ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ສະຫະພັນກິລາໝາກແລ້ແຫ່ງຊາດລາວ ມອບເຄື່ອງຊ່ວຍເຫຼືອ ໃຫ້ຫ້ອງການສະຫະພັນແມ່ຍິງ ກອງທັບ
ເວລາອອກຂ່າວ: 2026-03-12 15:42:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 328 | ຄວາມນິຍົມ:



ວັນທີ 12 ມີນາ 2026 ນີ້, ສະຫາຍ ນາງ ວຽງເງິນ ໄຂຄໍາພິທູນ ປະທານທີປຶກສາ ສະຫະພັນກິລາໝາກແລ້ແຫ່ງຊາດລາວ ພ້ອມຄະນະ ໄດ້ນໍາເອົາເຄື່ອງອຸປະໂພກ ເຊິ່ງປະກອບມີ: ມີ່, ປາແຫ້ງ, ຊີ້ນແຫ້ງ ແລະ ອື່ນໆ ລວມມູນຄ່າ 60,000,000 ລ້ານກີບ ມອບໃຫ້ຫ້ອງການສະຫະພັນແມ່ຍິງ ກອງທັບ ເພື່ອນໍາໄປມອບໃຫ້ພະນັກງານ-ນັກຮົບ ທີ່ປະຕິບັດໜ້າທີ່ຢູ່ເຂດຫ່າງໄກຊອກຫຼິກ ໂດຍສະເພາະບັນດາກົມກອງ ທີ່ຢູ່ຊາຍແດນແຂວງພາກໃຕ້. ໃນພິທີ ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ສະແດງຂອບໃຈຕໍ່ສະຫາຍ ນາງ ວຽງເງິນ ໄຂຄໍາພິທູນ ພ້ອມຄະນະ ກໍຄືພະນັກງານ ສະຫະພັນກິລາໝາກແລ້ແຫ່ງຊາດລາວ ເວົ້າລວມ ທີ່ເປັນຫ່ວງເປັນໃຍ ພະນັກງານ-ນັກຮົບ ກອງທັບ ປະຊາຊົນລາວ ແລະ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາເຄື່ອງດັ່ງກ່າວໄປມອບໃຫ້ບັນດາກົມກອງ ພ້ອມອວຍພອນມາຍັງຄະນະ ຈົ່ງມີແຕ່ຄວາມຜາສຸກທັງຊີວິດສ່ວນຕົວ ແລະ ຄອບຄົວ ມີຜົນສໍາເລັດໃນໜ້າທີ່ວຽກງານ, ເຮັດສໍາເລັດໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້. ໂອກາດດັ່ງກ່າວ, ສະຫາຍ ນາງ ວຽງເງິນ ໄຂຄໍາພິທູນ ໄດ້ສະແດງຄວາມເປັນຫ່ວງເປັນໃຍ ແລະ ຖາມຂ່າວຄວາມເຖິງບັນດາສະຫາຍທີ່ເຮັດໜ້າທີ່ຢູ່ເຂດຫ່າງໄກຊອກຫຼິກ ທີ່ຍອມເສຍສະຫຼະເວລາ, ຄວາມສຸກສ່ວນຕົວ ເພື່ອປົກປ້ອງປະເທດຊາດ ແລະ ຄວາມຜາສຸກໃຫ້ປວງຊົນລາວ ເຊິ່ງເຄື່ອງຈໍານວນດັ່ງກ່າວເປັນນໍ້າໃຈຈາກ ສະຫະພັນກິລາໝາກແລ້ແຫ່ງຊາດລາວ ສົ່ງເຖິງພະນັກງານ-ນັກຮົບ ເພື່ອເປັນແຮງໃຈ ຊຸກຍູ້ໃຫ້ແກ່ການປະຕິບັດໜ້າທີ່ ແລະ ເຮັດສໍາເລັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ພ້ອມ ສະແດງຄວາມຂອບໃຈ ຫ້ອງການສະຫະພັນແມ່ຍິງກອງທັບ ທີ່ເປັນຕົວແທນເປັນຂົວຕໍ່ນໍາເອົາເຄື່ອງອຸປະໂພກດັ່ງກ່າວໄປຮອດໄປເຖິງ ກົມກອງຫ່າງໄກຊອກຫຼິກ. ໂດຍ: ພຸດທະພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ