ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ພະແນກສະຫະພັນແມ່ຍິງ ຫ້ອງວ່າການກະຊວງປ້ອງກັນປະເທດ ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈໍາເດືອນ 2
ເວລາອອກຂ່າວ: 2026-03-06 10:08:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1094 | ຄວາມນິຍົມ:



ໃນວັນທີ 5 ມີນາ 2026 ນີ້, ພະແນກສະຫະພັນແມ່ຍິງ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈໍາເດືອນ 2 ແລະ ທິດທາງແຜນການເດືອນ 3 ປີ 2026, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ນາງ ອໍາມາລາ ຄໍາບຸນເຮືອງ ຫົວໜ້າພະແນກສະຫະພັນແມ່ຍິງ ຫ້ອງວ່າການກະຊວງປ້ອງກັນປະເທດ, ມີບັນດາໜ່ວຍສະຫະພັນແມ່ຍິງ ຂຶ້ນກັບພະແນກສະຫະພັນແມ່ຍິງ ຫ້ອງວ່າການກະຊວງປ້ອງກັນປະເທດ ເຂົ້າຮ່ວມ. ໃນກອງປະຊຸມ ຜູ້ຕາງໜ້າສະຫະພັນແມ່ຍິງແຕ່ລະໜ່ວຍ ໄດ້ຜັດປ່ຽນກັນລາຍງານ ການຈັດຕັ້ງເຄື່ອນໄຫວປະຕິບັດວຽກງານຮອບດ້ານຂອງສະຫະພັນແມ່ຍິງຂອງຕົນ ໃນໄລຍະຜ່ານມາ, ໂດຍລວມແລ້ວ ສະຫະພັນແມ່ຍິງແຕ່ລະກົມກອງ ໄດ້ຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ສຸມໃສ່ການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 3 ດີ ແລະ ແຜນພັດທະນາແມ່ຍິງແຕ່ລະຂັ້ນ ໂດຍປິ່ນອ້ອມ ຂະບວນການລວມ ຂອງກົມກອງ ຢ່າງເປັນຂະບວນການຟົດຟື້ນ. ພ້ອມນີ້, ກອງປະຊຸມ ຍັງໄດ້ຜ່ານທິດທາງແຜນການປະຈຳເດືອນ ມີນາ ປີ 2026 ໂດຍຈະສືບຕໍ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານການນໍາແມ່ຍິງ ແລະ ສະມາຊິກສະຫະພັນ ແມ່ຍິງທຸກພາກສ່ວນ ໃຫ້ມີແນວຄິດການເມືອງໜັກແໜ້ນ ແລະ ເຮັດສຳເລັດໜ້າທີ່ວຽກງານຂອງຕົນທີ່ການຈັດຕັ້ງ ຂັ້ນເທິງມອບໝາຍ, ສືບຕໍ່ຊີ້ນໍາເອື້ອຍນ້ອງແມ່ຍິງບັນດາກົມກອງ, ບໍລິສັດ-ລັດວິສາຫະກິດຈັດຕັ້ງປະຕິບັດເນື້ອໃນຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີຂອງສູນກາງສະຫະພັນແມ່ຍິງລາວ ວາງອອກໃຫ້ໄດ້ຮັບຜົນດີ, ສືບຕໍ່ຈັດຕັ້ງສ້າງຂະບວນການດ້ານຕ່າງໆ ເພື່ອຂ່ຳນັບຮັບຕ້ອນບັນດາວັນສໍາຄັນຕ່າງໆ ຂອງພັກ, ຂອງຊາດ, ຂອງກອງທັບ ກໍຄືຂອງແມ່ຍິງທີ່ໝູນວຽນມາເຖິງແຕ່ລະໄລຍະໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງ, ສືບຕໍ່ສຶກສາອົບຮົມການເມືອງນໍາພາແນວຄິດ ໃຫ້ຄະນະນໍາສະຫະພັນແມ່ຍິງ ແລະ ສະມາຊິກສະຫະພັນ ແມ່ຍິງຢູ່ບັນດາກົມກອງ, ຫົວໜ່ວຍທຸລະກິດໃຫ້ເປັນປົກກະຕິ ແລະ ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ເພື່ອເປັນກໍາລັງແຮງໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດໜ້າທີ່ຂອງແມ່ຍິງ ເປັນຕົ້ນແມ່ນເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດ, ນໍ້າໃຈຮັກຊາດ ແລະ ອະນຸລັກຮັກສາຮີດຄອງປະເພນີວັດທະນະທຳອັນດີງາມຂອງແມ່ຍິງລາວ ໃຫ້ຄົງຢູ່ຄູ່ແມ່ຍິງລາວຕະຫຼອດໄປ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ