ເນື່ອງໃນໂອກາດລະນຶກ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ1946 -21 ມີນາ 2026)
ເວລາອອກຂ່າວ: 2026-03-19 09:29:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1552 | ຄວາມນິຍົມ: ![]()
ເຫດການໃນວັນທີ 21 ມີນາ 1946 ເຖິງວ່າຈະຜ່ານພົ້ນໄປໄດ້ຫຼາຍສິບປີແລ້ວກໍຕາມ, ແຕ່ເຫດການສະເທືອນຂວັນທີ່ພວກຮຸກຮານກໍ່ຂຶ້ນນັ້ນຍັງສະຖິດແໜ້ນໃນຄວາມຊົງຈຳຂອງປະຊາຊົນລາວທັງຊາດເວົ້າລວມ, ເວົ້າສະເພາະແມ່ນຊາວເມືອງທ່າແຂກຜູ້ຕົກເປັນເຫຍື່ອຂອງຄວາມໂຫດຮ້າຍປ່າເຖື່ອນຢ່າງບໍ່ມີວັນຈະ
ຫຼົງລືມໄດ້.
ພາຍຫຼັງທີ່ພວກລ່າເມືອງຂຶ້ນຝະລັ່ງກັບຄືນມາປຸ້ນສະດົມເອກະລາດຂອງລາວເປັນຄັ້ງທີສອງ, ໂດຍປະຕິບັດຍຸດທະສາດກວມລວມຂອງພວກເຂົາທີ່ວ່າ: ”ຍົກກຳລັງບຸກຕີເອົາເມືອງທ່າແຂກໃຫ້ໄດ້”, ໃນວັນທີ 15 ມີນາ 1946 ພວກເຂົາໄດ້ໃຊ້ກຳລັງບຸກຕີເຂົ້າທັງ 3 ທິດພ້ອມກັນເຊິ່ງໄດ້ຮັບການຄຸ້ມກັນຢ່າງຂະໜານໃຫຍຈາກຍົນຖິ້ມລະເບີດ “ສະປິດຟາຍ’’ ຂອງອັງກິດ ແລະ ຍົນ “ໂກໂບຣາ’’ ຂອງຝັ່ຣງພ້ອມດ້ວຍກຳລັງປືນໃຫຍ່ໜ້າດິນ, ລົດຫຸ້ມເກາະສົມທົບກັບກຳລັງທະຫານຮາບທີ່ມີພັນທະມິດຫຼາຍປະເທດເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ພວກເຂົາໄດ້ຖະຫຼົ່ມເມືອງທ່າແຂກຢ່າງດຸເດືອດເພື່ອຫວັງດັບມອດກຳລັງປະກອບອາວຸດຂອງປະຊາຊົນລາວ ທີ່ຍັງອ່ອນນ້ອຍໃນຕົວເມືອງທ່າແຂກໃຫ້ສະຫຼາຍຕົວໄປພ້ອມກັບການຍຶດຄອງຕົວເມືອງດັ່່່ງກ່າວ.
ໂດຍຍຶດໝັ້ນໃນອຸດົມການເພື່ອຄວາມເປັນເອກະລາດແຫ່ງຊາດ, ກຳລັງປະກອບອາວຸດປະຊາຊົນລາວອັນມີປະທານ ສຸພາ ນຸວົງ, ທ່ານ ສິງກະໂປ
ສີໂຄດຈຸນລະມາລີ ເປັນຜູ້ບັນຊາໄດ້ອົງອາດກ້າຫານບັນຊານັກຮົບຕໍ່ສູ້ສົມທົບກັບການປຸກລະດົມກຳລັງຊາວໜຸ່ມ ແລະ ຊັ້ນຄົນຕ່າງໆໃນຕົວເມືອງທ່າແຂກຕ້ານຄືນຢ່າງອົງອາດກ້າແກ່ນ. ເຖິງວ່າກຳລັງປະກອບອາວຸດເຮົາຈະອ່ອນນ້ອຍ ແຕ່ກໍອາໄສມູນເຊື້ອຄວາມຮັກຊາດ, ຮັກເອກະລາດເປັນເດີມພັນ. ພາຍໃນຕົວເມືອງທ່າແຂກໄດ້ມີການກະກຽມຮັບມືກັບພວກຮຸກຮານດ້ວຍການຂຸດຂຸມຄອງສູ້ຮົບເຖິງ 3 ຊັ້ນ. ເຮັດໃຫ້ການສູ້ຮົບລະຫວ່າງກຳລັງປະກອບອາວຸດເຮົາກັບສັດຕູແກ່ຍາວໄປເປັນເວລາ 6 ວັນຄືນ. ໃນບັ້ນຮົບນີ້ ພະນັກງານ-ນັກຮົບ ແລະ ປະຊາຊົນຊາວເມືອງທ່າແຂກຫຼາຍຄົນໄດ້ເອົາເລືອດທາແຜ່ນດິນເພື່ອແລກເອົາຄວາມມີອິດສະຫຼະພາບ. ໂດຍອີງອາໄສປະຊາຊົນເປັນກຳລັງແຮງໃນການລຳລຽງຂົນສົ່ງ ແລະ ຊາວໜຸ່ມກໍສະໝັກອອກເປັນທະຫານເພື່ອຕໍ່ສູ້ປົກປ້ອງຜືນແຜ່ນດິນ
ແມ່ໂດຍບໍ່ຢ້ານກົວຕໍ່ການເສຍສະຫຼະໃດໆ.
ການສູ້ຮົບແກ່ຍາວຮອດມື້ທີ 7 ສະພາບການໃນໜ້າສະໜາມຮົບຮ້ອນແຮງຂຶ້ນ, ສັດຕູໄດ້ສຸມທຸກກຳລັງພາຫະນະ ແລະ ກຳລັງພົນບຸກຕີເຂົ້າທຸກທິດ ແລະ
ຫຍັບເຂົ້າມໍ່ໆຕົວເມືອງຊັກໄຊ້, ກົງກັນຂ້າມກັບກຳລັງປະກອບອາວຸດເຮົາຜ່ານການສູ້ຮົບຕະຫຼອດ 6 ວັນຄືນນັ້ນ, ໄດ້ເຮັດໃຫ້ພະນັກງານ-ນັກຮົບອິດອ່ອນໂຮຍແຮງ, ສົມທົບກັບການປະກອບພາຫະນະສູ້ຮົບບໍ່ພຽງພໍ, ເພື່ອຮັກສາກຳລັງ ທ່ານ ສິງກະໂປ ສີໂຄດຈຸນລະມາລີ ໄດ້ສັ່ງໃຫ້ກຳລັງອອກຈາກຂຸມຄອງຊັ້ນທີ 3 ເຂົ້າໄປຢູ່ຊັ້ນທີ 2ເພື່ອສູ້ຮົົບປ້ອງກັນຕົວເມືອງ ແລະ ປົກປ້ອງກຳລັງຂອງຕົນຖອຍອອກສູ່ເຂດປອດໄພ. ເວລານີ້ຍິ່ງກ່ວາເວລາໃດໝົດ, ອາວຸດທີ່ມີໃນກຳມືໄດ້ສຸມ
ກຳລັງໄຟໃສ່ສັດຕູເຊິ່ງໃນນັ້ນ ກໍມີປືນ 75 ມມ ສອງກະບອກແຕ່ຊ້ຳພັດບໍ່ມີກ້ອງສ່ອງ ແລະ ແປ້ນຢັນ, ສະນັ້ນ ຍິງແຕ່ລະເທື່ອເຈົ້າຂອງປືນຕ້ອງໄດ້ແກ່ເອົາຄືນມາດ້ວຍຄວາມລຳບາກ, ແຕ່ການສູ້ຮົບກໍຍັງສືບຕໍ່ດ້ວຍຄວາມອົງອາດກ້າຫານ.
ສະໜາມຮົບປົກປ້ອງເມືອງທ່າແຂກຜ່ານໄປເປັນເວລາ 7 ວັນຄືນ, ແຕ່ສຽງປືນຍັງດັງກ້ອງຢູ່ກາງສະໜາມຮົບ, ໃນທີ່ສຸດມັນກໍເຫຼືອວິໄສເມື່ອເຫຼັກຫຼາຍກ່ວາຖ່ານ, ກຳລັງປະກອບອາວຸດຂອງພວກເຮົາຈຳຕ້ອງຖອຍອອກໄປສູ່ເຂດປອດໄພ ໂດຍສະເພາະແມ່ນຫັນທິດຈາກການຕໍ່ສູ້ປົກປ້ອງຕົວເມືອງມາເປັນການຕໍ່ສູ້ເພື່ອປ້ອງກັນຄວາມປອດໄພໃຫ້ແກ່ປະທານສຸພານຸວົງໄດ້ຖອຍຂ້າມແມ່ນ້ຳຂອງໄປສູ່ຝັ່ງຂວາຂອງແມ່ນ້ຳຂອງຫຼາຍກວ່າ,ເຮັດໃຫ້ຕົວເມືອງທ່າແຂກຕົກເຂົ້າໃນກຳມືຂອງຈັກກະພັດລ່າເມືອງຂຶ້ນຝຣັ່ງໃນວັນທີ 21 ມີນາ 1946 ດ້ວຍຄວາມລະທົມຂົມຂື່ນ, ພວກລ່າເມືອງຂຶ້ນໄດ້ກາຍເປັນມືຄາດຕະກອນທີ່ຫ້ຽມໂຫດ, ເຂັ່ນຂ້າປະຊາຊົນຢ່າງປ່າເຖື່ອນ, ຈັບເອົາຜູ້ເຖົ້າຜູ້ແກ່, ແມ່ມານໄປຍິງເປົ້າເທື່ອລະນັດແຕ່ຕີນເຖິງຫົວ, ຜູ້ສາວກໍເອົາໄປຂົ່ມຂືນທຳສຳເລົາແລ້ວກໍຂ້າຖິ້ມ, ເດັກນ້ອຍບາງຄົນກໍເອົາໃສ່ຄົກມອງຕຳ, ບາງຄົນກໍຖືກຍັດໃສ່ກະເປົາຖິ້ມລົງແມ່ນ້ຳຂອງ. ຕົວເມືອງທ່າແຂກໃນເວລານັ້ນໄດ້ກາຍເປັນແດນປະຫານທີ່ໜ້າສະຫຍອງຂວັນ, ສາຍນ້ຳຂອງຍ່ານເມືອງທ່າແຂກໄດ້ກາຍເປັນສີແດງດ້ວຍເລືອດ. ພວກຝຣັ່ງໄດ້ກາຍເປັນຄາດຕະກອນທີ່ປຸ້ນເອົາຊີວິດຂອງຊາວເມືອງທ່າແຂກເຊິ່ງລວມທັງຊາວຫວຽດນາມຕ່າງດ້າວເຖິງ 3 ໝື່ນກ່ວາຄົນ.
ຢາດເລືອດທີ່ ພະນັກງານ-ນັກຮົບ ແລະ ປະຊາຊົນຊາວເມືອງທ່າແຂກຫຼັ່ງຍ້ອມປິຕຸພູມໃນວັນນັ້ນໄດ້ກາຍເປັນສັນຍາລັກແຫ່ງນ້ຳໃຈຮັກຊາດ, ຮັກຄວາມເປັນເອກະລາດ, ພ້ອມກັນນັ້ນ ກໍເປັນສັນຍາລັກແຫ່ງໂທດກຳອັນປ່າເຖື່ອນຂອງພວກຈັກກະພັດລ່າເມືອງຂຶ້ນຝຣັ່ງທີ່ກະທຳຕໍ່ຄົົນລາວຜູ້ບໍ່ມີຄວາມຜິດຫຍັງເຖິງວ່າວັນເວລາຈະລ່ວງເລີຍໄປຫຼາຍສິບປີ, ແຕ່ກໍຍັງຝັງເລິກໃນດວງໃຈຂອງປະຊາຊົນລາວ, ໂດຍສະເພາະແມ່ນປະຊາຊົນຊາວເມືອງທ່າແຂກຢ່າງບໍ່ມີວັນຈະຫຼົງລືມໄດ້.
ໂດຍ: ໂຊເລ້ ບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















