ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ວປກ ເປີດຂະບວນການແຂ່ງຂັນກິລາມວນຊົນ ຊີງຂັນຫົວໜ້າ ວິທະຍາຄານປ້ອງກັນຊາດ ໄກສອນພົມວິຫານ
ເວລາອອກຂ່າວ: 2026-03-13 13:53:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 823 | ຄວາມນິຍົມ:



ໃນວັນທີ 11 ມີນາ 2026 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ເປີດຂະບວນການແຂ່ງຂັນກິລາມວນຊົນ ຊີງຂັນຫົວໜ້າ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເພື່ອຂ່ໍານັບຮັບຕ້ອນວັນສ້າງຕັ້ງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຄົບຮອບ 30 ປີ (13 ທັນວາ 1996-13 ທັນວາ 2026) ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວປກ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ຄູ-ອາຈານ, ນາຍ ແລະ ພົນທະຫານ ຕະຫຼອດຮອດທີມນັກກິລາຂອງແຕ່ລະພາກສ່ວນ ເຂົ້າຮ່ວມ. ໃນພິທີ ສະຫາຍ ພັນຕີ ສຸກພູວັນ ສຸລິຍະແສງ ຮອງຫົວໜ້າຫ້ອງການ ວປກ ໄດ້ຜ່ານແຜນການຈັດການແຂ່ງຂັນກິລາມວນຊົນຊີງຂັນຫົວໜ້າ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເພື່ອຂ່ໍານັບຮັບຕ້ອນວັນສ້າງຕັ້ງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຄົບຮອບ 30 ປີ, ເຊິ່ງສະຫາຍໄດ້ໃຫ້ຮູ້ວ່າ: ກິດຈະກຳໃນຄັ້ງນີ້ ເປັນການສ້າງຂະບວນການວຽກງານຮອບດ້ານໃນທົ່ວກອງທັບໃຫ້ຟົດຟື້ນ ແລະ ແຂງແຮງ ໃນການສືບຕໍ່ປະຕິບັດໜ້າທີ່ວຽກງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໃຫ້ມີຜົນສໍາເລັດສູງ. ຈຸປະສົງກໍເພື່ອແນ່ໃສ່ເປັນການສ້າງຂະບວນການ, ສ້າງຜົນງານໃຫ້ເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍ-ຄວາມສໍາຄັນຢ່າງຕໍ່ເນື່ອງ, ສຳລັບປະເພດກິລາທີ່ນຳມາແຂ່ງຂັນໃນຄັ້ງນີ້ ປະກອບມີປະເພດກິລາດັ່ງນີ້: ກິລາບານເຕະ, ກິລາບານສົ່ງ ແລະ ກິລາເປຕັງ. ເຊິ່ງການແຂ່ງຂັນຈະໄດ້ຈັດເປັນ 2 ໄລຍະຄື: ໄລຍະທີ 1 ແມ່ນປະເພດກິລາບານເຕະ, ໄລຍະທີ 2 ແມ່ນກິລາບານສົ່ງ ແລະ ເປຕັງ. ການແຂ່ງຂັນກິລາບານເຕະມີ 3 ປະເພດກິລາຄື: ທີມນັກກິລາອາວຸໂສ, ທີມນັກກິລາຊາວໜຸ່ມ ແລະ ທີມນັກກິລາສະຫະພັນແມ່ຍິງ, ມີນັກກິລາເຂົ້າຮ່ວມ 28 ທີມ, ທີມກິລາບານເຕະອາວຸໂລມີ 10 ທີມ ແບ່ງອອກເປັນ 4 ສາຍ, ທີມກິລາບານເຕະຊາວໜຸ່ມມີ 13 ທີມ ແບ່ງອອກເປັນ 4 ສາຍ ແລະ ທີມກິລາບານເຕະສະຫະພັນແມ່ຍິງມີ 5 ທີມ ແບ່ງອອກເປັນ 2 ສາຍ. ໂອກາດດັ່ງກ່າວ, ສະຫາຍ ພົນຕີ ພັນແສງ ບຸນພັນ ກໍໄດ້ມີຄໍາເຫັນ ແລະ ໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບຈັດການແຂ່ງຂັນກິລາທຸກພາກສ່ວນຕ້ອງເອົາໃຈໃສ່ຕິດຕາມການເຄື່ອນໄຫວຂອງການແຂ່ງຂັນກິລາຄັ້ງນີ້ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ມີເນື້ອໃນ ແລະ ໄດ້ຮັບໝາກຜົນສູງ ທັງນີ້, ກໍເພື່ອແນ່ໃສ່ໃຫ້ນັກກິລາທຸກຄົນຕ້ອງມີຄວາມສາມັກຄີກັນຢ່າງແໜ້ນແຟ້ນ, ມີນໍ້າໃຈນັກກິລາ ຮູ້ແພ້, ຮູ້ຊະນະໃນເກມການແຂ່ງຂັນ. ພ້ອມນີ້, ສະຫາຍກໍໄດ້ກ່າວເປີດຂະບວນການແຂ່ງຂັນກິລາຂຶ້ນຢ່າງເປັນທາງການ. ໂດຍ: ເຂັງພອນ ແກ້ວຄໍາລຽງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ