ໜ່ວຍງານສິນເຊື່ອລັດ ສະຖາບັນການເງີນຈຸລະພາກສິນຊັບເມືອງເໜືອ ສາຂາແຂວງຫຼວງພະບາງ ເຂົ້າອວຍພອນການນຳໂຮງຮຽນກໍ່ສ້າງນາຍສິບເລກ 1
ເວລາອອກຂ່າວ: 2026-03-13 11:00:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 754 | ຄວາມນິຍົມ: ![]()
ໃນວັນທີ 11 ມີນາ 2026 ນີ້, ສະຫາຍ ນາງ ລັດຈະນີ ປີ່ນຈະເລີນ ຫົວໜ້າຈຸງານ ໜ່ວຍງານສິນເຊື່ອລັດສະຖາບັນການເງິນຈຸລະພາກ ທີ່ຮັບເງີນຝາກ ສິນຊັບເມືອງເໜືອ ສາຂາແຂວງຫຼວງພະບາງ,ພ້ອມດ້ວຍທີມງານ ໄດ້ນຳເອົາກະຕ່າຂອງຂວັນມາອວຍພອນ ຄະນະພັກ-ຄະນະອຳນວຍການໂຮງຮຽນກໍ່ສ້າງນາຍສິບເລກ1, ໂດຍການຕ້ອນຮັບຂອງສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການ ເມືອງໂຮງຮຽນ, ມີສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ຫົວໜ້າການທະຫານໂຮງຮຽນ, ພ້ອມດ້ວຍຄະ ນະພັກ-ຄະນະບັນຊາ 5 ຫ້ອງເຂົ້າຮ່ວມ.
ໂອກາດນີ້ ສະຫາຍ ນາງ ລັດຈະນີ ປີ່ນຈະເລີນ ໄດ້ກ່າວຄຳອວຍພອນໄຊມາຍັງຄະນະພັກ-ຄະນະອຳນວຍການ ແລະ ພະນັກງານ-ນັກຮົບ ທົ່ວໂຮງຮຽນກໍ່ສ້າງນາຍສິບເລກ 1 ທີ່ໄດ້ເອົາໃຈໃສ່ເຄື່ອນໄຫວປະຕິບັດໜ້າທີ່ວຽກງານໃນການປົກປັກຮັກສາ ແລະ ສ້າງສາພັດ ທະນາປະ ເທດຊາດ. ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ. ຂໍໃຫ້ທຸກທ່ານຈົ່ງມີສຸຂະພາບແຂງແຮງ ມີພາລານາໄມທີສົມບູນ ປະສົບຜົນສຳເລັດໃນໜ້າທີວຽກງານອັນມີກຽດສະຫງ່າ.
ໂອກາດນີ້. ສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ກໍໄດ້ສະແດງຄວາມຂອບອົກ ຂອບໃຈ ແລະ ຮູ້ບຸນຄຸນອັນລົ້ນເຫຼືອຕໍ່ ສະຫາຍ ນາງ ລັດຈະນີ ປີ່ນຈະເລີນ ພ້ອມທີມງານ ທີ່ເຫັນໄດ້ຄວາມສຳຄັນຕໍ່ກັບວັນດັ່ງກ່າວ ແລະ ໄດ້ນຳເອົາກະຕ່າຂອງຂວັນ, ຄວາມສາມັກຄີຮັກແພງ ຄຳອວຍພອນອັນອົບອຸ່ນມາອວຍພອນໃນຄັ້ງນີ້, ຂໍໃຫ້ທ່ານພ້ອມດ້ວຍທີມງານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ໃນຊີວິດສ່ວນຕົວ ແລະ ຄອບຄົວ, ທຸລະກິດຈະເລີນກ້າວໜ້າ ແລະ ສືບຕໍ່ຫັດແໜ້ນຄວາມສາມັກຄີໃຫ້ ໜັກແໜ້ນຍິ່ງໆຂຶ້ນ.
ໂດຍ: ຮ,ອ ນ້ອຍຈັນໄພ ແກ້ວວັນເຮືອງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















