ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ຫົວໜ້າກົມຜະລິດກະສິກໍາ ກົມໃຫຍ່ພະລາທິການກອງທັບ ລົງຊຸກຍູ້ວຽກງານຜະລິດຢູ່ກອງຜະລິດກະສິກໍາເລກ 2 ກອງທັບ
ເວລາອອກຂ່າວ: 2026-03-12 14:38:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 256 | ຄວາມນິຍົມ:



ວັນທີ 12 ມີນາ 2026 ນີ້, ສະຫາຍ ພົນຈັດຕະວາ ພິມພາ ດວງຈັນດີ ຫົວໜ້າກົມຜະລິດກະສິກໍາກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວກວດກາ, ຕິດຕາມ ແລະ ຊຸກຍູ້ວຽກງານຜະລິດຢູ່ກອງຜະລິດກະສິກໍາ ເລກ 2 ກອງທັບ, ໂດຍມີ ຄະນະພັກ-ຄະນະບັນຊາກົມກອງ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ. ໃນໂອກາດລົງເຄື່ອນໄຫວກວດກາ, ຕິດຕາມ ແລະ ຊຸກຍູ້ວຽກງານຜະລິດດັ່ງກ່າວນີ້, ສະຫາຍ ພົນຈັດຕະວາ ພິມພາ ດວງຈັນດີ ກໍໄດ້ໂອ້ລົມ ແລະ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາກົມກອງທຸກຂັ້ນ, ຈົ່ງເອົາໃຈວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບເປັນກົກ, ຖືເອົາວຽກງານການເມືອງ-ນໍາພາແນວຄິດສອດຫ້ອຍເຂົ້າກັບທຸກຂົງເຂດວຽກງານການເມືອງຂອງກົມກອງ, ຄົ້ນຄວ້າ, ເຊື່ອມຊຶມ, ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ແລະ ມະຕິກອງປະຊຸມໃຫຍ່ VII ຂອງອົງຄະນະພັກກົມໃຫຍ່ພະລາທິການກອງທັບ ໃຫ້ເຂົ້າສູ່ລວງເລິກວຽກງານດ້ານຕ່າງໆໃຫ້ປະກົດຜົນເປັນຈິງ, ເປັນເສນາທິການທາງດ້ານວຽກງານຜະລິດກະສິກຳໃຫ້ແກ່ກົມໃຫຍ່ພະລາທິການກອງທັບ, ກໍຄືກະຊວງປ້ອງກັນປະເທດ, ຈັດຕັ້ງຜັນຂະຫຍາຍດໍາເນີນວຽກງານຜະລິດກະສິກຳ ແລະ ຊີ້ນໍາວຽກງານວິຊາສະເພາະໄດ້ເປັນຢ່າງດີ, ປັບປຸງ, ຟື້ນຟູບູລະນະພື້ນຖານການຜະລິດໄປຕາມທິດຊີ້ນໍາຂອງຂັ້ນເທິງວາງອອກ, ໂດຍແນໃສ່ສ້າງພະລາທິການກັບທີ່, ສ້າງລາຍຮັບສ່ວນໜຶ່ງເຂົ້າກົມກອງ, ເພື່ອເປັນການເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະສານສົມທົບໃຫ້ລະອຽດກັບບັນດາກົມກອງທີ່ມີການພົວພັນປະຕິບັດບັນດາໜ້າວຽກຮັບປະກັນໃຫ້ການຜະລິດກະສິກຳຂອງກົມກອງ, ຄຸ້ມຄອງໃຫ້ຖືກລະບຽບກົດໝາຍຂອງລັດ ແລະ ຂໍ້ກໍານົດກົດລະບຽບຂອງກອງທັບ ວາງອອກຢ່າງເຂັ້ມງວດ, ພ້ອມກັນສືບຕໍ່ເຮັດສໍາເລັດໜ້າທີ່ວຽກງານວິຊາສະເພາະຕາມການຈັດຕັ້ງຂັ້ນເທິງມອບໃຫ້ສໍາເລັດ. ຂ່າວ: ຄໍາປະສົງ ລາດຊະວົງ. ພາບ: ວິຊາການກົມກອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ