ກອງປະຊຸມຄະນະກຳມະການປົກຄອງເມືອງຫົງສາ ປະຈຳເດືອນ ກຸມພາ 2026
ເວລາອອກຂ່າວ: 2026-03-13 13:47:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 825 | ຄວາມນິຍົມ: ![]()
ວັນທີ 13 ມີນາ 2026 ນີ້, ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຄະນະກຳມະການປົກຄອງເມືອງ ປະຈຳເດືອນ ກຸມພາ ແລະ ທິດທາງແຜນການປະຈໍາເດືອນ ມີນາ 2026 ຂຶ້ນຢູ່ທີ່ຫ້ອງວ່າການເມືອງ, ໂດຍການເປັນປະທານຂອງສະຫາຍ ອ່ອນຈັນ ບຸນຍາວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີສະຫາຍ ສີທະນົນໄຊ ທອງເທພາ ເລຂາພັກເມືອງຫົງສາ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ ອ້ອມຂ້າງເມືອງ, ລັດວິສາຫະກິດ ແລະ ນາຍບ້ານໃນເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ສະຫາຍ ບຸນທະວີ ສີປະເສີດ ຫົວໜ້າຫ້ອງວ່າການເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງຄະນະກຳມະການປົກຄອງເມືອງ ໃນເດືອນ ກຸມພາ ແລະ ທິດທາງແຜນການ ປະຈໍາເດືອນ ມີນາ 2026 ໂດຍໄດ້ຍົກໃຫ້ເຫັນຜົນງານ, ດ້ານອ່ອນ, ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ເດືອນຜ່ານມາ ໄດ້ສຸມໃສ່ຈັດເກັບລາຍຮັບເຂົ້າງົບປະມານໄດ້ 1,08 ຕື້ກີບ, ມາຮອດປັດຈຸບັນປະຕິບັດລາຍຮັບໄດ້ທັງໝົດ 1,9 ຕື້ກີບ ເທົ່າກັບ 12,78% ຂອງແຜນການປີ, ຕິດຕາມ, ການເກັບກູ້ພືດລະດູແລ້ງ ເນື້ອທີ 909,27 ເຮັກຕາ, ປັດຈຸບັນເກັບກູ້ໄດ້ 181,61 ເຮັກຕາ, ເທົ່າກັບ 19,97%, ຜົນຜະລິດ 666,62 ໂຕນ, ໄດ້ຊຸກຍູ້ໃຫ້ບ້ານໃນທົ່ວເມືອງເອົາໃຈໃສ່ອະນາໄມເສັ້ນທາງຕາມຂອບເຂດຄວາມຮັບຜິດຊອບຂອງຕົນ, ໄດ້ເປີດກອງປະຊຸມປຶກສາຫາລືລະຫວ່າງຄະນະກຳມະການຄຸ້ມຄອງການກໍ່ສ້າງຂັ້ນເມືອງ ຮ່ວມກັບ ບໍລິສັດຮັບເໝົາ ກ່ຽວກັບໂຄງການທີ່ນອນຢູ່ໃນສັນຍາການກໍ່ສ້າງ, ຢູ່ໃນໄລຍະຄໍ້າປະກັນ ແລະ ໂຄງການຫຼ້າຊ້າ ໃຫ້ສືບຕໍ່ລົງມືຈັດຕັ້ງປະຕິບັດທີ່ຍັງຄົງຄ້າງ ຈໍານວນ 10 ໂຄງການ. ປັດຈຸບັນເຫັນໄດ້ວ່າບາງບໍລິສັດແມ່ນໄດ້ສືບຕໍ່ເລີ່ມຈັດຕັ້ງປະຕິບັດໂດຍສະເພາະແມ່ນໂຄງການກໍ່ສ້າງຕ້ານເຈື່ອນທ່າຊ່ວງເຮືອ ປະຕິບັດໄດ້ 88%, ໄດ້ຕິດຕາມໂຄງການກໍ່ສ້າງເສັ້ນທາງເບຕົງທາງຮ່ອມບ້ານວຽງແກ້ວ ລວງຍາວ 850 ແມັດ ມູນຄ່າ 3,15 ຕື້ກວ່າກີບ ປະຕິບັດໄດ້ 15%, ໄດ້ກະກຽມການກໍ່ສ້າງທາງປູຢາງ 2 ຊັ້ນທາງຮ່ອມບ້ານເມືອງຫານ ລວງຍາວ 854 ແມັດ ມູນຄ່າ 1,79 ຕື້ກວ່າກີບ, ຕິດຕາມ, ຊຸກຍູ້ຫົວໜ່ວຍທຸລະກິດອອກອະນຸຍາດທະບຽນວິສາຫະກິດໃໝ່ 1 ຫົວໜ່ວຍ, ຕໍ່ໃບອານຸຍາດດໍາເນີນທຸລະກິດ 9 ຫົວໜ່ວຍ, ຕິດຕາມກວດກາ ແລະ ຊຸກຍູ້ການຈັດເກັບລາຍຮັບຄ່າທຳນຽມ ແລະ ຄ່າບໍລິການ ພ້ອມອອກອະນຸຍາດການດຳເນີນທຸລະກິດດ້ານໄປສະນີ ແລະ ດ້ານໂທລະຄົມໄດ້ທັງໝົດ ຈໍານວນ 5 ຫົວໜ່ວຍ, ຕິດຕາມ, ຊຸກຍູ້ການຮຽນ-ການສອນ ຢູ່ບັນດາໂຮງຮຽນ ປະຈໍາສົກປີ 2025-2026, ໄດ້ສົ່ງນັກຮຽນເຂົ້າຮ່ວມສອບເສັງນັກຮຽນເກັ່ງຂັ້ນແຂວງ 14 ຄົນ, ຍິງ 10 ຄົນ, ສາມາດຍາດໄດ້ອັນທີ 1 ຈຳນວນ 1 ຄົນ (ມໍ7), ອັນດັບທີ 2 ຈໍານວນ 3 ຄົນ (ມໍ7 1 ຄົນ, ມໍ4 2 ຄົນ, ປ5 1 ຄົນ) ແລະ ອັນດັບທີ 3 ຈໍານວນ 1 ຄົນ (ມໍ4), ຕິດຕາມຊຸກຍູ້ບ້ານສາທາລະນະສຸກແບບຢ່າງ ໄດ້ຈໍານວນ 6 ບ້ານ, ກວດກາຄືນຄອບຄົວວັດທະນະທໍາຢູ່ 8 ບ້ານ, ຂຶ້ນທະບຽນຜູ້ຕ້ອງການມີວຽກເຮັດງານທໍາ, ແຮງງານລາວເຂົ້າເຮັດວຽກນຳບໍລິສັດ ໄຟຟ້າຫົງສາ ໄດ້ຈຳນວນ 35 ຄົນ, ຍິງ 13 ຄົນ, ພ້ອມນັ້ນ, ກອງປະຊຸມກໍໄດ້ຮັບຟັງການປະກອບຄຳຄິດຄຳເຫັນຈາກບັນດາຫ້ອງການ, ກົມກອງອ້ອມຂ້າງເມືອງຈຳນວນໜຶ່ງ ຢ່າງກົງໄປກົງມາເພື່ອຊອກໃຫ້ເຫັນບັນດາຈຸດອ່ອນຂໍ້ຄົງຄ້າງ ເພື່ອພ້ອມກັນແກ້ໄຂໃນຕໍ່ໜ້າ.
ໃນຕອນທ້າຍກອງປະຊຸມ ໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳວຽກງານໃນຕໍ່ໜ້າ ຈາກສະຫາຍ ສີທະນົນໄຊ ທອງເທພາ ເລຂາພັກເມືອງ ຕື່ມອີກ.
ໂດຍ: ຄ.ອ.ມ ຫົງສາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















