ຫ້ອງການກຳມະບານກອງທັບ ກັບ ສະຫະພັນກຳມະບານ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພົບປະແລກປ່ຽນບົດຮຽນຮ່ວມກັນ
ເວລາອອກຂ່າວ: 2026-03-11 09:05:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 140 | ຄວາມນິຍົມ: ![]()
ໃນວັນທີ 6 ມີນາ 2026 ນີ້, ຫ້ອງການກຳມະບານກອງທັບ ກັບ ສະຫະພັນກຳມະບານ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ, ໂດຍມີ ສະຫາຍ ພົນຈັດຕະວາ
ຈັນທາ ບຸນນະວົງ ຫົວໜ້າກົມຈັດຕັັ້ງພັກ ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ຄົມສັນ ໄຊຍະສານ ຄະນະຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຫົວໜ້າກົມຈັດຕັ້ງພັກ-ພະນັກງານ, ພ້ອມດ້ວຍຄະນະນຳທັງ 2 ຝ່າຍ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ຫົວໜ້າຫ້ອງການກຳມະບານກອງທັບ ໄດ້ຜ່ານເນື້ອໃນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ພ້ອມທັງລາຍງານໃຫ້ຮັບຊາບໜ້າທີ່, ພາລະບົດບາດຂອງຫ້ອງການກຳມະບານກອງທັບ ໂດຍມີ 3 ພະແນກການຂຶ້ນກັບ, ເປັນເສນາທິການວຽກງານກຳມະບານ ໃຫ້ກະຊວງປ້ອງກັນປະເທດ, ເຮັດໜ້າທີ່ໂຄສະນາ, ສຶກສາອົບຮົມ, ປຸກລະດົມ, ບຳລຸງກໍ່ສ້າງ ແລະ ເຕົ້າໂຮມຄວາມສາມັກຄີ ພະນັກງານ, ຊີ້ນຳ-ນຳພາການ
ເຄື່ອນໄຫວຂະບວນການປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ, ຕິດພັນກັບຂໍ້ແຂ່ງຂັນຮັກຊາດ, ພັດທະນາ ແລະ ຂໍ້ແຂ່ງຂັນອື່ນໆ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດ ວາງອອກ.
ໂອກາດນີ້, ສະຫາຍ ປອ ວິຣະພົງ ພົມດວງສີ ປະທານສະຫະພັນກຳ
ມະບານ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກໍໄດ້ລາຍງານໃຫ້ຊາບ ໜ້າທີ່, ພາລະບົດບາດຂອງສະຫະພັນກຳມະບານ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນສະຫະພັນກຳມະການເຄິ່ງອາຊີບ ປະກອບມີ 11 ໜ່ວຍຈາກ 10 ກົມ ແລະ 1 ຫໍປະຊຸມແຫ່ງຊາດ, ເຮັດໜ້າທີ່ເປັນເສນາທິການ ຮັບໃຊ້ໃຫ້ຄະນະພັກ-ຄະນະນຳຂອງຫ້ອງວ່າການສຳນັກງານນາຍົກ, ໄດ້ນຳພາ-ຊີ້ນຳ ປະສານສົມທົບຢ່າງກົມກຽວ ກັບຫ້ອງວ່າການສູນກາງພັກ, ຄະນະເລຂາທິການສະພາແຫ່ງຊາດ, ຫ້ອງວ່າການປະທານປະເທດ, ອົງການທຽບເທົ່າກະຊວງ, ນະຄອນຫຼວງ ແລະ ແຂວງໃນທົ່ວປະເທດ, ເປັນອົງການຕົວແທນປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ ໂດຍໃກ້ຊິດຕິດແທດຂອງຄະນະພັກສຳນັກງານນາຍົກ ເພື່ອເຄື່ອນໄຫວວຽກງານ ແລະ ຂະບວນການປິ່ນອ້ອມຕ່າງໆ ຕາມສະພາບຕົວຈິງ ແລະ ຕາມຄວາມອາດສາມາດໃນແຕ່ລະໄລຍະ ໄດ້ເປັນຢ່າງດີ, ໄດ້ສົ່ງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ແລະ ເງິນບຳລຸງສະມາຊິກ ໃຫ້ສູນກາງສະຫະພັນກຳມະການລາວ ເປັນປົກກະຕິ ແລະ ສາມາດສ້າງໄດ້ຜົນສຳເລັດທີ່ພົ້ນເດັ່ນຫຼາຍດ້ານ.
ຈາກນັ້ນ, ທັງ 2 ຝ່າຍໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຂົງເຂດວຽກງານທີ່ຕ່າງໆຝ່າຍມີຄວາມສົນໃຈ. ພ້ອມທັງໄດ້ມອບຂອງຂວັນທີ່ລະນຶກໃຫ້ກັນຕື່ມອີກ.
ໂດຍ: ວັນນະລັກ ວົງພົມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















