ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ສະຫະພັນ​ແມ່ຍິງ ກອງ​ພົນ​ທີ 2 ສ້າງ​ຂະ​ບວນ​ການ​ແຂ່ງຂັນ​ກິລາ ຕ້ອນຮັບ​ວັນ​ແມ່ຍິງ​ສາກົນ
ເວລາອອກຂ່າວ: 2026-03-11 09:06:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 139 | ຄວາມນິຍົມ:



​ວັນ​ທີ 5 ມີນາ 2026 ນີ້, ສະຫະພັນ​ແມ່ຍິງ ກອງ​ພົນ​ທີ 2 ໄດ້​ສ້າງ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ບານເຕະ ເພື່ອ​ຂ່ຳນັບ​ຮັບຕ້ອນວັນ​ແມ່ຍິງ​ສາກົນ ຄົບຮອບ 116 ປີ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ສະຫາຍ ພົນ​ຈັດຕະວາ ຄຳ​ຜິວ ມະນີ​ວົງ ຫົວໜ້າ​ການເມືອງ ກອງ​ພົນ​ທີ 2, ມີ​ຄະນະ​ຫ້ອງ, ພະແນກການ, ກົມ​ກອງ​ຮາກ​ຖານ, ແຂກ​ຖືກ​ເຊີນຕະ ຫຼອດ​ຮອດ​ສະມາຊິກ​ແມ່ຍິງທົ່ວ​ກອງ​ພົນ​ທີ 2 ເຂົ້າ​ຮ່ວມ. ການ​ສ້າງ​ຂະ​ບວນ​ການ​ແຂ່ງຂັນ​ກິລາ ໃນ​ຄັ້ງ​ນີ້ ເພື່ອ​ຂ່ຳ ນັບ​ຮັບ​ຕ້ອນ ວັນ​ແມ່ຍິງ​ສາກົນ ຄົບຮອບ 116 ປີ ໃຫ້​ມີ​ຂະ​ບວນ​ການ​ຟົດຟື້ນ, ກວ້າງຂວາງ, ທັງ​ ເປັນ​ການ​ຫັດ​ແໜ້ນ​ຄວາມ​ສາ ມັກຄີລະຫວ່າງ ຄະນະ​ພັກ-ຄະນະ​ບັນຊາ​ອົງການ, ກົມ​ກອງ ແລະ ສະມາຊິກ​ແມ່ຍິງທົ່ວ​ກອງ​ພົນ​ທີ 2 ໃຫ້​ແໜ້ນ​ແຟ້ນ​ເລິກ​ເຊິ່ງ. ສຳລັບ​ກິລາ​ທີ່​ນຳ​ມາ​ແຂ່ງຂັນປະກອບ ມີ: ກິລາ​ບານເຕະ, ກິລາ​ອົມ​ນ້ຳ​ໃສ່​ແກ້ວ, ກິລາ​ຕີ​ກ໋ອບ​ໝາກເຂືອ ແລະ ກິລາ​ຍ່າງ​ສາມ​ຂາ, ເຊິ່ງ​ຕະ ຫຼອດ​ໄລຍະ​ການ​ແຂ່ງຂັນໄດ້​ສ້າງ ​ບັນຍາກາດ​ເບີກບານ​ມ່ວນຊື່ນ​ເປັນ​ຢ່າງ​ດີ. ໂດຍ ຄຳ​ຮັກ ໄຊ​ວັນ​ທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ