ເຫຼົ່າຮົບຄູປ້ອງກັນອາກາດ ໂຮງຮຽນນາຍສິບເຫຼົ່າຮົບ ຫັດແອບຍິງລູກປືນແທ້ ໃຫ້ນັກຮຽນນາຍສິບ
ເວລາອອກຂ່າວ: 2026-03-06 09:08:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 253 | ຄວາມນິຍົມ: ![]()
ວັນທີ 3 ມີນາ 2026 ນີ້, ເຫຼົ່າຮົບຄູປ້ອງກັນອາກາດໂຮງ ຮຽນນາຍສິບເຫຼົ່າຮົບ ໄດ້ເປີດອົບຮົມ-ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ແກ່ນັກຮຽນນາຍສິບ ຊຸດທີ II ປະຈຳສົກຮຽນ 2025-2026, ໂດຍການເປັນປະ ທານຂອງ ສະຫາຍ ພົນຈັດຕະວາ ພູວຽງ ສອນສົມໃຈ ຫົວໜ້າການທະຫານໂຮງຮຽນນາຍສິບເຫຼົ່າຮົບ, ມີຄະນະພັກ-ຄະນະອຳນວຍການໂຮງຮຽນ, ພ້ອມດ້ວຍພະນັກງານ-ຄູອາຈານ ແລະ ນັກຮຽນນາຍສິບ ເຂົ້າຮ່ວມ.
ສະຫາຍ ພັນໂທ ສີສຸວັນ ລັດຕະນະວັນ ຮອງຫົວໜ້າຫ້ອງອົບຮົມ, ຜູ້ຊີ້ນຳເຫຼົ່າຮົບຄູປ້ອງກັນອາກາດ ໂຮງຮຽນນາຍສິບເຫຼົ່າຮົບ ໄດ້ລາຍງານສະພາບລວມກ່ຽວກັບການກະກຽມຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ຄັ້ງນີ້. ຈາກນັ້ນ, ສະຫາຍ ພັນໂທ ທອງລາ ມາລາພອນ ຫົວໜ້າພະແນກຄູປ້ອງກັນອາກາດ ໄດ້ຜ່ານແຜນການຫັດແອບ ພາກທິດສະດີ ແລະ ພາກປະຕິບັດຕົວຈິງ ໃຫ້ນັກຮຽນມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ຂອງຕົນ ເຮັດໃຫ້ການຫັດແອບຄັ້ງນີ້ ມີຜົນສຳເລັດຕາມຄາດໝາຍ. ຈຸດປະສົງ ກໍເພື່ອແນໃສ່ເຮັດໃຫ້ນັກຮຽນນາຍສິບ ໄດ້ຮຽນຮູ້ເຖິງຄຸນຄ່າ ສະມັດຕະພາບຂອງປືນແຕ່ລະຊະນິດ, ກຳໄດ້ບັນດາທິດສະດີຫຼັກການ ເພື່ອສາມາດນຳເອົາບົດຮຽນ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃນກົມກອງ ໃຫ້ມີຄວາມຊຳນານ, ຄ່ອງແຄ້ວ ເພື່ອພ້ອມກັນເຮັດສຳ ເລັດໜ້າທີ່ການເມືອງຂອງກົມ ກອງ ໃນສະເພາະໜ້າ ແລະ ຍາວນານ.
ໂອກາດນີ້, ສະຫາຍ ພົນຈັດ ຕະວາ ພູວຽງ ສອນສົມໃຈ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ພະນັກງານຄູ-ອາຈານ ທີ່ໄດ້ເອົາ ໃຈໃສ່ຊີ້ນຳ, ສິດສອນດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ການຫັດແອບດຳເນີນໄປດ້ວຍດີ. ສະຫາຍ ຍັງໄດ້ເນັ້ນໜັກໃຫ້ນັກຮຽນ ຈົ່ງພ້ອມກັນກຳແໜ້ນບັນດາທິດສະດີຫຼັກການ ແລະ ພຶດຕິກຳການຫັດແອບຕົວຈິງ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົວເອງໃນທຸກດ້ານ ເພື່ອ ສ້າງຕົນເອງໃຫ້ກາຍເປັນພະ ນັກງານຮຸ້ນສືບທອດທີ່ດີຂອງກອງທັບ. ພ້ອມດຽວກັນນີ້, ຄະ ນະພັກ-ຄະນະອຳນວຍການໂຮງ ຮຽນ ຍັງໄດ້ມອບເຄື່ອງອຸປະ ໂພກ-ບໍລິໂພກຈຳນວນໜຶ່ງ ໃຫ້ຄະນະຊີ້ນຳ, ພະນັກງານ-ຄູອາ ຈານ ແລະ ນັກຮຽນ ທີ່ພວມເຝິກ ແອບຮ່ຳຮຽນຄັ້ງນີ້ ອີກດ້ວຍ.
ໂດຍ: ເຄນຫຼ້າ ຂູນຈັນທະ+ ປານຄຳ ມາກວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















