ບໍລິສັດ ວັງຕັດ ມາຍນິ້ງ ຈໍາກັດ ໄດ້ມອບເຄື່ອງຊ່ວຍເຫຼືອ ໃຫ້ຫ້ອງການສະຫະພັນແມ່ຍິງ ກອງທັບ
ເວລາອອກຂ່າວ: 2026-03-12 15:40:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 381 | ຄວາມນິຍົມ: ![]()
ໃນຕອນແລງ ວັນທີ 12 ມີນາ 2026 ນີ້, ສະຫາຍ ປອ ນາງ ສີລິວັນ ປັດທໍາມະວົງ ຮອງອໍານວຍການບໍລິສັດ ວັງຕັດ ມາຍນິ້ງ ຈໍາກັດ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ຫ້ອງການສະຫະພັນແມ່ຍິງ ກອງທັບ, ເຄື່ອງທີ່ນໍາເອົາມາມອບປະກອບມີ ເຄື່ອງອຸປະໂພກ-ບໍລິໂພກ ແລະ ຢາປິ່ນປົວ ລວມມູນຄ່າ 50,000,000 ລ້ານກີບ.
ໃນພິທີ ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ສະແດງຂອບໃຈຕໍ່ສະຫາຍ ປອ ນາງ ສີລິວັນ ປັດທໍາມະວົງ ທີ່ຍາມໃດກໍຄວາມເປັນຫວ່ງເປັນໃຍ ພະນັກງານ-ນັກຮົບ ໂດຍສະເພາະ ແມ່ນຫ້ອງການສະຫະພັນແມ່ຍິງກອງທັບ ທີ່ໄດ້ນໍາເອົາເຄື່ອງດັ່ງກ່າວມາມອບໃຫ້ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາເຄື່ອງຈໍານວນດັ່ງກ່າວໄປມອບໃຫ້ບັນດາກົມກອງ ທີ່ກໍາລັງປະຕິບັດໜ້າທີຢູ່ເຂດຊາຍແດນ, ເຂດຫ່າງໄກຊອກຫຼິກຢ່າງທົ່ວເຖິງ.
ໂອກາດດັ່ງກ່າວ, ສະຫາຍ ປອ ນາງ ສີລິວັນ ປັດທໍາມະວົງ ໄດ້ສະແດງຄວາມເປັນຫ່ວງເປັນໃຍເຖິງພະນັກງານ-ນັກຮົບ ທີ່ກໍາລັງປະຕິບັດໜ້າໜ້າທີ່ຢູ່ເຂດຫ່າງໄກຊອກ ເພື່ອປົກປ້ອງຄວາມຜາສຸກໃຫ້ປວງຊົນລາວ ເຊິ່ງເຄື່ອງຈໍານວນດັ່ງກ່າວເປັນນໍ້າໃຈເລັກໆນ້ອຍໆ ສົ່ງກໍາລັງໃຈໄປເຖິງພະນັກງານ-ນັກຮົບ ເພື່ອເປັນແຮງໃຈຊຸກຍູ້ ໃຫ້ແກ່ການປະຕິບັດໜ້າທີ່ຂອງພະນັກງານ-ນັກຮົບ ເພື່ອເຮັດສໍາເລັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ.
ໂດຍ: ພຸດທະພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















