21 ມີນາ 1946 ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແລະ ວັນຜູ້ເສຍອົງຄະ ເສຍສະຫຼະຊີວິດເລືອດເນື້ອເພື່ອປະເທດຊາດ
ເວລາອອກຂ່າວ: 2026-03-20 09:20:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1564 | ຄວາມນິຍົມ: ![]()
ວັນຄຽດແຄ້ນແຫ່ງຊາດ ເປັນວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ, ວັນທີ 21 ມີນາ 1946 ແມ່ນເຫດການອັນສຳຄັນຍິ່ງທາງ ປະຫວັດສາດ ແຫ່ງການຕໍ່ສູ້ພິ ລະອາດຫານ ຂອງປະຊາຊົນລາວ, ພາຍຫຼັງສົງຄາມໂລກຄັ້ງທີສອງໄດ້ສິ້ນສຸດລົງ ດ້ວຍໄຊຊະ ນະຂອງຝ່າຍພັນທະມິດ, ໃນປີ 1946 ພວກລ່າເມືອງຂຶ້ນຝຣັ່ງ ໄດ້ກັບຄືນມາຮຸກຮານປະເທດລາວເຮົາອີກຄັ້ງໃໝ່, ເພື່ອສະກັດກັ້ນ ແລະ ຕ້ານຢັນກັບການບຸກລຸກຄັ້ງໃໝ່ຂອງສັດຕູ, ທະຫານ ແລະ ປະຊາຊົນລາວບັນດາເຜົ່າ ສົມທົບກັບກອງກຳລັງປະກອບອາວຸດຂອງຄົນຫວຽດນາມຢູ່ລາວ ໄດ້ດຳເນີນການຕໍ່ສູ້ຢ່າງອົງອາດກ້າ ແກ່ນ, ຕີຕ້ານການບຸກລຸກບຽດຢຶດ ຢູ່ຕົວເມືອງຕ່າງໆ ໃຫ້ປະລາໄຊເປັນກ້າວໆ ໃນນັ້ນ, ເດັ່ນກວ່າໝູ່ ແມ່ນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ເຊິ່ງເປັນຈຸດຍຸດທະສາດສຳຄັນ ຂອງການປະຕິວັດໃນເວລານັ້ນ, ເພື່ອກະກຽມໃຫ້ແກ່ການຕໍ່ສູ້ຕ້ານກັບກຳລັງທະຫານຂອງພວກລ່າເມືອງຂຶ້ນຝຣັ່ງ ແລະ ພວກປະຕິການຂາຍຊາດ ທີ່ຈະຢຶດເອົາຕົວເມືອງທ່າແຂກ, ໃນຕົ້ນເດືອນ ກຸມພາ 1946 ໜ່ວຍພັກປະຈຳເມືອງທ່າແຂກ ໄດ້ເປີດກອງປະຊຸມ ແລະ ໄດ້ອອກມະຕິທີ່ມີເນື້ອໃນສຳຄັນຕອນໜຶ່ງວ່າ “ຕ້ອງເພີ່ມທະວີຄວາມສາມັກຄີລະຫວ່າງ 2 ກຳລັງປະກອບອາວຸດຂອງລາວ ແລະ ຊາວຫວຽດນາມຕ່າງດ້າວ ເພື່ອກະກຽມໃຫ້ແກ່ການຕໍ່ສູ້ປ້ອງກັນຕົວເມືອງທ່າແຂກ, ປົກປັກຮັກສາຊັບສົມບັດຂອງປະຊາຊົນ ແລະ ເປັນການທົດສອບໃນແປວໄຟເພື່ອສ້າງກຳລັງໃຫ້ເຕີບໃຫຍ່ຂະຫຍາຍຕົວ”; ປະຕິບັດຕາມມະຕິດັ່ງກ່າວ, ຄະນະບັນຊາການທະຫານ ແລະ ຄະນະຮັກສາຕົວເມືອງທ່າແຂກ ໂດຍແມ່ນປະທານ ສຸພານຸວົງ ເປັນຜູ້ບັນຊາການສູງສຸດ ໄດ້ຮຽກໂຮມປະຊຸມ ເພື່ອຜ່ານແຜນການສູ້ຮົບປ້ອງກັນຕົວເມືອງຢ່າງລະອຽດ; ຄະນະບັນຊາການ ໄດ້ມອບໜ້າທີ່ໃຫ້ 2 ສະຫາຍ ຄື: ສະຫາຍ ສິງ ກະໂປ ສີໂຄດຈຸນລະມະນີ ແລະ ສະຫາຍ ຫງວຽນແຈງ ຮອງຫົວໜ້າຄະນະບັນຊາການຮັບ ຜິດຊອບເຂດຕາເວັນອອກສ່ຽງເໜືອ ແລະ ທິດຕາເວັນຕົກສ່ຽງໃຕ້ ຂອງເມືອງທ່າແຂກ, ກຳລັງທະຫານພວກເຮົາລວມມີ 800 ກວ່າຄົນ ໄດ້ຈັດຕັ້ງເປັນ 4 ກອງ ຮ້ອຍ (ລາວ 2 ກອງຮ້ອຍ ຊາວ ຫວຽດນາມຕ່າງດ້າວ 2 ກອງ ຮ້ອຍ) ປະກອບອາວຸດ ແລະ ມີ ໜ້າທີ່ຮ່ວມກັບໜ່ວຍປ້ອງກັນຕົວກຽມພ້ອມຕໍ່ສູ້ກັບພວກສັດຕູໃນທຸກທິດ, ເພື່ອເພີ່ມທະວີຄວາມສາມັກຄີໃນການຕໍ່ສູ້, ກອງບັນຊາການ ໄດ້ປຸກລະດົມທະຫານ ແລະ ປະຊາຊົນລາວທີ່ຮັກຊາດ-ຊາວຫວຽດນາມຕ່າງດ້າວ ກໍ່ສ້າງປ້ອມໝັ້ນ ແລະ ຂຸດຂຸມຄອງສູ້ຮົບ 3 ຊັ້ນອ້ອມຕົວເມືອງ ພ້ອມກັນນັ້ນ, ກໍໄດ້ອອກແຮງປຸກລະດົມປະຊາຊົນ ດ້ວຍຄຳຂວັນທີ່ວ່າ «ທຸກສິ່ງທຸກຢ່າງເພື່ອກູ້ຊາດ», ເຊິ່ງໄດ້ເຮັດໃຫ້ປະຊາຊົນລາວ ແລະ ຊາວຫວຽດນາມຕ່າງດ້າວໄດ້ປະກອບເງິນ, ຄຳຢ່າງ ຫຼວງ ຫຼາຍ ເພື່ອປ່ຽນເອົາອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ສອຍຕ່າງໆ ປະກອບໃຫ້ກຳລັງປະ ກອບ
ອາວຸດ, ສ່ວນສະມາຄົມແມ່ ຍິງ ກໍໄດ້ຮັບຜິດຊອບແຕ່ງກິນໃຫ້ບັນດາກົມກອງໃນເວລາເຝິກແອບ ແລະ ເຮັດໜ້າທີ່ໃນທຸກດ້ານ.
ວັນທີ 21 ມີນາ 1946 ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ໄດ້ເປີດສາກຂຶ້ນແຕ່ 6 ໂມງເຊົ້າ ແລະ ແກ່ຍາວຈົນຮອດ 17 ໂມງແລງ, ທະຫານຂອງສັດຕູ ຈຶ່ງເຄື່ອນເຂົ້າຕົວເມືອງທ່າແຂກ, ເຊິ່ງພາຍຫຼັງກອງກຳລັງຂອງພວກລ່າເມືອງຂຶ້ນຝຣັ່ງ ແລະ ລູກແຫຼ້ງຕີນມືຂອງພວກເຂົາ ໄດ້ເຂົ້າຢຶດເອົາເມືອງທ່າແຂກໄດ້ແລ້ວ, ພວກເຂົາໄດ້ເຂັນຂ້າປະຊາຊົນລາວ ແລະ ຊາວຫວຽດນາມຕ່າງດ້າວ ຜູ້ບໍລິສຸດ ດ້ວຍວິທີທີ່ໂຫດຫ້ຽມ; ເພື່ອເປັນການປາບປາມ ແລະ ກວາດລ້າງໃຫ້ໝົດ ຂະບວນຕໍ່ສູ້ກູ້ຊາດຂອງປະຊາຊົນລາວ ທີ່ພວມເຕີບໃຫຍ່ຂຶ້ນໃນເວລານັ້ນ, ພວກເຂົາໄດ້ໃຊ້ປືນຍິງກວາດໃສ່ຝູງຊົນຄົນທົ່ວໄປ ໂດຍບໍ່ເລືອກໜ້າ ແລ້ວໂຍນລົງນໍ້າຂອງເຮັດໃຫ້ນໍ້າຂອງຍາມນັ້ນ ເຕັມໄປດ້ວຍເລືອດ ແລະ ຊາກສົບ; ປະຊາຊົນຜູ້ບໍລິສຸດລວມທັງແມ່ຍິງ ແລະ ເດັກນ້ອຍ ຈຳນວນ 3.000 ຄົນຖືກຂ້າຕາຍ, ເຮືອນຊານບ້ານຊ່ອງ ແລະ ພື້ນຖານໂຄງລ່າງ ຖືກທຳລາຍ ເປັນຈຳນວນຫຼວງຫຼາຍ, ຄອບຄົວຜົວ, ເມຍ, ພໍ່, ແມ່, ລູກ ຖືກຜັດພາກຈາກກັນ, ລູກເປັນກຳພ້າ-ກຳພອຍ; ການກະທຳທີ່ໄຮ້ມະນຸດສະທຳ ແລະ ໂຫດຮ້າຍປ່າເຖື່ອນດັ່ງກ່າວ ໃນວັນທີ 21 ມີນາ 1946 ໄດ້ຖືກເລົ່າຂານຕໍ່ໆ ກັນມາ ໂດຍບໍ່ມີວັນຈະຖືກຫຼົງ ລືມ ແລະ ໄດ້ກາຍເປັນ "ວັນຄຽດແຄ້ນຂອງປະຊາຊົນລາວຜູ້ຮັກເຊື້ອແພງຊາດ".
ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແມ່ນໜຶ່ງໃນບັ້ນຮົບຕໍ່ສູ້ທີ່ສຳຄັນທີ່ສຸດຢູ່ປະເທດເຮົາ, ມັນບໍ່ພຽງແຕ່ເປັນ "ວັນຄຽດແຄ້ນ" ຂອງປະຊາຊົນລາວ ຕໍ່ພວກລ່າເມືອງຂຶ້ນຜູ້ຮຸກຮານທໍ່ນັ້ນ, ແຕ່ຫາກຍັງເປັນວັນສາມັກຄີຕໍ່ສູ້ທີ່ອາດຫານຊານໄຊ, ເດັດຂາດບໍ່ ຍອມຈຳນົນ ຂອງກອງທັບລາວ ອິດສະຫຼະ ສົມທົບກັບກອງກຳ ລັງທະຫານຫວຽດນາມ ແລະ ປະຊາຊົນເມືອງທ່າແຂກ ພາຍໃຕ້ການບັນຊາອັນປີຊາສາມາດ ແລະ ພິລະອາດຫານຂອງຄະນະກອງບັນຊາການກຳລັງປະກອບອາວຸດພວກເຮົາ ໂດຍແມ່ນປະ ທານ ສຸພານຸວົງ ເປັນຜູ້ນຳໜ້າ; ເຫດການວັນທີ 21 ມີນາ 1946 ໄດ້ຝັງເລິກໃນຄວາມຊົງຈຳຂອງປະຊາຊົນລາວທີ່ຮັກຊາດ ແລະ ຖືກຈາລຶກໄວ້ຢູ່ໃນປະຫວັດສາດຂອງຊາດລາວເຮົາໄປຊົ່ວກາລະນານ, ເຊິ່ງບັ້ນຮົບ 21 ມີນາ 1946 ຢູ່ເມືອງທ່າແຂກ ເຖິງບໍ່ໄດ້ຮັບໄຊຊະນະກໍຕາມ ແຕ່ມັນກໍ ສະແດງເຖິງຄວາມສາມັກຄີອັນ ຍິ່ງໃຫຍ່ຂອງປະຊາຊົນລາວ ບັນ ດາເຜົ່າທີ່ອົງອາດກ້າຫານ ສູ້ຮົບເພື່ອປົກປັກຮັກສາເອກະລາດແຫ່ງຊາດ ທີ່ຫາກໍໄດ້ຮັບມາໃໝ່ໆ ໃນວັນທີ 12 ຕຸລາ 1945; ສະ ແດງເຖິງເຈດຕະນາລົມ ແລະ ຄວາມມຸ່ງມາດປາຖະໜາຂອງປວງຊົນລາວທັງຊາດ ທີ່ຢາກມີອິດສະຫຼະພາບ, ມີອະທິປະໄຕ ແລະ ຢາກເປັນເຈົ້າຂອງປະເທດຊາດ ແລະ ຫຼຸດພົ້ນອອກຈາກແອກຄອບຄອງຂອງພວກລ່າເມືອງຂຶ້ນ.
ວັນທີ 21 ມີນາ 1946 ເປັນ ວັນແຫ່ງການປຸກລະດົມນໍ້າໃຈຮັກຊາດ ຄຽດແຄ້ນສັດຕູ ຂອງປະຊາຊົນລາວບັນດາເຜົ່າ ທີ່ພ້ອມກັນລຸກຂຶ້ນຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນ ພາຍໃຕ້ການນຳພາ-ບັນຊາຂອງປະທານ ສຸພານຸວົງ ເຊິ່ງເປັນຜູ້ທີ່ມີຄວາມເກັ່ງກ້າສາມາດ ແລະ ມີໄຫວພິບໃນການຊີ້ນຳ ແລະ ບັນຊາສູ້ຮົບ; ບັ້ນຮົບທ່າແຂກ ໄດ້ພິສູດໃຫ້ເຫັນວ່າ ປະທານ ສຸພານຸວົງ ບໍ່ພຽງແຕ່ເປັນເຊື້ອເຈົ້າ, ເປັນນັກຮຽນຮູ້ ແລະ ນັກວິສະວະກອນທີ່ໂດດເດັ່ນເທົ່ານັ້ນ ແຕ່ຍັງເປັນນັກຮົບປະຕິວັດທີ່ກ້າແກ່ນ, ເປັນຜູ້ບັນຊາການທະຫານທີ່ມີຄວາມຊຳນານໃນການວາງແຜນການ ແລະ ຈັດຕັ້ງສູ້ຮົບ, ທັງເປັນຜູ້ທີ່ກ້າຫານເສຍສະຫຼະເພື່ອປະເທດຊາດ; ນໍ້າໃຈວັນທີ 21 ມີນາ 1946 ແຫ່ງ ບັ້ນຮົບເມືອງທ່າແຂກ ໄດ້ຮັບ ການເສີມຂະຫຍາຍຂຶ້ນສູ່ກະແສສູງໃນຊຸມປີຕໍ່ໆມາ ແຫ່ງການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະ ຊາຊົນປະຕິວັດລາວ ແລະ ກາຍ ເປັນຂະບວນການຕໍ່ສູ້ອັນເດັດ ຂາດມີໄຊ, ໄດ້ສ້າງວີລະກຳອັນ ລໍ້າເລີດແຫ່ງການຕໍ່ສູ້ປົດປ່ອຍ ປະເທດຊາດຢ່າງສົມບູນ ແລະ ສ້າງຕັ້ງສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວຂຶ້ນໃນວັນທີ 2 ທັນວາ 1975. ເມື່ອຫວນຄືນປະຫວັດສາດຂອງວັນຄຽດແຄ້ນ 21 ມີນາ 1946, ສະມາຊິກພັກ-ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າພວກເຮົາຍິ່ງມີຄວາມຈົດຈຳລ້ຳລຶກ ແລະ ມີຄວາມກະຕັນຍູຮູ້ບຸນຄຸນ ຄຸນງາມຄວາມດີຂອງນັກຮົບປະຕິວັດຜູ້ເສຍ ສະຫຼະເພື່ອເອກະລາດຂອງຊາດໃນໄລຍະແຫ່ງການຕໍ່ສູ້ກູ້ຊາດເວົ້າລວມ, ເວົ້າສະເພາະແມ່ນຜູ້ເສຍສະຫຼະໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ; ສະນັ້ນພັກ ແລະ ລັດເຮົາ, ຈຶ່ງໄດ້ຕົກລົງເອົາວັນທີ 21 ມີນາ ຂອງທຸກໆປີ ເປັນວັນແຫ່ງການສະແດງຄວາມກະຕັນຍູ ຮູ້ບຸນຄຸນຕໍ່ນັກຮົບຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ແລະ ການປະຕິວັດ ກໍ່ຄື ເພື່ອອະນາຄົດອັນສົດໃສຂອງພວກເຮົາ; ຂໍໃຫ້ທຸກໆຄົນ ຈົ່ງຈົດຈຳລຳລຶກ ແລະ ສະແດງພະລັງແຫ່ງຄວາມສາມັກຄີຮັກຊາດ ຕິດພັນກັບຮັກລະບອບປະຊາທິປະໄຕປະຊາຊົນ ດ້ວຍການໃຫ້ຄວາມເຄົາລົບ ແລະ ໃຫ້ການສະໜັບ ສະໜູນຊ່ວຍເຫຼືອແກ່ອະດີດພະນັກງານ-ນັກຮົບ ຜູ້ທີ່ຜ່ານຂະບວນການຕໍ່ສູ້ເສຍສະຫຼະທີ່ຜ່ານມາ ແລະ ຄອບຄົວຂອງເຂົາເຈົ້າ; ຂໍໃຫ້ທຸກຄົນຈົ່ງເຂົ້າຮ່ວມໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຢ່າງເປັນ ເຈົ້າການຕາມໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ເພື່ອພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ. ຫວນຄືນວີລະກຳອັນພິລະອາດຫານ, ພາຍໃນບັ້ນຮົບອັນດຸເດືອດຢູ່ເມືອງທ່າແຂກ ແຂວງຄຳມ່ວນ ຂອງປະທານ ສຸພານຸວົງ ໃນນາມຜູ້ບັນຊາການສູງສຸດກອງທັບກູ້ຊາດລາວ ຂອງລັດຖະບານລາວເອກະລາດ ທີ່ຕໍ້ສູ້ຕ້ານການກັບຄືນມາຂອງພວກລ່າເມືອງຂຶ້ນຝຣັ່ງ, ປະທານ ສຸພານຸວົງ ຈຶ່ງໄດ້ອອກຄຳສັ່ງໃຫ້ ທ່ານ ສິງກະໂປ ສີໂຄດຈຸນລະມະນີ ແລະ ທ່ານ ຫງວຽນແຈ້ງ ເຊິ່ງເປັນຫົວໜ້າກອງປ້ອງກັນໃກ້ຊິດຂອງເພິ່ນຈັດຕັ້ງກອງກຳລັງປະສົມ ລາວ-ຫວຽດ ປ້ອງກັນເມືອງທ່າແຂກຂຶ້ນເພື່ອຕ້ານຢັນກັບທະຫານຝຣັ່ງ ແລະ ພວກກອງໂຈນລາວ-ຝຣັ່ງ ທີ່ຈັດຕັ້ງຂຶ້ນເປັນຈຳນວນຫຼວງຫຼາຍໃນທົ່ວປະເທດ ທີ່ໄດ້ບຸກຕີເອົາແຂວງສະຫວັນນະເຂດ ແລະ ມຸ່ງໜ້າຂຶ້ນມາຍັງ ເມືອງທ່າແຂກ; ປະທານ ສຸພານຸວົງ ໄດ້ມີຄຳຮຽກຮ້ອງຕໍ່ປະຊາຊົນລາວ ໃນວັນພະຫັດ ວັນທີ 21 ມີນາ 1946 ວ່າ: ໃນການເຮັດເສິກແຕ່ລະບັ້ນຮົບ ລ້ວນມີຄວາມສຳຄັນ, ແຕ່ຈຸດປະສົງອາດແຕກຕ່າງກັນ, ມື້ນີ້ພວກສັດຕູ ເຫາະເຫີນກາງເວຫາ ມີອາວຸດຍຸດໂທປະກອນຄົບມື, ທະຫານອາຊີບເຝິກຝົນມາຢ່າງດີ, ສ່ວນພວກເຮົາແມ່ນປະຊາຊົນທຳມະດາ ແລະ ສ່ວນຫຼາຍເປັນອາສາສະໝັກ ທີ່ບໍ່ຊຳນານການເຮັດເສິກ ອາວຸດກໍບໍ່ທັນສະໄໝ ພວກເຮົາອາດຈະຕ້ອງສະຫຼະຊີບ ແລະ ພວກເຮົາອາດເອົາຊະນະໃນມື້ນີ້ບໍ່ໄດ້; ຈຸດປະສົງຂອງບັ້ນຮົບມື້ນີ້ ແມ່ນເພື່ອສະແດງໃຫ້ສັດຕູຂອງຊາດລາວໃນມື້ນີ້ ແລະ ໃນອະນາຄົດ ເຫັນຢ່າງປະຈັກຕາ, ຜູ້ໃດກ້າເຂົ້າມາປອງຮ້າຍ ຕໍ່ຊາດລາວເຮົາ ຜູ້ນັ້ນກໍຕ້ອງຖືກລົງໂທດໃນບໍ່ຊ້ານານ ຢ່າງແນ່ນອນ, ບໍ່ວ່າພວກເຂົາຈະເກັ່ງ ຈະຮັ່ງ ຈະມີອາວຸດ ທີ່ດີສ່ຳໃດກໍຕາມ, ຊາດເປັນສິ່ງສູງສຸດ ຊາດລາວໝັ້ນຍືນ. ວັນທີ 21 ມີນາ 1946 ເວລາ 4 ໂມງ 50 ນາທີ, ພວກຝຣັ່ງ ໄດ້ໃຊ້ຍົນ «ສະປິດໄຟຣ» 4 ລຳ ບິນຂຶ້ນຫວ່ານໃບປິວ ທີ່ມີລາຍເຊັນຂອງຜູ້ບັນຊາການທະຫານສູງສຸດ ຂອງຝຣັ່ງ ປະຈຳຢູ່ອິນໂດຈີນ ເຊິ່ງມີເນື້ອໃນວ່າ: ໃຫ້ກອງກຳລັງປະກອບອາວຸດປະຈຳເມືອງທ່າແຂກ ອອກມາຍອມຈຳນົນທີ່ທາງ 3 ແຍກ ກິໂລແມັດທີ່ 4 ນາມະລາດ ໂດຍດ່ວນ, ຖ້າບໍ່ປະຕິບັດພາຍໃນ 15 ນາທີ ເມືອງທ່າແຂກຈະຖືກທຳລາຍ ແລະ ທຸກຄົນຈະຖືກດັບສູນ; ກອງທັບກູ້ຊາດລາວ ພາຍໃຕ້ການນຳພາຂອງປະທານ ສຸພານຸວົງ ໄດ້ເດັດດ່ຽວເປັນນ້ຳໜຶ່ງໃຈດຽວ ບໍ່ຍອມຈຳນົນຕໍ່ຝຣັ່ງ ແລະ ສຽງປືນກໍແຕກຂຶ້ນໃນໄລຍະຕໍ່ມາ, ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ໄດ້ເລີ່ມຂຶ້ນຢ່າງດຸເດືອດ; ພວກສັດຕູໄດ້ນຳໃຊ້ທັງປືນໃຫຍ່ ແລະ ເຮືອບິນສູ້ຮົບເຂົ້າຍິງທຳລາຍຕົວເມືອງທ່າແຂກ ເຮັດໃຫ້ປະຊາຊົນຜູ້ບໍລິສຸດ ລົ້ມຕາຍ ເປັນຈຳນວນຫຼວງຫຼາຍ; ຮອດເວລາ 12 ໂມງຕອນທ່ຽງຂອງວັນດຽວກັນ ເມື່ອເຫັນວ່າ ສະພາບການ «ເຫຼັກຫຼາຍກວ່າຖ່ານ» ແລະ ເພື່ອຮັກສາຄວາມປອດໄພໃຫ້ແກ່ ປະທານ ສຸພານຸວົງ, ຄະນະປ້ອງກັນຈິ່ງຮ້ອງຂໍໃຫ້ການນຳຂ້າມໄປນະຄອນພະນົມ ປະເທດໄທ ເພື່ອຫຼົບໄພເສຍກ່ອນ, ແຕ່ເພິ່ນຊ້ຳພັດບໍ່ຍອມໄປ ເພາະຕ້ອງບັນຊາແນວຮົບ, ປະທານ ສຸພານຸວົງ ໄດ້ເວົ້າຂຶ້ນວ່າ «ຈະໜີຈາກປະຊາຊົນໄດ້ຢ່າງໃດ ໃນເມື່ອເມືອງທ່າແຂກ ຍັງມີນັກຮົບກູ້ຊາດ ຕໍ່ສູ້ກັບສັດຕູຢູ່» ຄຳເວົ້າດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງຄວາມກ້າຫານ ແລະ ເດັດດ່ຽວຕໍ່ສູ້ ຍອມເສຍສະຫຼະແມ່ນແຕ່ຊີວິດ ເພື່ອປະເທດຊາດ ເພື່ອປະຊາຊົນຂອງເພີ່ນຢ່າງແທ້ຈິງ; “ຄວາມຮັກຊາດ ຍ່ອມແຮງກວ່າ ຄວາມຕາຍ» ແມ່ນຄຳເວົ້າໃນຕອນແລງຂອງວັນພະຫັດ 21 ມີນາ 1946 ຂອງປະທານ ສຸພານຸວົງ ເມື່ອຖືກບາດເຈັບສາຫັດ ຈາກກະສູນປືນກົນຂອງເຮືອບິນ ສະປິດໄຟຣຂອງຝຣັ່ງ, ໃນເວລາຂ້າມນ້ຳຂອງ ໂດຍເຮືອຈັກນ້ອຍ, ໂດຍເຮືອຍັງເຫຼືອລຳດຽວ ແລະ ຈັກເຮືອເພ ຈຶ່ງມີນັກຮັກຊາດຈຳນວນໜຶ່ງ ຕ້ອງລົງນ້ຳທັງລອຍທັງດັນເຮືອຂ້າມນ້ຳຂອງ ໄປທາງນະຄອນພະນົມ ປະເທດໄທ; ເລືອດຂອງປະທານ ສຸພານຸວົງ ທີ່ໄຫຼອອກຈາກບາດແຜ ໄດ້ລິນຫຼັ່ງລົງນ້ຳຂອງ ປົນກັບກະແສເລືອດຂອງປະຊາຊົນ ຄົນຮັກຊາດ ວີລະຊົນ ໃນວັນນັ້ນ, ເຊິ່ງລູກກະສູນ ໄດ້ຈີກເນື້ອໜັງ ເຂົ້າດ້ານຫຼັງຫ່າງໄປທາງກ້ຳຊ້າຍ ຂອງກະດູກສັນຫຼັງ, ດັກລົງລຸ່ມຫົວໃຈ ທີ່ສູບສີດເລືອດຮັກຊາດ ຢ່າງວຸດວິດ, ແລ້ວຊອດອອກຂ້າງຊ້າຍ ທຳລາຍອະໄວຍະວະພາຍໃນ ແລະ ເຮັດໃຫ້ກະດູກຂ້າງແຕກຫັກສອງຊີກ; ພາຍຫຼັງການຜ່າຕັດ ແລະ ປິ່ນປົວບາດແຜໄລຍະໜຶ່ງ ຢູ່ປະເທດໄທຈົນຫາຍຂາດ ຢ່າງມະຫັດສະຈັນ, ປະທານ ສຸພານຸວົງ ໄດ້ກັບຄືນບ້ານເກີດເມືອງນອນ ແລະ ສືບຕໍ່ນຳພາການຕໍ່ສູ້ມີໄຊ ຂອງປະຊາຊົນ ເພື່ອເອກະລາດ ແລະ ອະທິປະໄຕຂອງເມືອງລາວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















