ຫ້ອງການສະຫະພັນແມ່ຍິງ ກອງທັບ ຮັບເຄື່ອງຊ່ວຍເຫຼືອຈາກ 2 ພາກສ່ວນ
ເວລາອອກຂ່າວ: 2026-03-13 09:15:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 208 | ຄວາມນິຍົມ: ![]()
ວັນທີ 12 ມີນາ 2026 ນີ້, ສະຫາຍ ນາງ ວຽງເງິນ ໄຂຄຳພິທູນ
ປະທານທີປຶກສາ ສະຫະພັນກິລາໝາກແລ້ແຫ່ງຊາດລາວ ພ້ອມຄະນະ ໄດ້ນຳເອົາເຄື່ອງອຸປະໂພກ ເຊິ່ງປະກອບມີ: ມີ່, ປາແຫ້ງ, ຊີ້ນແຫ້ງ ແລະ ອື່ນໆ ລວມມູນຄ່າ 60,000,000 ລ້ານກີບ ມາມອບໃຫ້ຫ້ອງການສະຫະພັນແມ່ຍິງ ກອງທັບ ເພື່ອນຳໄປມອບໃຫ້ພະນັກງານ-ນັກຮົບ ທີ່ເຮັດໜ້າທີ່ຢູ່ຫ່າງໄກຊອກຫຼີກ ໂດຍສະເພາະບັນດາກົມກອງ ທີ່ເຮັດໜ້າທີ່ຢູ່ຊາຍແດນແຂວງພາກໃຕ້.
ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ນາງ ວຽງເງິນ
ໄຂຄຳພິທູນ ພ້ອມຄະນະ ກໍຄືພະນັກງານ ສະຫະພັນກິລາໝາກແລ້ແຫ່ງຊາດລາວ ທີ່ເປັນຫວ່ງເປັນໄຍ ພະນັກງານ-ນັກຮົບ ກອງທັບ ປະຊາຊົນລາວ ແລະ ຈະນຳເອົາເຄື່ອງດັ່ງກ່າວໄປມອບໃຫ້ເຖິງກົມກອງ ພ້ອມອວຍພອນມາຍັງຄະນະ ຈົ່ງມີແຕ່ຄວາມຜາສຸກທັງຊີວິດສ່ວນຕົວ ແລະ ຄອບຄົວ ມີຜົນສຳເລັດໃນໜ້າທີ່ວຽກງານ, ເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້.
ໂອກາດດັ່ງກ່າວ, ສະຫາຍ ນາງ ວຽງເງິນ ໄຂຄຳພິທູນ ຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍ ແລະ ຖາມຂ່າວຄວາມເຖິງບັນດາສະຫາຍທີ່ເຮັດໜ້າທີ່ຢູ່ເຂດຫ່າງໄກຊອກຫຼີກ ທີ່ຍອມເສຍສະລະເວລາ, ຄວາມສຸກສ່ວນຕົວ ເພື່ອປົກປ້ອງຄວາມຜາສຸກໃຫ້ປວງຊົນລາວ ເຊິ່ງເຄື່ອງຈຳນວນດັ່ງກ່າວເປັນນ້ຳໃຈຈາກ ສະຫະພັນກິລາໝາກແລ້ແຫ່ງຊາດລາວ ສົ່ງເຖິງພະນັກງານ-ນັກຮົບ ເພື່ອເປັນແຮງໃຈ ຊຸກຍູ້ໃຫ້ແກ່ການປະຕິບັດໜ້າທີ່ ແລະ ເຮັດສຳເລັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ພ້ອມ ສະແດງຄວາມຂອບໃຈ ຕໍ່ຫ້ອງການສະຫະພັນແມ່ຍິງກອງທັບ ທີ່ເປັນຕົວແທນເປັນຂົວຕໍ່ນຳເອົາເຄື່ອງອຸປະໂພກດັ່ງກ່າວໄປຮອດໄປເຖິງ ກົມກອງຫ່າງໄກຊອກຫຼີກ.
ໃນຕອນແລງຂອງວັນດຽວກັນ ທ່ານ ປອ ນາງ ສີລິວັນ ປັດທຳມະວົງ ຮອງອຳນວຍການບໍລິສັດ ວັງຕັດ ມາຍນີ້ງ ຈຳກັດ ກໍໄດ້ມອບເຄື່ອງອຸປະໂພກ, ບໍລິໂພກ ແລະ ຢາປົວພະຍາດ ລວມມູນຄ່າ 50,000,000 ລ້ານກີບ ໃຫ້ຫ້ອງການສະຫະພັນແມ່ຍີງ ກອງທັບ ເພື່ອນຳໄປໃຊ້ ແລະ ມອບໃຫ້ກົມກອງຫ່າງໄກຊອກຫຼີກ ຕື່ມອີກ.
ໂດຍ: ພຸດທະພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















