ຫ້ອງການຊາວໜຸ່ມກອງທັບ ເຄື່ອນໄຫວກວດກາຊຸກຍູ້ວຽກງານ ຢູ່ກອງພັນໃຫຍ່ 643
ເວລາອອກຂ່າວ: 2026-03-12 08:59:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 108 | ຄວາມນິຍົມ: ![]()
ວັນທີ 3 ມີນາ 2026, ຫ້ອງການຊາວໜຸ່ມກອງທັບ ໄດ້ລົງເຄື່ອນໄຫວຊຸກຍູ້ຂະບວນການວຽກງານຊາວໜຸ່ມ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ຢູ່ກອງພັນໃຫຍ່ 643, ນຳພາໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ມີຄະນະບໍລິຫານງານຊາວໜຸ່ມແຂວງຊຽງຂວາງ, ຄະນະພັກ-ຄະນະບັນຊາ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ກອງພັນໃຫຍ່ 643, ຄະນະບໍລິຫານງານຊາວໜຸ່ມ 3 ກອງ ພັນ, 2 ກອງຮ້ອຍເອກະລາດ, ໜ່ວຍຊາວໜຸ່ມເອກະລາດທີ່ຂື້ນກັບ ພ້ອມດ້ວຍສະມາຊິກຊາວໜຸ່ມ ເຂົ້າຮ່ວມ.
ສະຫາຍ ພັນໂທ ພູເງິນ ເທບພອນໄຊ ຫົວໜ້າຂະແໜງຊາວໜຸ່ມ ກອງພັນໃຫຍ່ 643 ໄດ້ຜ່ານບົດລາຍງານໃນການຈັດຕັ້ງປະຕິບັດວຽກງານຊາວໜຸ່ມທົ່ວກົມກອງ ຕະຫຼອດໄລຍະທີ່ຜ່ານມາ; ຈາກນັ້ນ, ກອງປະຊຸມ ຍັງໄດ້ຜ່ານຂໍ້ຕົກລົງຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເລກທີ312/ສຊປລ, ລົງວັນທີ 4 ທັນວາ 2025 ວ່າດ້ວຍການມອບຫຼຽນຊາວໜຸ່ມຕະລຸມບອນໃຫ້ສະມາຊິກຊາວໜຸ່ມທົ່ວກອງທັບ; ສະຫາຍ ພັນຕີ ສອນຈັນ ສຸລິທອງ ຮອງຫົວໜ້າພະແນກແຜນການ-ສັງລວມ ຫ້ອງການຊາວໜຸ່ມກອງທັບ ໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ທີ່ໄດ້ດຳເນີນໃນວັນທີ 25-26 ສິງຫາ 2025 ທີ່ຫໍປະຊຸມແຫ່ງຊາດ, ເຊິ່ງບັນດາຜູ້ແທນກອງປະຊຸມໃຫຍ່ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາຂອງຕົນ ເຂົ້າໃນການຄົ້ນຄວ້າ
ປະກອບຄຳຄິດເຫັນຕໍ່ກອງປະຊຸມຢ່າງກົງໄປກົງມາ ແລະ ຮັບຮອງເອົາບົດລາຍງານການ ເມືອງ ເຊິ່ງເນື້ອໃນໄດ້ຕີລາຄາ ຮອບດ້ານເຖິງຜົນງານ ແລະ ຜົນ
ສຳເລັດໃນການຈັດຕັ້ງປະຕິບັດດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ຕະຫຼອດການເຄື່ອນໄຫວວຽກງານໄລຍະຜ່ານມາ. ພ້ອມນັ້ນ ກອງປະຊຸມໄດ້ເປັນເອກະພາບສູງ ແລະ ຮັບຮອງເອົາບັນດາຄາດໝາຍສູ້ຊົນ ວຽກງານຈຸດສຸມທີ່ໄດ້ກຳນົດຢູ່ບົດລາຍງານການ ເມືອງ; ຜູ້ແທນກອງປະຊຸມ ຍັງໄດ້
ພ້ອມກັນໃຊ້ສິດຂອງຕົນປ່ອນບັດເລືອກຕັ້ງ ເອົາຄະນະບໍລິ ຫານງານ ສູນກາງຊາວໜຸ່ມປະ ຊາຊົນປະຕິວັດລາວ ສະໄໝທີ IX ບົນພື້ນຖານຫຼັກການລວມສູນ
ປະຊາທິປະໄຕ ຖືກຕ້ອງສອດ ຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້.
ສະຫາຍ ພັນເອກ ຫົງທອງ ສີຊານົນ ໄດ້ຮຽກຮ້ອງມາຍັງຜູ້ຮັບຜິດຊອບວຽກງານຊາວໜຸ່ມພາຍໃນກົມກອງໃຫ້ ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ, ປັບປຸງການຈັດຕັ້ງຊາວໜຸ່ມພາຍໃນກົມກອງຕົນໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ, ຄຽງຄູ່ກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ແລະ ສືບຕໍ່ເອົາໃຈໃສ່ປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງສູນກາງຊາວໜຸ່ມລາວ ໃຫ້ປະກົດຜົນເປັນຈິງ ແລະ ຖືກຕາມບົດແນະນຳ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຄຳສັ່ງແນະ ນຳຂອງກົມໃຫຍ່ການເມືອງກອງ ທັບ; ເປັນກຳລັງແຮງປະຈັນບານຂອງຊາວໜຸ່ມເຂົ້າຮ່ວມຂະບວນການດ້ານຕ່າງໆຂອງຂັ້ນເທິງ ກໍຄືຂອງກົມກອງ ຊຸກຍູ້ຂະບວນການຊາວໜຸ່ມກົມກອງຂັ້ນຕົນເຂົ້າຮ່ວມຕອບຕ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນຢູ່ຖັນແຖວສະມາຊິກຊາວໜຸ່ມໃນກອງທັບໃຫ້ໝົດໄປ, ໃນໂອກາດລົງມາເຄື່ອນໄຫວວຽກງານຄັ້ງນີ້ ທາງຫ້ອງການຊາວໜຸ່ມ ຍັງໄດ້ມອບເຄື່ອງຂອງ ແລະວັດຖຸຮັບໃຊ້ຈຳນວນໜຶ່ງໃຫ້ກົມກອງອີກດ້ວຍ.
ໂດຍ: ຄຳໝັ່ນ ຄົງວິໄລ
ພາບ: ນາງ ນຸດທິດາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















