ກອງພັນໃຫຍ່ 279 ເຜີຍແຜ່ ເອກະສານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ (ສະບັບປັບປຸງໃໝ່)
ເວລາອອກຂ່າວ: 2026-03-06 09:00:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 236 | ຄວາມນິຍົມ: ![]()
ວັນທີ 24 ກຸມພາ 2026 ຜ່ານມານີ້, ກອງພັນໃຫຍ່ 279 ໄດ້ເປີດກອງປະຊຸມເຜີຍແຜ່ ເອກະສານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ (ສະບັບປັບປຸງໃໝ່), ໂດຍການເປັນປະທານຂອງສະຫາຍ ພັນໂທ ອ່ອນແກ້ວ
ພົມມະສຸລິນ ກຳມະການຄະນະປະຈຳພັກ, ຮອງຫົວໜ້າການເມືອງ ກອງພັນໃຫຍ່ 279, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, ຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍພະນັກງານ-ສະມາຊິກພັກເຂົ້າຮ່ວມ.
ສະຫາຍ ພັນໂທ ພິລະຄອນ ວິລະຄຳ ຫົວໜ້າຂະແໜງຈັດຕັ້ງພັກ ກອງພັນໃຫຍ່ 279 ໄດ້ຂຶ້ນເຜີຍແຜ່ ເອກະສານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ(ສະບັບປັບປຸງໃໝ່) ປະກອບມີ: ບົດແນະນຳ ຂອງກົມໃຫຍ່ການ
ເມືອງກອງທັບ ເລກທີ 2976/ກມທ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທົ່ວກອງທັບ, ຄຳສັ່ງແນະນຳ ຂອງຄະນະພັກກອງພັນໃຫຍ່ 279 ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທົ່ວກອງພັນໃຫຍ່, ຮ່າງໃບສຳຫຼວດສະມາຊິກພັກ, ຮ່າງ ຕີລາຄາໃຫ້ຄະແນນ ແລະ ແບ່ງປະເພດສະມາຊິກພັກ, ຮ່າງທາບທາມຄຳເຫັນສົ່ງຂ່າວຕໍ່ບຸກຄົນສະມາຊິກພັກ (ແບບປິດລັບ), ຮ່າງ ທາບທາມຄຳເຫັນສົ່ງຂ່າວຂອງສະມາຊິກພັກຕໍ່ການນຳພາລວມຂອງໜ່ວຍພັກ (ແບບປິດລັບ), ຮ່າງສັງລວມຄະແນນ ແລະ ແບ່ງປະເພດໜ່ວຍພັກ, ເພື່ອສຶບຕໍ່ຍຶດໜັ້ນແນວທາງຂອງພັກ, ເຊີດຊູບົດບາດການນຳພາຂອງພັກ, ຮັກສາ ແລະ ເສີມຂະຫຍາຍມູນເຊື້ອຜົນງານການກໍ່ສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ, ເປັນການຈັດຕັ້ງປະຕິບັດເນື້ອໃນຄຳສັ່ງ ຂອງກົມການເມືອງສູນກາງພັກ, ຄຳແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ແລະ ຄຳສັ່ງແນະນຳ ຂອງຄະນະພັກກະຊວງປ້ອງກັນປະເທດ ແນ່ໃສ່ສ້າງໜ່ວຍພັກເປັນແກນຢູ່ຮາກຖານພັກ ສາມາດຮູ້ນຳພາສ້າງແຜນການ, ຮູ້ນຳພາຈັດຕັ້ງປະ
ຕິບັດແຜນການ, ຮູ້ສະຫຼຸບຕີລາຄາຈັດຕັ້ງປະຕິບັດແຜນການ, ຕີລາຄຸນນະພາບ, ແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກຮັບປະກັນມີຄຸນນະພາບ. ພິທີ ຍັງໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ບັນດານໜ່ວຍພັກທີ່ໄດ້ຮັບເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ຕື່ມອີກ.
ໂດຍ: ສາຄອນ ສຸລິເຍດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















