ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ຫົວໜ້າ​ຫ້ອງການ​ຊາວ​ໜຸ່ມ​ກອງທັບ ລົງ​ຊຸກຍູ້​ວຽກ​ງານ​ຊາວ​ໜຸ່ມ ຢູ່​ ໂຮງຮຽນ​ນາຍ​ສິບ​ເຫຼົ່າ​ຮົບ
ເວລາອອກຂ່າວ: 2026-03-06 09:02:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 249 | ຄວາມນິຍົມ:



ໃນ​ວັນ​ທີ 5 ມີນາ 2026 ນີ້, ສະຫາຍ ພັນ​ເອກ ຫົງ​ທອງ ສີ​ຊາ​ນົນ ເລຂາທິການ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ, ຫົວໜ້າ​ຫ້ອງການ​ຊາວ​ໜຸ່ມ​ກອງທັບ ພ້ອມ​ດ້ວຍ​ຄະນະ ໄດ້​ລົງ​ເຄື່ອນ​ໄຫວ​ຊຸກຍູ້, ກວດກາ​ຂະ​ບວນ​ການ​ ວຽກ​ງານ​ຊາວ​ໜຸ່ມ ແລະ ຕິດຕາມ​ການຈັດຕັ້ງ​ຜັນ​ຂະຫຍາຍ ມະຕິ​ກອງ​ປະຊຸມ​ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ກອງທັບ ຄັ້ງ​ທີ IX ຢູ່​ໂຮງຮຽນ​ນາຍ​ສິບ​ເຫຼົ່າ​ຮົບ, ໂດຍ​ມີ​ສະຫາຍ ພັນ​ເອກ ພອນ​ສະຫວັນ ສຸ​ລິ​ສັກ ຫົວໜ້າ​ການເມືອງ ​ໂຮງຮຽນ​ນາຍ​ ສິບ​ເຫຼົ່າ​ຮົບ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ​ໂຮງຮຽນ, ອົງການ 5 ຫ້ອງ, ພະແນກການ​ທີ່​ກ່ຽວຂ້ອງ, ຄະນະ​ຊາວ​ໜຸ່ມ ແລະ ສະມາຊິກ​ຊາວ​ໜຸ່ມ ທົ່ວ​ໂຮງຮຽນ ເຂົ້າຮ່ວມ. ສະຫາຍ ພັນ​ໂທ ແກ້ວ​ອຸດອນ ຈັນທະ​ວົງ ຫົວໜ້າ​ພະ​ແນກ​ຊາວ​ໜຸ່ມ ໂຮງຮຽນ​ນາຍ​ສິບ​ເຫຼົ່າ​ຮົບ ໄດ້​ລາຍ​ງານ​ໃຫ້​ຊາບ​ໂດຍ​ຫຍໍ້ ກ່ຽວ​ກັບ​ການເຄື່ອນໄຫວ​ວຽກ​ງານ​ຊາວ​ໜຸ່ມ​ຢູ່​ໂຮງຮຽນ ໃນ​ໄລຍະ​ຜ່ານ​ມາ, ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ ຜົນງານ​ທີ່​ພົ້ນ​ເດັ່ນ​ຫຼາຍ​ດ້ານ ແລະ ບາງ​ຂໍ້ຄົງຄ້າງ ທີ່​ຈະ​ຕ້ອງ​ໄດ້​ສືບຕໍ່​ປັບປຸງ​ແກ້​ໄຂ ເພື່ອ​ເຮັດ​ໃຫ້​ການເຄື່ອນໄຫວ​ວຽກ​ງານ​ຊາວ​ໜຸ່ມ​ໃນຕໍ່ໜ້າ ມີ​ຜົນສຳເລັດ​ສູງ​ກວ່າ​ເກົ່າ. ຈາກ​ນັ້ນ, ສະຫາຍ ພັນ​ໂທ ບຸນ​ມີ​ໄຊ ຄຳ​ພະຈັນ ຫົວໜ້າ​ພະ​ແນກ​ອົບຮົມ-ຈັດ​ຕັ້ງ ຫ້ອງການ​ຊາວ​ໜຸ່ມ​ກອງທັບ ໄດ້​ເຜີຍແຜ່​ມະຕິ​ກອງ​ປະຊຸມ​ໃຫຍ່ ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ປະເທດ ຄັ້ງ​ທີ IX ແລະ ມະຕິ​ກອງ​ປະຊຸມ​ຜູ້​ແທນ​ຊາວ​ໜຸ່ມ​ ທົ່ວ​ກອງທັບ ຄັ້ງ​ທີ IX. ເພື່ອ​ແນໃສ່​ເຮັດ​ໃຫ້​ຄະນະ​ພັກ-ຄະນະ​ອຳນວຍ​ການ​ໂຮງຮຽນ, ຄະນະ​ນຳ​ຊາວ​ໜຸ່ມ​ແຕ່​ລະ​ຂັ້ນ ຕະຫຼອດ​ຮອດ ສະມາຊິກ​ຊາວ​ໜຸ່ມ ໄດ້​ຮັບ​ຮູ້​ເຊື່ອມ​ຊຶມ​ຢ່າງ​ເລິກເຊິ່ງ ເນື້ອ​ໃນ​ມະຕິ​ດັ່ງກ່າວ ເພື່ອ​ເປັນ​ພື້ນຖານ​ບ່ອນ​ອີງ ໃນ​ການ​ນຳໄປ​ສ້າງ​ເປັນ​ໂຄງການ, ແຜນ​ງານ ອັນ​ລະອຽດ ພ້ອມ​ທັງ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ໃຫ້​ສອດຄ່ອງ​ກັບ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ ແລະ ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ ໃຫ້​ເປັນ​ຂະ​ບວນ​ການ​ຟົດຟື້ນ​ກວ້າງຂວາງ. ໂອກາດ​ນີ້, ສະຫາຍ ຫົວໜ້າ​ຫ້ອງການ​ຊາວ​ໜຸ່ມ​ກອງທັບ ໄດ້​ເນັ້ນ​ໃຫ້​ຄະນະ​ນຳ​ຊາວ​ໜຸ່ມ ຕະຫຼອດ​ຮອດ ສະມາຊິກ​ຊາວ​ໜຸ່ມ ເອົາໃຈໃສ່​ເຮັດ​ວຽກ​ງານ​ສຶກ​ສາ​ ອົບຮົມ​ການເມືອງ​ແນວ​ຄິດ, ເປັນ​ເຈົ້າ​ການ​ປະຕິບັດ​ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ກອງທັບ ກໍ​ຄື ຂອງ​ຊາວ​ໜຸ່ມ ໃຫ້​ເຂັ້ມ​ງວດ, ຕ້ານ ແລະ ສະກັດ​ກັ້ນ ການ​ຫຼີ້ນ​ກິນ​ຟຸມ​ເຟືອຍ, ຫຼຸດຜ່ອນ​ແນວ​ຄິດ​ເອື່ອຍ​ອີງ, ເພີ່ມ​ທະວີ​ການ​ຊອກ​ຮູ້​ຮ່ຳຮຽນ​ສິ່ງ​ໃໝ່ໆ, ​ປັັບ​ປຸງ​ການຈັດຕັ້ງ​ໃຫ້​ໜັກ​ແໜ້ນ​ເຂັ້ມແຂງ, ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ​ໃຫ້​ສອດຄ່ອງ, ສ້າງ​ຂະ​ບວນ​ການ​ຊາວ​ໜຸ່ມ ຕາມ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 4 ບຸກ ຕິດ​ພັນ​ກັບ ຂໍ້​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ ແລະ ຂະບວນ​ການ​ປີ່ນ​ອ້ອມ​ຂອງ​ກອງ ທັບ, ເພີ່ມ​ທະວີ​ຄວາມ​ສາມັກຄີ​ໃຫ້​ກວ້າງຂວາງ​ແໜ້ນ​ແຟ້ນ ພ້ອມ​ກັນ​ນີ້, ຄະນະ​ພັກ-ຄະນະ​ອຳນວຍ​ການ​ໂຮງຮຽນ ກໍ​ຕ້ອງ​ເອົາໃຈໃສ່​ໃກ້ຊິດຕິດແທດ ອຳນວຍ​ຄວາມ​ສະດວກ ໃຫ້​ອົງ​ການຈັດຕັ້ງ​ຊາວ​ໜຸ​​່ມ ໄດ້​ເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ​ຂອງ​ຕົນ ໃຫ້​ສົມ​ດັ່ງ​ຄຳ​ຂວັນ​ຊາວ​ໜຸ່ມ​ກອງທັບ ທີ່​ວ່າ “ຊາວ​ໜຸ່ມ​ກອງທັບ​ເດັ່ດ​ດ່ຽວ​ອາດ​ຫານ, ນຳ​ໜ້າ​ສາມັກຄີ ແລະ ມີ​ວິໄນ​ປະດິດ​ສ້າງ”. ໂອກາດ​ນີ້, ຫ້ອງການ​ຊາວ​ໜຸ່ມ​ກອງທັບ ຍັງ​ໄດ້​ມອບ​ເຄື່ອງ​ຈຳນວນ​ໜຶ່ງ ລວມ​ມູນ​ຄ່າ 5 ລ້ານ​ກວ່າ​ກີບ ໃຫ້​ຄະນະ​ອຳນວຍ​ການ​ໂຮງຮຽນ ແລະ ພະ​ແນກ​ຊາວ​ໜຸ່ມ ໂຮງຮຽນ​ນາຍ​ສິບ​ເຫຼົ່າ​ຮົບ ຕື່ມ​ອີກ. ໂດຍ: ເຄນ​ຫຼ້າ ຂູນ​ຈັນທະ + ປານ​ຄຳ ມາກ​ວິໄລ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ