ກອງບັນຊາການທະຫານເມືອງໂພນທອງ ສ່ອງແສງລາຍງານວຽກງານຮອບດ້ານ ບັນດາກົມກອງເຂດ I ປະຈຳໄຕມາດ I
ເວລາອອກຂ່າວ: 2026-03-13 10:20:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 780 | ຄວາມນິຍົມ: ![]()
ວັນທີ 12 ມີນາ 2026 ນີ້, ກອງບັນຊາການທະຫານເມືອງໂພນທອງ ໄດ້ຈັດກອງປະຊຸມສ່ອງແສງລາຍງານວຽກງານຮອບດ້ານຂອງບັນດາກົມກອງເຂດ I ປະຈຳໄຕມາດ I ແລະ ວາງທິດທາງແຜນການ ປະຈຳໄຕມາດ II ປີ 2026, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ,ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານເມືອງໂພນທອງ, ກອງບັນຊາການທະຫານເມືອງຈຳປາສັກ, ກອງບັນຊາການທະຫານເມືອງສຸຂຸມາ, ກອງພັນ 22, ກອງຮ້ອຍທະຫານຊາຍແດນ 522, 523, 524 ທີ່ຂຶ້ນກັບ ກອງບັນຊາການທະຫານແຂວງຈໍາປາສັກ ເຂົ້າຮ່ວມ.
ໃນກອງປະຊຸມ ຄະນະພັກ-ຄະນະບັນຊາແຕ່ລະກົມກອງໄດ້ຜັດປ່ຽນກັນລາຍງານຫຍໍ້ກ່ຽວກັບສະພາບການ ທີ່ພົ້ນເດັ່ນ ແລະ ການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຮອບດ້ານ ໃນໄລຍະ 3 ເດືອນຜ່ານມາ ແລະ ທິດທາງແຜນການ ໄຕມາດ II ປີ 2026, ໂດຍປີ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ. ໄລຍະຜ່ານຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມ ການເມືອງ-ນຳພາແນວຄິດພະນັກງານ-ນັກຮົບ ຢ່າງເປັນປົກກະຕິ, ຈັດຕັ້ງພະນັກງານລົງກໍ່ສ້າງຮາກຖານການເມືອງ ປະສານສົມທົບກັບບັນດາກົມກອງເພື່ອນ, ອົງການປົກຄອງທ້ອງຖິ່ນ ຕິດຕາມກວດກາ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນທ້ອງຖິ່ນ ແລະ ລຽບຕາມບໍລິເວນຊາຍແດນ ຂອບເຂດຄວາມຮັບຜິດຊອບຂອງຕົນ ເປັນຕົ້ນ ບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ, ການລັກລອບເຂົ້າ-ອອກ ເມືອງຜິດກົດໝາຍ ໂດຍສະເພາະ ຢູ່ລຽບຕາມບໍລິເວນຊາຍແດນ ລາວ-ໄທ. ພ້ອມນັ້ນ ໄດ້ເອົາໃຈໃສ່ວຽກງານປັບປຸງກໍ່ສ້າງກຳລັງ, ກໍ່ສ້າງພັກ- ກໍ່ສ້າງພະນັກງານ ຕາມ 5 ຫຼັກການ 3 ທິດນຳຂອງພັກ ແນໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ຫ້າວຫັນຕໍ່ການປະຕິບັດໜ້າທີ່ວຽກງານ, ມີຄວາມໜັກແໜ້ນທາງດ້ານການເມືອງ-ນຳພາແນວຄິດ, ມີແບບແຜນວິທີເຮັດວຽກ ແລະ ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ເພື່ອກຽມພ້ອມຕອບຕ້ານ-ສະກັດກັ້ນ ທຸກປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນຢູ່ພາຍໃນກົມກອງ ແລະ ຂອບເຂດທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ. ໃນກອງປະຊຸມ ຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ ກໍໄດ້ຜັດປ່ຽນກັນປະກອບຄໍາຄິດ ຄໍາເຫັນ ຊີ້ນໍາ ຫຼາຍບັນຫາສໍາຄັນ ຕໍ່ບົດລາຍງານຫຍໍ້ຂອງແຕ່ລະກົມກອງ ເພື່ອພ້ອມກັນນໍາໄປຈັດຕັ້ງປະຕິບັດເຂົ້າໃນທິດທາງແຜນການ ປະຈຳໄຕມາດ II ໃຫ້ໄດ້ຮັບໝາກຜົນສູງ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງແຕ່ລະກົມກອງໃນໄລຍະຜ່ານມາ ພ້ອມທັງໄດ້ເນັ້ນໜັກຫຼາຍບັນຫາທີ່ສໍາຄັນ ເປັນຕົ້ນ ເອົາໃສ່ວຽກງານການກຽມພ້ອມສູ້ຮົບ, ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ ພະນັກງານ-ນັກຮົບ ໃຫ້ມີຄຸນທາດການເມືອງໜັກແໜ້ນເຂັ້ມແຂງ, ສືບຕໍ່ປົກປັກຮັກສາ-ບົວລະບັດຜັດເຊັດພະຫະນະ, ອາວຸດ-ລູກກະສູນ ທີ່ຂັ້ນເທີງປະກອບໃຫ້ ບໍ່ໃຫ້ເປ່ເພເສຍ ແລະ ນໍາໃຊ້ໃຫ້ໄດ້ຍາວນານ, ເພີ່ມທະວີຄວາມສາມັກຄີ ພາຍໃນ ແລະ ພາຍນອກໃຫ້ແໜ້ນແຟ້ນ, ເຮັດວຽກເປັນໝູ່ຄະນະ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ນອກນັ້ນ, ກໍຕ້ອງເອົາໃສ່ ຍູ້ແຮງຂະບວນການເພີ່ມພູນຜະລິດຜົນ ໂດຍຖືເອົາວຽກການປູກ-ການລ້ຽງ ຕາມທ່າແຮງບົ່ມຊ້ອນຂອງກົມກອງ. ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ໃຫ້ນັບມື້ດີຂຶ້ນ.
ໂດຍ: ດາວົງ ບຸດຕະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















