ກອງພົນທີ 1 ມອບເງິນອຸດໜູນໃຫ້ຄອບຄົວ ພະນັກງານເສຍຊີວິດ
ເວລາອອກຂ່າວ: 2026-03-12 09:03:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 108 | ຄວາມນິຍົມ: ![]()
ວັນທີ 5 ມີນາ 2026 ນີ້, ກອງພົນທີ 1 ໄດ້ມອບເງິນອຸດໜູນ ໃຫ້ຄອບຄົວພະນັກງານທີ່ເສຍຊີວິດ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນເລີດ ຄຳພູໄຊ ຮອງຫົວໜ້າຫ້ອງການເມືອງ, ມີຄະນະພັກ-ຄະນະບັນຊາ, ກົມກອງ, ພະແນກການກ່ຽວຂ້ອງ ພ້ອມດ້ວຍຄອບຄົວພະນັກງານຜູ້ທີ່ເສຍຊີວິດເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ຈິດອາວອນ ແກ້ວອິນປານ ຊ່ວຍວຽກພະແນກປະກັນສັງຄົມ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະຕິບັດນະໂຍບາຍ ໃຫ້ນາຍ ແລະ ພົນທະຫານ ໃນກອງທັບປະຊາຊົນລາວ ກ່ຽວກັບການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການປະກັນສັງຄົມ ແລະ ອີງຕາມໃບສັ່ງຈ່າຍເງິນອຸດໜູນເສຍຊີວິດ ຂອງກົມປະກັນສັງຄົມ ກົມໃຫຍ່ການເມືອງກອງທັບ ດັ່ງນັ້ນ, ພະແນກປະກັນສັງຄົມ ກອງພົນທີ 1 ຈຶ່ງຄິດໄລ່ເງິນອຸດໜູນເສຍຊີວິດ ໃຫ້ 3 ຄອບຄົວ ຄື: ຄອບຄົວ ສະຫາຍ ພັນເອກ ບຸນແຖວ ແກ້ວດວງດີ ຈຳນວນ 138.978.525 ກີບ, ຄອບຄົວ ສະຫາຍ ພັນໂທ ຄຳຄານ ແກ້ວວິໄລສີ ຈຳນວນ 121.433.963 ກີບ ແລະ ຄອບຄົວ ສະຫາຍ ຮ້ອຍໂທ ບຸນຄ້ຳ
ສີຫາພັນ 56.054.588 ກີບ.
ໂດຍ: ໂກຮັງ ພັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















