ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ກອງບັນຊາການທະຫານແຂວງຊຽງຂວາງ ປິດອົບຮົມ ປະຈຳປີ 2025 ແລະ ເປີດອົບຮົມ-ຫັດແອບປະຈຳປີ 2026
ເວລາອອກຂ່າວ: 2026-03-13 13:49:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 865 | ຄວາມນິຍົມ:



‎ ໃນວັນທີ 12 ມີນາ 2026 ນີ້, ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ຈັດພິທີ ປິດອົບຮົມ-ຫັດແອບ ປະຈຳປີ 2025 ແລະ ເປີດອົບຮົມ-ຫັດແອບປະຈຳປີ 2026, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ພະແນກການ ແລະ ບັນດາກົມກອງທົ່ວກຳລັງປະກອບອາວຸດທ້ອງຖິ່ນເຂົ້າຮ່ວມ. ‎ ໃນພິທີ ສະຫາຍ ພັນເອກ ປິ່ນແກ້ວ ປະອິນພອນ ຫົວໜ້າຫ້ອງເສນາທິການ ໄດ້ສະຫຼຸບຄືນວຽກງານອົບຮົມ-ຫັດແອບ ໄລຍະ 1 ປີຜ່ານມາ ຂອງກອງບັນຊາການທະຫານແຂວງຊຽງຂວາງ ແມ່ນໄດ້ປະຕິບັດການອົບຮົມ-ຫັດແອບ ຕາມຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ ແລະ ຄຳສັ່ງແນະນຳຂອງກົມອົບຮົມ ໄປພ້ອມໆ ກັບການປະຕິບັດໜ້າທີ່ວຽກງານອື່ນໆ ສາມາດຕີລາຄາຜົນໄດ້ຮັບຄື: ວຽກງານການປັບປຸງລະບຽບແບບແຜນ; ລະບຽບບຸກຄົນມືເປົ່າ, ມີປືນຄົງທີ່ ແລະ ເຄື່ອນທີ່ ບັນລຸໄດ້ 85%, ລະບຽບຮູບແຖວພື້ນຖານຂັ້ນ ໝູ່, ໝວດ, ກອງຮ້ອຍ ກອງພັນນ້ອຍ ແລະ ລະບຽບຮູບແຖວເຄົາລົບທຸງຂັ້ນ ກອງຮ້ອຍ, ກອງພັນນ້ອຍ, ກອງພັນໃຫຍ່ 80%, ດ້ານລະບຽບພິທີການ 75%, ວຽກງານກິລາກາຍະກຳ; ກິລາມວນຊົນ 85%, ກິລາການທະຫານ 85%, ສິລະປະຍຸດ ທິດສະດີປືນຮາບ ແລະ ກຳລັງໄຟແບກຫາບ 75%, ພາກປະຕິບັດຫັດແອບປືນຮາບ ແລະ ກຳລັງໄຟແບກຫາບ 75%, ດ້ານຍຸດທະວິທີ ວິຊາບຸກຄົນເຮັດໜ້າທີ່ສູ້ຮົບ 75%, ວິຊາຈຸເຮັດໜ້າທີ່ສູ້ຮົບ 75%, ວິຊາໝູ່, ໝວດ ເຮັດໜ້າທີ່ສູ້ຮົບ 70%, ວິຊາ ກອງຮ້ອຍ, ກອງພັນນ້ອຍ ເຮັດໜ້າທີ່ສູ້ຮົບ 70%. ຈາກນັ້ນ, ກໍໄດ້ຜ່ານແຜນການອົບຮົມປະຈຳປີ 2026 ແລະ ພ້ອມກັນຮັບຮອງນຳເອົາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນດີຂຶ້ນ ‎ ໂອກາດນີ້, ສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານດ້ານຕ່າງໆ ທີ່ຄະນະພັກ-ຄະນະບັນຊາໃນທຸກຂັ້ນ ແລະ ພະນັກ ງານ-ນັກຮົບ ຍາດມາໄດ້ຕະຫຼອດໄລຍະ 1 ປີຜ່ານມາ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະ ນະບັນຊາແຕ່ລະຂັ້ນ ເອົາໃຈໃສ່ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ມີຄວາມຮັບຜິດຊອບສູງ ສືບຕໍ່ຊີ້ນຳ-ນຳພາສ້າງກົມກອງຕົນໃຫ້ກາຍເປັນກົມກອງທີ່ມີຄວາມກ້າວໜ້າ ມີຄວາມມັ່ງຄັ່ງເຂັ້ມແຂງໃນທຸກດ້ານ. ‎ໂດຍ: ວັດທະນາ ພັນທະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ