ກອງພັນໃຫຍ່ 11 ເຊື່ອມຊຶມເອກະສານ ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2026-03-06 08:55:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 207 | ຄວາມນິຍົມ: ![]()
ໃນວັນທີ 25 ກຸມພາ 2026, ຢູ່ທີ່ສະໂມສອນກອງພັນໃຫຍ່ 11 ໄດ້ເຜີຍແຜ່ເຊື່ອມຊຶມເອກະສານບົດແນະນຳການກໍ່ສ້າງໜ່ວຍພັກປອດໃສ ແຂ້ມແຂງ ໜັກແໜ້ນ ໃນທົ່ວກອງທັບ (ສະບັບປັບປຸງ), ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳສາຍ ມົນດວງສິງ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 11, ມີຄະນະພັກ-ຄະນະບັນຊາ ພະແນກການ, ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳຫຼ້າ ວົງພະຈັນ ຫົວໜ້າຂະແໜງຈັດ ຕັ້ງພັກກອງພັນໃຫຍ່ 11 ໄດ້ຜ່ານບົດແນະນຳຂອງກົມໃຫຍ່ການ ເມືອງກອງທັບກ່ຽວກັບການກໍ່ ສ້າງໜ່ວຍພັກ ປອດໃສ ໜັກແໜ້ນ ໃນທົ່ວກອງທັບ; ອີງຕາມການແຈ້ງການຂອງຄະນະຈັດຕັ້ງສູນກາງພັກ; ຄຳສັ່ງຂອງກົມການ ເມືອງສູນກາງພັກ; ຄຳແນະນຳຄະນະຈັດຕັ້ງສູນກາງພັກ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ; ອີງຕາມການຈັດຕັ້ງປະຕິບັດວຽກງານການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງການຈັດຕັ້ງຮາກຖານພັກ ໃນທົ່ວກອງທັບໃນໄລຍະຜ່ານມາ. ເພື່ອເຮັດໃຫ້ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ດຳເນີນໄປຢ່າງເປັນລະບົບ, ຖືກຕ້ອງ, ສອດຄ່ອງ ກັບສະພາບຄວາມເປັນຈິງ ແລະ ຮັບປະກັນຄຸນນະພາບກົມໃຫຍ່ການເມືອງກອງທັບ ຈຶ່ງອອກບົດແນະນຳ ສືບຕໍ່ຍຶດໝັ້ນແນວທາງກໍ່ສ້າງພັກ, ເຊີດຊູບົດບາດນຳພາຂອງໜ່ວຍພັກ, ຮັກສາ ແລະ ເສີມຂະຫຍາຍມູນເຊື້ອຜົນງານການກໍ່ສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານໃນຊຸມປີທີ່ຜ່ານມາ ແລະ ສືບຕໍ່ກໍ່ ສ້າງໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ ໃນທົ່ວກອງທັບໃນຕໍ່ໜ້າໄດ້ຢ່າງຕໍ່ເນື່ອງເປັນການຈັດຕັ້ງປະຕິບັດເນື້ອໃນຄຳສັ່ງຂອງກົມການເມືອງສູນກາງພັກ, ຄຳສັ່ງແນະນຳຂອງຄະນະຈັດຕັ້ງ
ສູນກາງພັກ ແລະ ຄຳສັ່ງແນະນຳຂອງຄະນະພັກກະຊວງປ້ອງກັນປະເທດ, ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ຖືກຕ້ອງ ແລະ ເປັນເອກະພາບໃນທົ່ວກອງທັບ ແນໃສ່ສ້າງໜ່ວຍພັກເປັນແກ່ນນຳຢູ່ຮາກຖານພັກ ສາມາດຮູ້ນຳພາສ້າງແຜນການ, ຮູ້ນຳພາຈັດຕັ້ງປະຕິບັດແຜນ ການ, ຮູ້ສະຫຼຸບຕີລາຄາຈັດຕັ້ງປະຕິບັດແຜນການ, ຕີລາຄາຄຸນນະພາບ, ແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ.
ໂດຍ: ອິນກອງ ສຸກໄຊຍະ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















