຕິບັດຕາມທິດນໍາ 4 ປູກ 4 ລ້ຽງ, ເຊີດຊູນໍ້າໃຈເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ໃນໂອກາດດັ່ງກ່າວ, ກໍ່ໄດ້ກ່າວເປີດບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ປະຈຳປີ 2026 ຢ່າງເປັນທາງການ. ໃນພິທີ, ບັນດາຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ໄດ້ຂຶ້ນສໍາຜັດມື ເພື່ອຮັບເນື້ອໃນຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ທັງໝົດ 7 ຂໍ້ ເພື່ອຮັບປະກັນການປະຕິບັດໜ້າທີ່ຂອງກົມກອງ ກໍຄືການຈັດຕັ້ງມອບໝາຍໃຫ້ ແລະ ອອກແຮງແຂ່ງຂັນກັນຈັດຕັ້ງຜັນຂະຫຍາຍເນື້ອໃນຄໍາຂວັນດັ່ງກ່າວພາຍໃນກົມກອງຮາກຖານຂອງຕົນໃຫ້ປະກົດຜົນເປັນຈິງ ແລະ ເປັນຂະບວນການຟົດຟື້ນກວ້າງຂວາງ. ພ້ອມນັ້ນກໍ່ໄດ້ຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງແຂວງອຸດົມໄຊ ວ່າດ້ວຍການຍ້ອງຍໍ ແລະ ຊົມເຊີຍໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ. ປະທານຄະນະກຳມະການປົກຄອງແຂວງຕົກລົງມອບໃບຍ້ອງຍໍຈຳນວນ 216 ໃບ ແລະ ໃບຊົມເຊີຍຈຳນວນ 352 ໃບ, ໂດຍການກ່າວມອບຂອງສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ .
ຂ່າວ-ພາບ: ສົມພູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















