ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ສຸມ​ໃສ່​ການ​ກໍ່ສ້າງ​ນາຍ​ສິບ ຊຸດ​ທີ X ແລະ ບຳລຸງ​ການ​ທະຫານ​ຂັ້ນ​ພື້ນຖານ ລະບົບ 6 ເດືອນ ​ໃຫ້​ມີ​ຄຸນ​ນະ​ພາບ
ເວລາອອກຂ່າວ: 2026-03-12 09:08:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 108 | ຄວາມນິຍົມ:



ໂດຍ​ປະຕິບັດ​ຕາມ​ຄຳ​ສັ່ງ​ ຂອງກົມ​ໃຫຍ່​ເສນາ​ທິ​ການກອງທັບ ວ່າ​ດ້ວຍ​ການອົບຮົມ-ຫັດ ແອບການ​ທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກໃຫ້​ ບັນດາ​ກຳລັງ​ຫຼວງ-ກຳລັງ​ທ້ອງ ຖິ່ນ ໃນ​ທົ່ວ​ກອງທັບ ປະຈຳ​ປີ 2026 ແລະ ຄຳ​ສັ່ງ​ແນະນຳວ່າ​ ດ້ວຍ​ການ​ການ​ອົບຮົມ-ຫັດ​ແອບ, ປັບປຸງ​ລະບຽບ​ແບບແຜນ​ເຝິກຝົນ​ກຳລັງ​ແຮງ​ກາຍ ປະຈຳ​ປີ 2026 ໃຫ້​ນາຍ ແລະ ພົນທະຫານ​ຢູ່​ກອງ​ບັນຊາ​ການ​ທະຫານ​ນະຄອນ ຫຼວງ​ວຽງ​ຈັນ ແລະ ກົມ​ກອງ​ອ້ອມ​ຂ້າງ​ເຂດ​ໃຈກາງ​ທີ່​ບໍ່​ທັນ​ໄດ້​ຜ່ານ​ການ​ທະຫານ​ຂັ້ນ​ພື້ນຖານ. ສະຫາຍ ​ພັນ​ເອກ ໄພ​ວັນ ອາ​ລິ​ຍະ​ທຳ ຫົວໜ້າ​ຫ້ອງ​ເສນາ ​ທິ​ການ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ໃຫ້​ຮູ້ ວ່າ: ເພື່ອ​ຮັບປະກັນ​ເຮັດ​ໃຫ້ການ​ຍົກ​ລະດັບ​ຄວາມ​ຮູ້, ຄວາມ​ສາ ມາດ​ໃຫ້​ນາຍ​ທະຫານ​ໃນກອງ ທັບ​ປະຊາຊົນ​ລາວ ທັງ​ກຳລັງ​ຫຼວງ-ກຳລັງ​ທ້ອງຖິ່ນ​ເຂດ​ນະ ຄອນຫຼວງ​ວຽງ​ຈັນ ທີ່​ຍັງ​ບໍ່​ທັນ​ໄດ້​ຜ່ານ​ລະບົບ​ໂຮງຮຽນ​ການ​ທະຫານ​ໃນ​ກອງທັບ; ດັ່ງນັ້ນ, ກອງ​ບັນຊາ​ການ​ທະຫານ​ນະ ຄອນຫຼວງ​ວຽງ​ຈັນ ຈຶ່ງ​ໄດ້​ເປີດ​ຮຽນ​ກໍ່ສ້າງ​ນາຍ​ສິບ​ລະບົບ 1 ປີ ແລະ ບຳລຸງ​ການ​ທະຫານ​ໃຫ້ພະ ນັກງານ​ລະບົບ 6 ເດືອນສົກປີ 2025-2026 ແນ່​ໃສ່​ການ​ສ້າງ​ນາຍທະຫານ ຂະແໜງການ ຕ່າງໆ ​ໃຫ້​ມີ​ຄຸນ​ນະ​ພາບ​ໃນ​ການ​ນຳພາ-ບັນຊາ, ເຊິ່ງ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະ ຫານ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຊີ້​ນຳ​ພະແນກການ​ທີ່​ກ່ຽວຂ້ອງ​ ກໍຄື​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ​ນະຄອນຫຼວງ​ວຽງ​ຈັນ ປະຕິບັດ​ຕາມ​ແຜນການ​ຂອງ​ຂັ້ນ​ເທິງ​ ເປີດ​ສົກຮຽນ​ບຳລຸງ-ກໍ່ສ້າງ​ນາຍ​ສິບ. ຈຸດປະສົງ​ຂອງ​ການ​ເປີດ​ບຳ ລຸງ-ກໍ່ສ້າງ​ນາຍ​ສິບ ເພື່ອ​ເປັນ​ການຈັດຕັ້ງ​ປະຕິບັດ​ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານ​ໃນ​ໄລຍະ​ໃໝ່​ ຮັບປະກັນ​ໃຫ້​ນາຍ​ທະຫານ​ມີ​ຄວາມ​ຮູ້​ທາງ​ດ້ານ​ການ​ນຳພາ-ບັນຊາ, ຮູ້​ນຳ​ໃຊ້ສິ ລະປະ​ຍຸດ-ຍຸດທະວິທີ​ຂັ້ນ​ພື້ນ ຖານ​ຂອງ​ທະຫານ​ຮາບ ​ທັງ​ເປັນ​ການ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ; ເຊິ່ງ​ຫຼັກສູດ​ການ​ອົບຮົມ-ຫັດ​ແອບ​ປະຈຳ​ປີ 2026 ກຳນົດເວລາ​ແມ່ນ 180 ວັນ, ຫຼັກສູດກໍ່ສ້າງ​ນາຍ​ສິບ ລະບົບ 1 ປີ ກຳນົດ​ ເວລາ​ຮຽນ​ຕົວ​ຈິງ 200 ວັນ ແລະ ຫຼັກສູດ​ບຳລຸງ​ການທະຫານ​ ຂັ້ນ​ພື້ນຖານລະບົບ 6 ເດືອນ ກຳນົດ​ເວລາ​ຮຽນ​ຕົວ​ຈິງ 108 ວັນ, ທັງ ນີ້​ ກໍ​ເພື່ອ​ແນໃສ່​ເຮັດ​ໃຫ້​ນາຍ ແລະ ພົນທະຫານ ມີຄວາມຊຳນິຊຳ ນານ, ຄ່ອງ​ແຄ້ວ, ມີ​ຄວາມ​ຮູ້​ພື້ນ ຖານ​ໃນ​ການ​ບັນຊາ​ຂັ້ນ​ຕົ້ນ, ກຳ​ໄດ້​ເນື້ອ​ໃນ​ທາງ​ດ້ານ​ສິລະປະ​ຍຸດ-ຍຸດທະວິທີ ກໍຄື​ ຫຼັກການ​ບັນຊາ​ໝູ່-ໝວດ, ຮູ້​ນຳໄປ​ຈັດ​ຕັ້ງ​ບັນຊາ​ຢູ່​ພາຍ​ໃນ​ກົມ​ກອງ​ຂອງ​ຕົນ​ ໃຫ້​ມີ​ຄຸນ​ນະ​ພາບ ແລະ ບັນຊາ​ສູ້​ຮົບ​ຂັ້ນ​ພື້ນຖານ, ມີ​ຄວາມສາມາດຮັບ ຜິດຊອບ​ສູງ​ຕໍ່ໜ້າ​ທີ່​ວຽກ​ງານ ທັງ​ເປັນ​ການ​ສ້າງ​ໃຫ້​ນາຍ ແລະ ພົນ ທະຫານໃຫ້​ມີ​ຄຸນ​ທາດການເມືອງ ​ໜັກ​ແໜ້ນ, ມີ​ຄວາມ​ແຂງ​ແກ່ນ​ທົນ​ທານ, ອົດທົນ​ຜ່ານ​ຜ່າທຸກຂໍ້​ ຫຍຸ້ງຍາກ, ເຮັດສຳເລັດໜ້າທີ່ ການເມືອງ​ຂອງ​ຕົນ ກໍຄື ການຈັດ ຕັ້ງຂັ້ນ​ເທິງ​ມອບ​ໝາຍ​ໃຫ້​ ກາຍ ເປັນ​ພະນັກງານ​ສືບ​ທອດ​ ໃນ​ອະ ນາ​ຄົດ. ສະຫາຍ ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ຍັງ​ກ່າວ​ຕື່ມ​ອີ​ກວ່າ: ເພື່ອ​ເຮັດ​ໃຫ້ການ​ບຳ ລຸງ-ກໍ່ສ້າງ​ນາຍ​ທະຫານ​ຄັ້ງ​ນີ້ ​ມີ​ຜົນສຳເລັດ​ຕາມ​ຈຸດປະສົງ ແລະ ຄາດໝາຍຄະນະ​ພັກ-ຄະນະ​ບັນ ຊາ​ທຸກ​ຂັ້ນ​ຕ້ອງ​ຖື​ສຳຄັນ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ ໃຫ້​ພະນັກງານ-ນັກຮົບ​ ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສີນ​ທຳ​ປະຕິວັດ ເຊື້ອ​ໝັ້ນ​ຕໍ​່ການ​ນຳພາ​ຂອງ​ພັກ ແລະ ປະຕິບັດກົດລະ ບຽບຂອງກອງທັບ ກໍຄືກົມກອງ ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ​ໂດຍ​ ສະເພາະ​ຄະນະ​ພັກ-ຄະນະ​ອຳ ນວຍການໂຮງຮຽນການ ​ທະຫານ​ທ້ອງຖິ່ນຕ້ອງອຳນວຍຄວາມ ​ສະດວກ​ ໃນ​ການ​ຮຽນ-ການ​ສອນຕິດ​ແທດ​ກັບ​ແຕ່​ລະ​ເປົ້າ​ໝາຍ​ຕົວ​ຈິງ. ພ້ອມ​ນັ້ນ​, ຄູ-ອາຈານ ຕ້ອງ​ຍົກ​ສູງ​ໃນການຖ່າຍ​ຖອດ​ສົ່ງ​ຄວາມ​ຮູ້​ໃຫ້​ນັກຮຽນ, ສ່ວນ​ນັກຮຽນ​ກໍຕ້ອງ​ຕັ້ງໜ້າ​ປະ7 ຕິບັດ​ໂມງຂຶ້ນ​ຫ້ອງ​ຮ່ຳຮຽນ​ເປັນ​ປົກກະຕິ ​ເພື່ອ​ເຮັດ​ໃຫ້ການ​ກໍ່ສ້າງ​ນາຍ​ສິບ ຊຸດ​ທີ X ແລະ ບຳລຸງ​ການທະຫານ​ຂັ້ນ​ພື້ນຖານ ລະບົບ 6 ເດືອນ ຊຸດ​ທີ IV ປະຈຳ​ປີ 2026 ໃຫ້​ມີ​ຄຸນ​ນະ​ພາບ. ໂດຍ: ວັນ​ໄຊ ໄຊ​ສະ​ຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ