ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ ປະຈໍາປີ 2025
ເວລາອອກຂ່າວ: 2026-03-12 14:47:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 278 | ຄວາມນິຍົມ: ![]()
ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງຄື: ແຂວງພົວພັນ,ແຂວງຊຽງຂວາງ ແລະ ແຂວງໄຊສົມບູນ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ທີ່ແຂວງ ຫົວພັນ ເປັນເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 11 ມີນາ 2026 ນີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພຸດພັນ ແກ້ວວົງໄຊ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຫົວພັນ, ມີປະທານຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ, ຫ້ອງວ່າການສູນກາງພັກ, ກຳມາທິການ ປກຊ-ປກສ ສະພາແຫ່ງຊາດ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ, ກອງບັນຊາການທະຫານແຂວງ, ກອງບັນຊາການ ປກສ ແຂວງ, ພະແນກການອ້ອມຂ້າງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພົນຈັດຕະວາ ຄຳເມືອງ ໂຄດວົງຄູນ ຮອງປະທານຜູ້ປະຈຳການຄະນະກຳມະການ ປກຊ-ປກສ ແຂວງ, ຫົວໜ້າການທະຫານກອງບັນຊາການທະຫານ ແຂວງຫົວພັນ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາສະພາບການເຄື່ອນໄຫວວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ ໃນໄລຍະຜ່ານມາ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ, ລັດຖະບານ ກໍຄືຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຕ່ລະຂັ້ນ, ຄະນະພັກ-ຄະນະບັນຊາກຳລັງປະກອບອາວຸດ, ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ມະຕິກອງປະຊຸມໃຫຍ່ຂອງຄະນະບໍລິຫານງານພັກ 3 ແຂວງ ແລະ ມະຕິກອງປະຊຸມວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ, ປະຈຳປີ 2025 ຜ່ານມາ, ເຊິ່ງສາມາດຍາດໄດ້ຜົນງານຫຼາຍດ້ານເປັນຕົ້ນແມ່ນ: ສາມາດຮັກສາໄດ້ສະຖຽນລະພາບ, ຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ລະບົບການຈັດຕັ້ງນັບແຕ່ຂັ້ນຮາກຖານ, ເມືອງ ແລະ ແຂວງ ໄດ້ມີການປັບປຸງ, ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ກຳລັງ ປກຊ-ປກສ ແລະ ປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ, ກໍາລັງ ປກຊ-ປກສ ໄດ້ມີການເຕີບໃຫຍ່ເຂັ້ມແຂງ ແລະ ນັບມື້ທັນສະໄໝຂຶ້ນເປັນກ້າວໆ. ພ້ອມກັນນີ້, ຄະນະພັກ-ຄະນະບັນຊາແຕ່ຂັ້ນສູນກາງຮອດທ້ອງຖິ່ນຍັງໄດ້ສຸມໃສ່ຊີ້ນຳຢ່າງໃກ້ຊິດຕໍ່ວຽກງານ ດັ່ງກ່າວຢູ່ 3 ແຂວງ, ຢ່າງແຂງແຮງ, ເປັນຂະບວນຟົດຟື້ນ, ກວ້າງຂວາງ ແລະ ຕໍ່ເນື່ອງ. ສັງລວມແລ້ວ ການເຄື່ອນໄຫວປະຕິບັດໜ້າທີ່ການເມືອງ ຂອງກຳລັງ ປກຊ-ປກສ ສາມາດປະຕິບັດໜ້າທີ່ອັນມີກຽດຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ມີຜົນສໍາເລັດຕະຫຼອດໄລຍະຜ່ານມາ. ໃນກອງປະຊຸມ ແຕ່ລະພາກສ່ວນທີ່ເຂົ້າຮ່ວມກໍ່ໄດ້ ພ້ອມກັນຂຶ້ນປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບວຽກງານ ປກຊ-ປກສ 3 ແຂວງ ຢ່າງກົງໄປກົງມາພາວະວິໄສ ແທດເໝາະກັບສະພາບຄວາມເປັນຈິງ ຂອງສັງຄົມໃນປັດຈຸບັນ ເພື່ອເຮັດໃຫ້ເນື້ອໃນຮ່າງບົດສະຫຼຸບ ຄົບຖວ້ນສົມບູນ.
ໂອກາດນີ້, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍໄດ້ໂອ້ລົມຕໍ່ກອງປະຊຸມເຊິ່ງກ່ອນອື່ນ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ກຳລັງ ປກຊ-ປກສ ທຸກຂັ້ນ, ພ້ອມດ້ວຍ ອົງການປົກຄອງທ້ອງຖິ່ນ ແລະ ພໍ່-ແມ່ປະຊາຊົນບັນດາເຜົ່າຂອງແຂວງ ຫົວພັນ, ແຂວງຊຽງຂວາງ ແລະ ແຂວງໄຊສົມບູນ ມີຄວາມສະຫງົບສຸກ. ພ້ອມກັນນີ້, ສະຫາຍຍັງໄດ້ເນັ້ນໃຫ້ກຳລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອົງການປົກຄອງທຸກຂັ້ນຈົ່ງເພີ່ມທະວີຄວາມສາມັກຄີ ໃຫ້ເປັນປຶກແຜ່ນແໜ້ນໜາ, ສືບຕໍ່ປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກວາງອອກ, ພ້ອມກັນ ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມເຕີບໃຫຍ່ ເຂັ້ມແຂງ, ສືບຕໍ່ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ເຮັດໃຫ້ 3 ແຂວງ ມີຄວາມສະຫງົບສຸກ, ມີການພັດທະນາຢ່າງຕໍ່ເນື່ອງ ແລະ ມີຄວາມຈະເລີນຮຸ່ງເຮື່ອງຂຶ້ນໄປເລື້ອຍໆ.
ໂດຍ: ສົມເພັດ ວິໄລຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















