ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ຫ້ອງການກຳມະບານກອງທັບ ຈັດກິດຈະກຳແຂ່ງຂັນນັກຮ້ອງສຽງດີ
ເວລາອອກຂ່າວ: 2026-03-12 14:27:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 373 | ຄວາມນິຍົມ:



ໃນວັນທີ 12 ມີນາ 2026 ນີ້, ຫ້ອງການກຳມະບານກອງທັບ ໄດ້ຈັດກິດຈະກຳແຂ່ງຂັນນັກຮ້ອງສຽງດີ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ ( 1 ກຸມພາ 1956-1 ກຸມພາ 2026 ) ພາຍໃຕ້ຄຳຂວັນ” ກຳມະບານກອງທັບ ເຂັ້ມແຂງ, ທັນສະໄໝ, ສາມັກຄີ, ມີວິໄນ, ໃສ່ໃຈການພັດທະນາ”. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຮອງຫົວໜ້າກົມໃຫ່ຍການເມືອງກອງທັບ, ມີຄະນະກົມ, ຫ້ອງການ, ກອງ, ຄະນະອໍານວຍການບໍລິສັດລັດວິສາຫະກິດ, ໂຮງງານ, ສະຫະພັນກຳມະບານຮາກຖານ ຕະຫຼອດຮອດ ບັນດາຜູ້ເຂົ້າແຂ່ງຂັນນັກຮ້ອງສຽງດີ ແລະ ຜູ້ຊົມຜູ້ເຊຍເຂົ້າຮ່ວມ. ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ຫົວໜ້າຫ້ອງການກຳມະບານກອງທັບ ໄດ້ກ່າວວ່າ: ການສ້າງຂະບວນການແຂ່ງແຂ່ງໃນຄັ້ງນີ້ເພື່ອຍູ້ແຮງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ ແລະ ວັນປະຫວັດສາດສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບໂດຍສະເພາະແມ່ນ ວັນສ້າງຕັ້ງສະຫະພັນກໍາມະບານລາວ ໃຫ້ມີບັນຍາກາດຟົດຟື້ນ-ມ່ວນຊື່ນຢ່າງກວ້າງຂວາງ, ເພີ່ມທະວີຄວາມສາມັກຄີ ແລະ ປ່ຽນບົດຮຽນລະຫວ່າງ ກົມກອງກຳມະບານຮາກຖານ, ການຈັດຕັ້ງກຳມະບານ ແລະ ສະມາຊິກ ກຳມະບານໃຫ້ແໜ້ນແຟ້ນຍິ່ງໆຂຶ້ນກວ່າເກົ່າ; ພ້ອມນີ້ ທັງເປັນການຊຸກຍູ້ສົ່ງເສີມວຽກງານສິລະປະ-ວັນນະຄະດີ ຢູ່ໃນຖັນແຖວກອງທັບ ເວົ້າລວມ, ເວົ້າສະເພາະ ແມ່ນລົງສູ່ກົມກອງກຳມະບານຮາກຖານໃຫ້ເລິກເຊິ່ງກວ້າງຂວາງ. ສຳລັບການແຂ່ງຂັນໃນຄັ້ງນີ້ມີ 23 ສະຫາຍ ທີ່ມາຈາກ 11 ກົມກອງຮາກຖານ ແລະ ຜົນການແຂ່ງຂັນສາມາດສະຫຼຸບໄດ້ດັ່ງນີ້: ລາງວັນທີ 1 ໄດ້ແກ່ ສະຫາຍ ສຸວະລິດ ພົນທອງສີ ຈາກບໍລິສັດລັດວິສາຫະກິດລາວເດີນອາກາດ ໄດ້ຮັບເງິນສົດຈຳນວນ 2.000.000 ກີບ, ລາງວັນທີ 2 ໄດ້ແກ່ ສະຫາຍ ສິບຕີ ນາງ ແມວຄຳ ຫຼ້າສີມມາ ຈາກບໍລິສັດສະຕາໂທລະຄົມ ແລະ ສະຫາຍ ຮ້ອຍໂທ ສຸຖາວອນ ພົງສະຫວັດ ຈາກໂຮງງານສ້ອມແປງລົດ-ເຮືອ ໄດ້ຮັບເງິນສົດຈຳນວນ 1.500.000 ກີບ, ລາງວັນທີ 3 ໄດ້ແກ່ ສະຫາຍ ພັນຕີ ບຸນມີ ລຸດຈະດາ ຈາກພະແນກກຳມະບານ ກົມໃຫຍ່ເຕັກນິກກອງທັບ, ສະຫາຍ ຮ້ອຍເອກ ມະໂນະລາ ອີນແສງຄຸນ ຈາກໂຮງງານເຂົ້າແຫ້ງກອງທັບ ແລະ ສະຫາຍ ພັນຕີ ນາງ ບົວທອນ ສຸທຳມະວົງ ຈາກໂຮງງານມິດຕະພາບລາວ-ຫວຽດນາມ ໄດ້ຮັບເງິນສົດຈຳນວນ 1.000.000 ກີບ ແລະ ລາງວັນຊົມເຊີຍ ອີກ 17 ລາງວັນຕື່ມອີກ. ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ໄດ້ກ່າວຕື່ມອີກວ່າ: ການແຂ່ງຂັນນັກຮ້ອງສຽງດີ ໃນຄັ້ງນີ້ໄດ້ພິສູດ ແລະ ຢັ້ງຢືນຜົນສຳເລັດຂະບວນການກິດຈະກຳທາງດ້ານການເມືອງ-ແນວຄິດ ທີ່ມີໝາຍຄວາມສຳຄັນ ແລະ ຟົດຟື້ນມ່ວນຊື່ນ ເພື່ອຂ່ຳນັບຮັບ ຕ້ອນວັນປະຫວັດສາດສຳຄັນຕ່າງໆ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ, ທັງປະກອບສ່ວນເຂົ້າໃນວຽກງານຂະບວນການສ້າງວັດທະນະທຳທາງດ້ານຈິດໃຈເຮັດໃຫ້ນາຍ ແລະ ພົນທະຫານຢູ່ໃນກົມກອງມີຄວາມເບີກບານມ່ວນຊື່ນ, ອາລົມຍິ້ມແຍ້ມແຈ່ມໃສ ແລະ ພ້ອມກັນສຸມໃສ່ປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງສາມາດເຮັດລ້ອນໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້. ໂດຍ: ນາງ ໜູແດງ ພົມມະສອນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ