ທະຫານແຂວງໄຊຍະບູລີ ຍົກສູງວຽກງານອົບຮົມທະຫານໃໝ່
ເວລາອອກຂ່າວ: 2026-03-13 09:18:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 220 | ຄວາມນິຍົມ: ![]()
ເພື່ອເຮັດໃຫ້ວຽກງານອົບ ຮົມ-ຫັດແອບ ໄດ້ດຳເນີນໄປຕາມທິດຊີ້ນຳຂອງຂັ້ນເທິງ ໃນທ້າຍເດືອນກຸມພາ 2026 ນີ້, ກອງ ບັນຊາການທະຫານແຂວງໄຊຍະບູລີ ໄດ້ເປີດຊຸດອົບຮົມ-ຫັດແອບ ທະຫານໃໝ່ ຊຸດທີ 35 ປະ ຈຳປີ 2025 ຢູ່ທີ່ສະໂມສອນ ກອງພັນ 609 ໂດຍການເປັນປະ ທານຂອງ ສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະ ນະພັກ-ຄະນະບັນຊາກອງພັນ 609, ຄະນະອຳນວຍການໂຮງ ຮຽນການທະຫານທ້ອງຖິ່ນ, ຄູ-ອາຈານ, ແຂກຖືກເຊີນພ້ອມດ້ວຍ ທະຫານໃໝ່ເຂົ້າຮ່ວມ.
ສະຫາຍ ພັນໂທ ອຸ້ຍໄຊ ໄຊສັນຕິ ຫົວໜ້າການທະຫານ ກອງພັນ 609 ທະຫານແຂວງ ໄຊຍະບູລີ ໄດ້ຜ່ານແຜນການອົບ ຮົມ-ຫັດແອບໃຫ້ທະຫານໃໝ່ ຂອງກອງບັນຊາການທະຫານແຂວງໄຊຍະບູລີ ປະຈຳປີ 2025 ເຊິ່ງການອົບຮົມ-ຫັດແອບ ແມ່ນການປະຕິບັດຕາມໂຄງການຫຼັກ ສູດອົບຮົມ-ຫັດແອບທະຫານໃໝ່ລະບົບ 3 ເດືອນ ການອົບຮົມຄັ້ງນີ້ ປະກອບມີພາກການເມືອງ, ພາກການທະຫານ, ພາກພະລາທິການ-ເຕັກນິກ ລວມເວລາອົບຮົບຮົມຕົວຈິງ 90 ວັນ. ການອົບ ຮົມ-ຫັດແອບຄັ້ງນີ້ກໍເພື່ອແນໃສ່ໃຫ້ພົນທະຫານໃໝ່ໄດ້ຮຽນຮູ້ເຕັກ ນິກຂັ້ນພື້ນຖານຂອງທະຫານຮາບ ແລະ ເປັນການຍົກລະດັບຄວາມຮູ້ ຄວາມສາມາດດ້ານສິ ລະປະຍຸດ-ຍຸດທະວິທີຂັ້ນພື້ນ ຖານ, ຂໍ້ກຳນົດ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ ແລະ ກຳແໜ້ນລະບຽບແບບແຜນການນຳໃຊ້ອາວຸດ-ຍຸດໂທປະກອນການທະຫານຢ່າງມີໄຫວພິກ, ສ້າງຄວາມຊຳນິຊຳນານ ແລະ ທັງເປັນການເຝິກຝົນຫຼໍຫຼອມຕົນເອງໃຫ້ມີແນວຄິດຫຼັກໝັ້ນ, ຄຸນທາດການເມືອງໝັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ຕັ້ງໜ້າປະຕິບັດລະບຽບແບບແຜນຂອງກອງທັບໃຫ້ເຂັ້ມງວດ, ພ້ອມນັ້ນ ຍັງໄດ້ຮຽນຮູ້ການເພີ່ມພູນຜະ ລິດຜົນປູກຝັງ-ລ້ຽງສັດແກ້ໄຂຊີວິດການເປັນຢູ່ຕາມທິດນຳ 4 ປູກ 4 ລ້ຽງຂອງກົມໃຫຍ່ພະ ລາທິການກອງທັບວາງອອກ ບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ພ້ອມທັງກຳແໜ້ນ 5 ຫຼັກການເຕັກນິກການແພດປິ່ນປົວສຸກເສີນໃນສະໝາມຢ່າງແທ້ຈິງຕື່ມອີກ.
ໃນໂອກາດທີ່ ສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ໄດ້ເຂົ້າຮ່ວມເປັນປະ ທານ ສະຫາຍໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ຄູ-ອາ ຈານ, ພະນັກງານ-ນັກຮົບ ແລະ ທະຫານໃໝ່ຈົ່ງພ້ອມກັນເອົາ ໃຈໃສ່ໃນການອົບຮົມ-ຫັດແອບ ໃຫ້ເຂັ້ມງວດ ແລະ ຄຸ້ມຄອງພາ ຫະນະ, ວັດຖຸປະກອນຮັບໃຊ້ການຮຽນ-ການສອນໃຫ້ດີ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃນການຊີ້ ນຳ, ຄຸ້ມຄອງກຳລັງພົນ ຖືເອົາລະບຽບວິໄນ, ບັນດາຂໍ້ກຳນົດຕ່າງໆຂອງກອງທັບ ກໍຄືກົມກອງວາງອອກເປັນຫຼັກຕິດພັນກັບວຽກງານສຶກສາອົບຮົມການ ເມືອງ-ນຳພາແນວຄິດໃຫ້ສອດ ຄ່ອງກັບສະພາບຕົວຈິງ, ຕັ້ງໜ້າຖ່າຍທອດບົດຮຽນ, ຄວາມຮູ້-ຄວາມສາມາດໃຫ້ທະຫານໃໝ່ເຂົ້າໃຈແຈ້ງຂໍ້ກຳນົດຕ່າງໆຂອງກອງທັບ.
ໂດຍ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















