ກອງບັນຊາການທະຫານແຂວງສະຫວັນນະເຂດ ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳເດືອນ
ເວລາອອກຂ່າວ: 2026-03-12 09:02:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 112 | ຄວາມນິຍົມ: ![]()
ວັນທີ 2 ມີນາ 2026 ນີ້, ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳເດືອນ ມີນາ ປີ 2026, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວັນທອງ ບຸດະດາ ຫົວໜ້າຫ້ອງພະລາ
ທິການ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ ຈາກອົງການ 5 ຫ້ອງ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ໃນພິທີ ໄດ້ກວດກາລະບຽບຮູບແຖວ ແລະ ລາຍງານຈຳນວນພົນ ຈາກກ້ອນກຳລັງຕ່າງໆ ພ້ອມທັງເຂົ້າສູ່ພິທີເຄົາລົບທຸງຊາດ ແລະ ຜ່ານຄຳປະຕິຍານ 8 ຂໍ້ ຂອງກອງທັບວາງອອກ. ຈາກນັ້ນ, ສະຫາຍ ພັນໂທ ພອນສຸກ ວົງຄຳສົມ ຮອງຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດໜ້າທີ່ວຽກງານໂດຍຫຍໍ້ ໃນໄລຍະ 1 ເດືອນຜ່ານມາ ແລະ ວາງທິດທາງຜ່ານການຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເປັນຕົ້ນແມ່ນໄດ້ສຳເລັດການຈັດຕັ້ງພິທີປ່ອນບັດເລືອກຕັ້ງ ສສຊ ຊຸດທີ x ແລະ ສສຂ ຊຸດທີ v, ໄດ້ເປີດຊຸດອົບຮົມຫັດແອບ ປະຈຳປີ 2026 ແລະ ເປີດຊຸດອົບຮົມຫັດ
ແອບອ້າຍນ້ອງທະຫານໃໝ່ໄລຍະສັ້ນ, ເຂົ້າອວຍພອນຄະນະການນຳກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ, ອົງການຈັດຕັ້ງທັງພາກລັດ ແລະ ເອກກະຊົນ ໃນວັນສຳຄັນຕ່າງໆ ຂອງພັກ-ລັດ, ຂອງກອງທັບ ແລະ ເພື່ອນມິດສາກົນ, ພ້ອມນັ້ນ, ຍັງໄດ້ເອົາໃຈໃສດ້ານວຽກງານການສຶກສາອົບຮົມການເມືອງນຳພາແນວ
ຄິດ, ວຽກງານເຮັດໃຫ້ຂອບເຂດຄວາມຮັບຜິດຊອບມີຄວາມສະຫງົບ, ວຽກງານການປັບປຸງກໍ່ສ້າງກຳລັງ, ວຽກງານຮັບປະກັນທາງດ້ານພາຫະນະຮັບໃຊ້ຕ່າງໆຂອງກອງກົມກອງ, ວຽກງານການແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະ ວຽກງານອື່ນໆທີ່ສຳຄັນ ທີ່ກົມກອງ ໄດ້ສຸມໃສ່ແລະປະຕິບັດ ໃຫ້ເກີດດອກອອກຜົນໄປເປັນກ່າວໆ. ທັງນີ້ ກໍເພື່ອເຮັດໃຫ້ພະນັກງານ-ນັກຮົບ ມີຄວາມໜັກແໜ້ນ,ເຂັ້ມແຂງ ທາງດ້ານຮ່າງກາຍ ແລະ ຈິດໃຈ ເພື່ອກຽມພ້ອມປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫົງບ ທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້ໄດ້ເປັນຢ່າງດີ.
ຈາກນັ້ນ, ກໍໄດ້ຮັບຊົມການເດີນຂະບວນສວນສະໜາມ ຈາກກ້ອນກຳລັງຕ່າງໆ ທີ່ໄດ້ເຂົ້າຮ່ວມພິທີເຄົາທຸງຊາດ ໃນຄັ້ງນີ້ຢ່າງຈົບງາມ.
ຂ່າວ-ພາບ: ຄຳໃສ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















