ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອົງຄະນະພັກທະຫານແຂວງບໍ່ແກ້ວ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ V
ເວລາອອກຂ່າວ: 2019-09-25 09:42:14 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 55 | ຄວາມນິຍົມ:



ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກອງບັນຊາ ການທະຫານແຂວງບໍ່ແກ້ວ ໄດ້ ສຳເລັດລົງໃນຕົ້ນເດືອນກັນຍາ ນິີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ມະລີສານ ແສງຈັນທາ ຮອງເລຂາພັກ ແຂວງ, ເລຂາພັກ, ຫົວໜ້າການ ເມືອງກອງບັນຊາການທະ ຫານແຂວງບໍ່ແກ້ວ, ເປັນກຽດ ເຂົ້າຮ່ວມໂດຍ ສະຫາຍ ປອ ບົວ ຄົງ ນາມມະວົງ ກຳມະການສຳ ຮອງສູນກາງພັກ, ເລຂາພັກ ແຂວງ, ເຈົ້ົາແຂວງໆບໍ່ແກ້ວ, ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກຳມະການຄະນະ ພັກກະຊວງປ້ອງກັນປະເທດ, ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການ ເມືອງກອງທັບ, ສະຫາຍ ພົນຈັດ ຕະວາ ພູມມີ ດາລາເພັດ ຫົວໜ້າ ກົມພະນັກງານ ພ້ອມດ້ວຍແຂກ ຖືກເຊີນ ຕະຫຼອດຮອດຜູ້ແທນ ສົມບູນ ຈຳນວນ 115 ສະຫາຍ, ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ ຈຳນວນ 665 ສະຫາຍ ເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພັນ ເອກ ວິດອນ ພຸດດາວົງ ກຳມະ ການພັກແຂວງ, ຮອງເລຂາຄະ ນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງ ບໍ່ແກ້ວ ຂຶ້ນຜ່ານບົດລາຍ ງານການເມືອງທັງ 2 ພາກ ເຊິ່ງ ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ ຄົງຄ້າງ ແລະ ບົດຮຽນທີ່ຖອດ ຖອນໄດ້ເປັນຕົ້ນຄະນະພັກໄດ້ ເປັນເຈົ້າການຈັດຕັ້ງປະຕິບັດໜ້າ ທີ່ການເມືອງຂອງຕົນດ້ວຍຄວາມ ຮັບຜິດຊອບສູງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະ ນະພັກກະຊວງປ້ອງກັນປະເທດ ວາງອອກ. ຈາກນັ້ນໃນກອງປະ ຊຸມໄດ້ພ້ອມກັນໃຊ້ສິດປະຊາທິ ປະໄຕຂອງຕົນປ່ອນບັດເລືອກ ຕັ້ງເອົາຄະນະບໍລິຫານງານພັກ ຊຸດ ໃໝ່ ຈຳນວນ 11 ສະຫາຍ. ເຊິ່ງ ໃນກອງປະຊຸມຄັ້ງປະຖົມມະເລີກ ຂອງຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງ ບໍ່ແກ້ວ ສະໄໝທີ V ໄດ້ເປັນເອກ ກະສັນເລືອກຕັ້ງເອົາຄະນະພັກ ປະກອບມີບັນດາສະຫາຍດັ່ງ ນີ້: ສະຫາຍ ພັນເອກ ວິດອນ ພຸດດາວົງ ເປັນເລຂາຄະນະ ພັກ, 2. ສະຫາຍ ພັນໂທ ບຸນມີ ພາມີໄຊ ເປັນຮອງເລຂາຄະນະ ພັກ ແລະ ຍັງໄດ້ເປັນເອກກະສັນ ຢ່າງສົມບູນຮັບຮອງເອົາປະ ທານ, ຮອງປະທານກວດກາ ເຊິ່ງປະກອບມີ 3 ສະຫາຍດັ່ງນິີ້: ຜູ້ທີ 1 ໄດ້ແກ່ ສະຫາຍ ພັນໂທ ທອງໄຂ ສີຍາລາດ ເປັນປະທານ ກວດກາພັກ, 2. ສະຫາຍ ພັນໂທ ຄຳພັນ ດາລາສັກ ເປັນຮອງປະ ທານກວດກາພັກ, 3. ສະຫາຍ ພັນໂທ ສົມຫຼ້າ ວໍລະເດດ ເປັນ ຮອງປະທານກວດກາພັກ. ກອງ ປະຊຸມຍັງຄັດເລືອກເອົາຜູ້ແທນ ສົມບູນ ຈຳນວນ 16 ສະຫາຍ ແລະ ສຳຮອງ 3 ສະຫາຍ ໄປ ຮ່ວມກອງປະຊຸມໃຫຍ່ອົງຄະນະ ພັກຂັ້ນເທິງ. ໃນພິທີຍັງໄດ້ຮັບຟັງການໂອ້ ລົມຂອງ ສະຫາຍ ປອ ບົວຄົງ ນາມມະວົງ ເຊິ່ງໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ໝາກ ຜົນແຫ່ງການຊີ້ນຳ-ນຳພາຂອງ ອົງຄະນະພັກຊຸດເກົ່າທີ່ໄດ້ຊີ້ນຳ-ນຳພາພະນັກງານ-ນັກຮົບ ປະ ຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິຄັ້ງທີ IV ຂອງ ຄະນະພັກກະຊວງປ້ອງກັນປະ ເທດ, ມະຕິຄັ້ງທີ V ຂອງແຂວງ ບໍ່ແກ້ວ ແລະ ມະຕິກອງປະຊຸມ ໃຫຍ່ ຄັ້ງທີ IV ຂອງອົງຄະນະ ພັກກອງບັນຊາການທະຫານ ແຂວງບໍ່ແກ້ວດ້ວຍຜົນສຳເລັດ ຫຼາຍດ້ານ ພ້ອມທັງຮຽກຮ້ອງມາ ຍັງຄະນະພັກແຕ່ລະຂັ້ນເຊີດຊູນ້ຳ ໃຈຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ ເພີ່ມທະວີຄວາມສາມັກຄີ ເປັນເອກກະພາບພາຍໃນກົມ ກອງ ແລະ ສາມັກຄີກັບປະຊາຊົນ ບັນດາເຜົ່າໃຫ້ເປັນປຶກແຜ່ນແໜ້ນ ໜາຢູ່ອ້ອມຂ້າງພັກ, ສືບຕໍ່ເສີມ ຂະຫຍາຍມູນເຊື້ອປະຕິວັດອັນດີ ງາມຂອງກອງທັບຢ່າງບໍ່ຢຸດຢັ້ງ ຕົ້ນຕໍກວ່າໝູ່ກໍແມ່ນຄົ້ນຄວ້າກຳ ແໜ້ນເນື້ອໃນມະຕິກອງປະຊຸມ ໃຫຍ່ຄັ້ງນີ້, ເພື່ອຜັນຂະຫຍາຍ ເປັນໜ້າວຽກ, ແຜນການວຽກ ງານຢ່າງລະອຽດສອດຄ່ອງກັບ ຈຸດປະສົງ, ເງື່ອນໄຂຂອງກົມ ກອງ, ຂະແໜງການຂອງຕົນເອງ ໃຫ້ເກີດໝາກເກີດຜົນຕົວຈິງ, ແນ ໃສ່ສືບຕໍ່ປັບປຸງກໍ່ສ້າງກົມກອງ ນັບມື້ມີຄວາມໜັກແໜ້ນເຂັ້ມແຂງ ສົມເປັນກຳລັງແຮງອັນແທ້ຈິງຮັບ ປະກັນຄວາມໝັ້ນຄົງຂອງຊາດ, ເອກະລາດ ປະຊາທິປະໄຕ ໄວ້ ຢ່າງໝັ້ນຍືນຕະຫຼອດໄປ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ