ສະຫຼຸບວຽກງານພະລາທິການ-ການເງິນ ທົ່ວກອງບັນຊາການທະຫານແຂວງຫຼວງນໍ້າທາ ປະຈໍາປີ 2025
ເວລາອອກຂ່າວ: 2026-03-12 10:19:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 307 | ຄວາມນິຍົມ: ![]()
ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານພະລາທິການ-ການເງິນ ທົ່ວກອງບັນຊາການທະຫານແຂວງຫຼວງນໍ້າທາ ປະຈໍາປີ 2025 ຈັດຂຶ້ນໃນວັນທີ 06 ມີນາ 2026 ນີ້, ຢູ່ທີ່ສະໂມສອນຂອງກອງບັນຊາການທະຫານແຂວງຫຼວງນ້ຳທາ, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ຄຳເປິງ ໄຊທະວີ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງຫຼວງນໍ້າທາ, ມີສະຫາຍ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫຼວງນໍ້າທາ, ສະຫາຍ ພັນເອກ ບຸນມີ ໄຊປະເສີດ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ , ຄະນະພັກ-ຄະນະບັນຊາ ກອງບັນຊາການ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານເມືອງ 05 ເມືອງ, 02 ກອງພັນ, 05 ກອງຮ້ອຍຊາຍແດນ, ກົມກອງອ້ອມຂ້າງ, ໂຮງຮຽນ, ໂຮງໝໍ, ຜູ້ຕ່າງໜ້າ ຮັບຜິດຊອບເຮັດວຽກງານພະລາທິການ ແລະ ການເງິນຈາກບັນດາກົມກອງເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນເອກ ຄຳເປິງ ໄຊທະວີ ກ່າວເປີດກອງປະຊຸມ ໂດຍຍົກໃຫ້ເຫັນຄວາມສໍາຄັນຂອງວຽກງານພະລາທິການ-ການເງິນໃນກອງທັບ ເຊິ່ງແມ່ນເຫຼົ່າຮົບໜຶ່ງທີ່ສໍາຄັນ, ເປັນປັດໄຈພື້ນຖານປະກອບສ່ວນໃຫ້ກົມກອງເຮັດສໍາເລັດໜ້າທີ່ການເມືອງຂອງຕົນ ແລະ ເປັນກໍາລັງແຮງສັງລວມຂອງກອງທັບ, ຮັບປະກັນໂດຍກົງ ທາງດ້ານການເຄື່ອນໄຫວວຽກງານກຽມພ້ອມສູ້ຮົບ ແລະສູ້ຮົບໄດ້ໃນທຸກສະຖານະການ ໃນດ້ານການ ຮັບປະກັນສຸຂະພາບ ແລະ ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບຢູ່ໃນກອງທັບ.
ກອງປະຊຸມໄດ້ພ້ອມກັນສັງເກດຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານພະລາທິການ-ການເງິນ ໃນ 1 ປີຜ່ານມາ ກໍຄື ການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ໂດຍສະເພາະແມ່ນແຜນງານໃຫຍ່ທີ 3 ວຽກງານຈັດຕັ້ງຮັບປະກັນພະລາທິການ ເພື່ອຄວາມເປັນເອກະພາບໃນການປັບປຸງກໍ່ສ້າງກອງທັບ ໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ພ້ອມກັນຄົ້ນຄ້ວາເປັນເອກະພາບຕໍ່ກັບທິດທາງແຜນການທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2026 ໃຫ້ມີຜົນສໍາເລັດສູງຂຶ້ນກວ່າເກົ່າ.
ຈາກນັ້ນ, ສະຫາຍ ພັນໂທ ຫຼອງ ທອງສະໄໝ ຮອງຫົວໜ້າຫ້ອງພະລາທິການ ກໍໄດ້ສະຫຼຸບຕີລາຄາຄືນເຖິງການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານພະລາທິການ-ການເງິນໃນຫຼາຍດ້ານທີ່ພົ້ນເດັ່ນ. ຄະນະພັກ-ຄະນະບັນຊາ, ພະນັກງານວິຊາການທີ່ເຮັດວຽກງານພະລາທິການ ໃນໄລຍະທີ່ຜ່ານມາ ໄດ້ເອົາໃຈໃສ່ຕໍ່ໜ້າທີ່ວຽກງານຂອງຕົນ ຮັບປະກັນໃຫ້ແກ່ການເຄື່ອນໄຫວ, ຫັດແອບ ແລະ ກຽມພ້ອມສູ້ຮົບ, ຈັດຕັ້ງຮັບປະກັນຢ່າງຄົບຖ້ວນ, ທັນເວລາ, ດ້ານວັດຖຸ, ພາຫະນະຮັບໃຊ້, ວຽກງານຮັບປະກັນຊີວິດການເປັນຢູ່ການຈັດຕັ້ງລ້ຽງດູທັບ ດ້ານສະບຽງອາຫານ, ດ້ານການຈັດຕັ້ງກິນດື່ມລວມໝູ່, ດ້ານເຄື່ອງນຸ່ງຫົ່ມ, ດ້ານນໍ້າມັນເຊື້ອໄຟ, ວຽກງານຄຸ້ມຄອງທີ່ດິນ, ໄຟຟ້າ ແລະ ນໍ້າປະປາ, ໃນນີ້ ດິນກອງບັນຊາການທະຫານແຂວງ ມີທັງໝົດ 76 ຕອນ, ເທົ່າກັບ 253 ເຮັກຕາ ກັບ 4.489 ຕາແມັດ, ຮັກສາເນື້ອທີ່ປູກຢາງພາລາ 126 ເຮັກຕາ, ມີຕົ້ນຢາງທັງໝົດ 27.712 ຕົ້ນ, ປາດແລ້ວ 23. 267 ຕົ້ນ, ເຮັດນາປີເນື້ອທີ 18.525 ເຮັກຕາ ຜົນຜະລິດໄດ້ 33.586 ກິໂລ, ປູກພຶດຊະນິດຕ່າງໆໄດ້ 21.452 ກິໂລ, ທຽບໃສ່ປີຜ່ານມາລາຍຮັບເພີ່ມຂຶ້ນ 10,72%, ພືດເປັນສິນຄ້າໄດ້ 96.139 ກິໂລ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 9,86%, ເກັບກູ້ໄມ້ໃຫ້ໝາກໄດ້ 2.083 ກິໂລ, ທຽບໃສ່ປີຜ່ານມາລາຍຮັບເພີ່ມຂື້ນ 123%, ງົວ-ຄວາຍ 30 ໂຕ, ທຽບໃສ່ປີຜ່ານມາຫຼຸດລົງ 31%, ໝູ - ແບ້ 27 ໂຕ, ສັດປີກ 1.153 ໂຕ, ປະເພດສັດນ້ຳ 1.069 ກິໂລ, ສາມາດສ້າງລາຍຮັບ ນັບທັງເງີນສົດ ແລະ ວັດຖຸ ປະມານ 4.324.122.000 ກີບ.
ກອງປະຊຸມຄັ້ງນີ້, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ກໍຄືພະນັກງານຜູ້ທີ່ເຮັດວຽກງານພະລາທິການ-ການເງິນທົ່ວກອງບັນຊາການ ໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ເນື້ອໃນຕ່າງໆ ຂອງກອງປະຊຸມວຽກງານພະລາທິການ-ການເງິນທົ່ວກອງທັບ ປະຈໍາປີ 2025 ແລະ ທິດທາງແຜນການຄາດໝາຍສູ້ຊົນວຽກງານ ປະຈໍາປີ 2026 ເພື່ອຮັບປະກັນວຽກງານຈຸຸດສຸມໃນຕໍ່ໜ້າມີໃບໜ້າອັນໃໝ່ ແລະ ໄດ້ຮັບປະສິດທິຜົນສູງຂຶ້ນກວ່າເກົ່າ.
ໂອກາດນີ້, ສະຫາຍ ພັນໂທ ທອງໄຊ ອິດຕະວົງ ຮອງຫົວໜ້າພະແນກ ຈັດຕັ້ງພັກ ຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງນ້ຳທາ ຍັງໄດ້ຜ່ານ ມະຕິຕົກລົງ ຂອງ ຄະນະປະຈຳພັກແຂວງ ວ່າດ້ວຍການຮັບຮອງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ທີຂຶ້ນກັບ ຄະນະພັກກອງບັນຊາການ ທະຫານແຂວງຫຼວງນ້ຳທາ ຈຳນວນ 49 ໜ່ວຍພັກ. ໂດຍການກ່າວມອບ ຂອງ ສະຫາຍ ພັນເອກ ບຸນມີ ໄຊປະເສີດ ຮອງເລຂາພັກ ຫົວໜ້າການທະຫານ ກອງບັນຊາກ່ານທະຫານແຂວງ ຢ່າງສົມກຽດ.
ໂດຍ : ບຸນປັນ ປັນຍາລິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















