ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ກອງ​ປະຊຸມ​ເຜີຍແຜ່, ເຊື່ອມ​ຊຶມ ມະຕິ​ກອງ​ກອງ​ປະຊຸມ​ໃຫຍ່ ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ປະເທດ ຄັ້ງ​ທີ IX
ເວລາອອກຂ່າວ: 2026-03-12 09:05:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 103 | ຄວາມນິຍົມ:



ວັນ​ທີ 3 ມີນາ 2026 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ໄດ້​ຈັດ​ກອງ​ປະຊຸມ​ເຜີຍແຜ່, ເຊື່ອມ​ຊຶມ ມະຕິ​ກອງ​ປະຊຸມ​ໃຫຍ່ ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ປະເທດ ຄັ້ງ​ທີ IX, ໂດຍ​ການ​ເປັນ​ປະທານ ແລະ ເຜີຍແຜ່​ຂອງ ສະຫາຍ ນາງ ດວງ​ຕາ ໄຊ​ຍະ​ຫົງ ກຳມະການ​ຄະນະ​ພັກ​ແຂວງ, ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ ແຂວງ​ບໍ່​ແກ້ວ, ມີ​ສະຫາຍ ພັນ​ໂທ ຍິນ​ໄຊ ແພງ​ຫຼ້າ ຫົວໜ້າ​ພະ​ແນກ​ຊາວ​ໜຸ່ມ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ, ມີ​ພະແນກການ​ທີ່​ກ່ຽວຂ້ອງ, ບັນດາ​ເລຂາ-ຮອງ​ເລຂາ​ໜ່ວຍ​ຊາວ​ໜຸ່ມ ຕະຫຼອດ​ຮອດ​ສະມາຊິກ​ຊາວ​ໜຸ່ມ​ທົ່ວ​ທະ ຫານ​ແຂວງ​ບໍ່​ແກ້ວ ເຂົ້າ​ຮ່ວມ. ສະຫາຍ ນາງ ດວງ​ຕາ ໄຊ​ຍະ​ຫົງ ໄດ້​ເຜີຍແຜ່​ມະຕິ​ກອງ​ປະຊຸມ​ໃຫຍ່ ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ກອງທັບ ຄັ້ງ​ທີ IX ແລະ ບົດ​ໂອ້​ລົມ ຂອງ​ສະຫາຍ ພົນ​ໂທ ​ສຈ ​ປອ ທອງ​ລອຍ ສີ​ລິ​ວົງ ອະດີດ​ກຳມະການ​ສູນ​ກາງ​ພັກ, ອະດີດ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ. ເຊີ່ງ​ກອງ​ປະຊຸມ​ໄດ້​ເວົ້າ​ເຖິງ​ຜົນສຳເລັດ​ກອງ​ປະຊຸມ​ໃຫຍ່ ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ປະເທດ ຄັ້ງ​ທີ lX ແລະ ທິດ​ທາງ​ການ​ນຳພາ​ຂອງ​ຊາວ​ໜຸ່ມ​ລາວ​ໃນ​ໄລຍະ​ໃໝ່ ທີ່​ສະແດງ​ເຖິງ​ຄວາມ​ເປັນ​ເອກະ​ພາບ, ຄວາມ​ເຊື່ອ​ໝັ້ນ, ຄວາມ​ສາມັກຄີ​ຂອງ​ຊາວ​ໜຸ່ມ​ລາວ​ບັນດາເຜົ່າ ໃນ​ການ​ສືບຕໍ່​ນຳ​ເອົາ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ປະເທດ ໄປ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ໄດ້​ຮັບ​ຜົນສຳເລັດ​ຕາມ​ລະດັບ​ຄາດໝາຍ. ພ້ອມ​ທັງ ເຜີຍແຜ່​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ປະກາດ​ໃຊ້​ກົດ​ລະບຽບ​ຊາວ​ໜຸ່ມ​ປະຊາຊົນ ປະຕິວັດ​ລາວ ສະໄໝ​ທີ IX, ມະຕິ​ກອງ​ປະຊຸມ​ໃຫຍ່​ສະຫະພັນ​ຊາວ​ໜຸ່ມ​ລາວ ສະໄໝ​ທີ I ແລະ ມະຕິ​ຕົກລົງ ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ບົ່ງ​ຕົວ​ແຕ່ງຕັ້ງ​ຄະນະ​ບໍລິຫານ​ງານ​ສະຫະພັນ​ຊາວ​ໜຸ່ມ​ລາວ ສະໄໝ​ທີ I. ທັງ​ນີ້, ກໍ​ເພື່ອ​ເຮັດ​ໃຫ້​ສະມາຊິກ​ຊາວ​ໜຸ່ມ​ທຸກ​ພາກສ່ວນ​ໄດ້​ຮັບ​ຮູ້ ແລະ ເຂົ້າໃຈ​ແຈ້ງ​ກ່ຽວ​ກັບ​ຜົນ​ຮັບຮອງ​ຈາກ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ຊາວ​ໜຸ່ມ ທົ່ວ​ປະເທດ ຄັ້ງ​ທີ IX ເພື່ອ​ພ້ອມ​ກັນ​ນຳໄປ​ຈັດ​ຕັ້ງ​ປະຕິບັດ ໃຫ້​ໄດ້​ຮັບ​ຜົນສຳເລັດ​ເທື່ອ​ລະ​ກ້າວ. ໂດຍ: ພາກ ສຸທິ​ປັນຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ