ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ບໍລິສັດ ກຣາເພີນ ວັນ ເອັນເນີຈີ ໂຊລູຊັນ ຈຳກັດ ມອບລົດຈັກໄຟຟ້າ ຍີ່ຫໍ້ EWAVE LAO ຈໍານວນ 02 ຄັນ ກອງໂທລະພາບກອງທັບ
ເວລາອອກຂ່າວ: 2026-03-06 15:58:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1061 | ຄວາມນິຍົມ:



ໃນວັນທີ 06 ມີນາ 2026 ນີ້, ທີ່ ກອງໂທລະພາບກອງທັບ, ກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດ ໄດ້ມີພິທີ ມອບລົດຈັກໄຟຟ້າ ຍີ່ຫໍ້ EWAVE LAO ຈໍານວນ 02 ຄັນ, ລວມມູນຄ່າ 62.000.000 ລ້ານກີບ, ໃຫ້ກອງໂທລະພາບກອງທັບ ກ່າວມອບໂດຍ ທ່ານ ຄີ ຍັງ ນາມ ປະທານບໍລິສັດ ກຣາເພີນ ວັນ ເອັນເນີຈີ ໂຊລູຊັນ ຈຳກັດ ແລະ ກ່າວມອບຮັບໂດຍ ສະຫາຍ ພັນເອກ ສອນອຸໄທ ພົມອຸໄທ ອຳນວຍການ ກອງໂທລະພາບກອງທັບ ພ້ອມດ້ວຍຄະນະ. ໂອກາດນີ້, ສະຫາຍ ພັນເອກ ສອນອຸໄທ ພົມອຸໄທ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານ ຄີ ຍັງ ປະທານບໍລິສັດ ກຣາເພີນ ວັນ ເອັນເນີຈີ ໂຊລູຊັນ ຈຳກັດ ທີ່ມອບລົດຈັກໄຟຟ້າ ຍີ່ຫໍ້ EWAVE LAO ຈໍານວນ 02 ຄັນ, ພ້ອມທັງອຸປະກອນການສາກລົດ ໃຫ້ແກ່ ກອງໂທລະພາບກອງທັບປະຊາຊົນລາວ ແລະ ຍ້ອງຍໍຊົມເຊີຍຕໍ່ ທ່ານ ຄີ ຍັງ ນາມ ທີ່ມີຄວາມເປັນຫ່ວງເປັນໃຍ ແລະ ເຫັນໄດ້ຄວາມສຳຄັນຂອງວຽກງານກອງທັບ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ພາຫະນະດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ ແລະ ຖືກຕ້ອງຕາມເປົ້າໝາຍທີ່ວາງໄວ້. ໂດຍ: ໄຊສະຫວາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ