ວິທະຍາຄານ ນາຍທະຫານບົກ ກົມມະດຳ ຈັດພິທີ ເຄົາລົບທຸງຊາດ ປະຈຳເດືອນ
ເວລາອອກຂ່າວ: 2026-03-13 09:17:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 210 | ຄວາມນິຍົມ: ![]()
ຕົ້ນເດືອນມີນາ 2026 ນີ້, ວິທະຍາຄານ ນາຍທະຫານບົກ ກົມມະດຳ ໄດ້ຈັດພິທີເຄົາລົບທຸງຊາດ ປະຈຳເດືອນມີນາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳສຸກ ອິນທະພອນ ຫົວໜ້າການທະຫານ ວິທະຍາຄານ ນາຍທະຫານບົກ ກົມມະດຳ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ຄະ ນະວິຊາຄູ, ພະແນກການ, ກອງ ພັນ, ພະນັກງານ-ນັກຮົບ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຄຳສຸກ ອິນທະພອນ ໄດ້ລາຍງານຫຍໍ້ ການເຄື່ອນໄຫວວຽກງານໃນເດືອນກຸມພາຜ່ານມາ ແລະ ວາງທິດທາງແຜນການເດືອນມີນາ, ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ ແລະ ດ້ານຄົງຄ້າງໃນການປະຕິບັດໜ້າທີ່ວຽກງານດ້ານຕ່າງໆຂອງ ກົມກອງໃນໄລຍະຜ່ານມາ ເປັນ ຕົ້ນຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບ ຮົມການເມືອງແນວຄິດ ໃຫ້ພະ ນັກງານ-ນັກຮົບ ຢ່າງເປັນປົກ ກະຕິຕໍ່ເນື່ອງ, ຊີ້ນຳ-ນຳພາ ພະ ນັກງານ-ນັກຮົບ ເຮັດສຳເລັດໜ້າທີ່ລວມຂອງກົມກອງ ແລະ ຕັ້ງໜ້າສ້າງຂະບວນການດ້ານຕ່າງໆ ເພື່ອຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ, ຂອງລັດ ແລະ ຂອງກອງທັບ ໃຫ້ເປັນຂະບວນຟົດຟື້ນຕໍ່ເນື່ອງ. ການຈັດພິທີຄົບລົບທຸງໃນຄັ້ງນີ້, ກໍເພື່ອປະຕິບັດຕາມລະບອບເຄົາລົບທຸງປະຈຳເດືອນ ໃຫ້ມີຄວາມເຂັ້ມແຂງດ້ານລະບຽບວິໄນ ກໍຄື ການປະຕິບັດ 7 ລະບອບ 18 ວຽກຂອງກອງທັບວາງອອກ. ໃນພິທີຍັງໄດ້ຮັບຊົມການເດີນສວນສະໜາມຂອງກ້ອນກຳລັງ ພະນັກງານ-ຄູອາຈານ ແລະ ນັກ ຮຽນ-ນັກສຶກສາຕື່ມອີກ.
ໂດຍ: ຕ່ວນບຸບຜາ ທິບທິດາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















